Ad

Ad

16 July 2015

ລາວມີກົດໝາຍຄຸ້ມຄອງການຊົມໃຊ້ລະບົບໄອທີ



ການນຳໃຊ້ເຄື່ອງມືສື່ສານດ້ານໄອທີຢູ່ປະເທດເຮົາຈະບໍ່ໄດ້ປະປ່ອຍຢ່າງເສລີອີກແລ້ວ, ພາຍ ຫລັງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ໃນມື້ວັນທີ 15 ກໍລະກົດນີ້, ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາ ທາງລະບົບຄອມພິວເຕີ, ເຊິ່ງກົດໝາຍດັ່ງກ່າວປະກອບມີ 9 ພາກ, 2 ໝວດ ແລະ 60 ມາດຕາ ແລະ ສິ່ງສຳຄັນແມ່ນໄດ້ລະບຸຂໍ້ຫ້າມ ແລະ ມາດຕະການປ້ອງກັນການ ເຂົ້າເຖິງ ະບົບຄອມພີວເຕີ, ການຕັດຕໍ່ເນື້ອໃນ, ຮູບພາບ, ສຽງ ແລະ ວີດີໂອ, ການລັກເອົາຂໍ້ມູນໂດຍ ບໍ່ໄດ້ຮັບອະນຸຍາດລວມເຖິງການສ້າງຄວາມເສຍ ຫາຍຜ່ານສື່ສັງຄົມອອນລາຍ, ການເຜີຍ ແຜ່ສິ່ງລາມົກອານາຈານ, ການລົບກວນລະບົບຄອມພິວເຕີ, ການປອມແປງຂໍ້ມູນຄອມພິວເຕີ ແລະ ການດຳເນີນກິດຈະການກ່ຽວກັບເຄື່ອງມືອາດຊະຍາກຳທາງຄອມພິວເຕີ ລ້ວນແຕ່ແມ່ນການກະທຳທີ່ຜິດຕໍ່ກົດ ໝາຍສະບັບນີ້, ເຊິ່ງອາດຈະຖືກຕັດອິດສະຫລະພາບແຕ່ໜຶ່ງເດືອນຫາຫ້າປີ ແລະ ປັບໃໝແຕ່ 1 - 50 ລ້ານກີບ.

ລັດຖະມົນຕີຊ່ວຍວ່າການກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ທ່ານ ທັນສະໄໝ ກົມມະສິດ ໃຫ້ຮູ້ກ່ຽວກັບຄວາມສຳຄັນ ແລະ ຈຳເປັນຂອງການຄຸ້ມຄອງວຽກງານການສື່ສານດ້ານໄອທີດ້ວຍກົດໝາຍວ່າ: ປັດຈຸບັນການ ນຳໃຊ້ຂໍ້ມູນຂ່າວສານ ແລະ ອິນເຕີເນັດເຂົ້າໃນຊີວິດປະຈຳວັນນັບມື້ຫລາຍຂຶ້ນ, ຂະນະດຽວກັນການສ້າງສາພັດທະນາຂອງ ທຸກຂະແໜງການນັບທັງພາກລັດ ແລະ ເອກະຊົນ ກໍມີການນຳໃຊ້ຢ່າງກວ້າງຂວາງ, ເຊິ່ງເຫັນໄດ້ຈາກສະຖິຕິການນຳໃຊ້ອິນເຕີ ເນັດຈາກ 3% ໃນປີ 2008, ໄດ້ເພີ່ມຂຶ້ນເປັນ 13% ໃນປັດຈຸບັນ, ສ່ວນການສະໜອງການບໍລິການແກ່ຜູ້ຊົມໃຊ້ກໍສາມາດ ຮັບປະກັນຄວາມສະດວກ, ວ່ອງໄວ ແລະ ມີຫລາກຫລາຍຮູບແບບທັງລະບົບໃຊ້ສາຍ ແລະ ບໍ່ໃຊ້ສາຍຜ່ານລະບົບ 3G, 4G ແລະ ລະບົບຄອມພີວເຕີອື່ນໆ, ແຕ່ໃນຂະນະດຽວກັນຢູ່ໃນສັງຄົມກໍມີຫລາຍປະກົດການຫຍໍ້ທໍ້ຈາກການນຳໃຊ້ລະບົບ ເຕັກໂນໂລຊີຂໍ້ມູນຂ່າວສານຜ່ານລະບົບຄອມພີວເຕີ ປັນຕົ້ນ: ການເຂົ້າເຖິງລະບົບຄອມພິວເຕີຂອງຜູ້ອື່ນເພື່ອລັກ, ປອມແປງ ແລະ ທຳລາຍຂໍ້ມູນ, ການດັກສະກັດເອົາຂໍ້ມູນ, ການປ່ອຍໄວຣັດເພື່ອລົບກວນລະບົບປະຕິບັດການຂອງລະບົບຄອມພິວເຕີ, ການເຜີຍແຜ່ຂໍ້ມູນທາງລະບົບຄອມພີວເຕີ ແລະ ທາງສື່ສັງຄົມອອນລາຍອື່ນໆ, ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງສັງຄົມ ແລະ ປະ ເທດຊາດນຳດ້ວຍ. ດັ່ງນັ້ນ ເມື່ອພວກເຮົາມີກົດໝາຍດັ່ງກ່າວແລ້ວ ອັນສຳຄັນແມ່ນຈະສາມາດຕອບສະໜອງໄດ້ຕາມແນວທາງນະໂຍບາຍຂອງພັກກ່ຽວກັບການຫັນເປັນອຸດສະຫະກຳ ແລະ ທັນສະໄໝ, ພ້ອມກັນນັ້ນກໍສາມາດຮອງຮັບການເຂົ້າເປັນປະຊາຄົມອາຊຽນໃນທ້າຍປີ 2015 ນີ້, ທັງເປັນເຄື່ອງມືອັນສຳຄັນ ໃຫ້ແກ່ຂະແໜງການກ່ຽວຂ້ອງເພື່ອນຳໃຊ້ເຂົ້າໃນການຄຸ້ມຄອງຂໍ້ມູນຂ່າວ ສານທາງລະບົບອີນເຕີເນັດ ກໍຄືນຳເອົາຜູ້ລະເມີດ ແລະ ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍໄດ້.

No comments:

Post a Comment