Ad

Ad

3 August 2015

ຄະນະ​ສັນຕິພາບ ​ແລະ ຄວາມສາມັກຄີ​​ລາວ ​ຄົບຮອບ 32 ປີ



     ເນື່ອງ​​ໂອກາດສະເຫລີມສະຫລອງວັນສ້າງຕັ້ງຄະນະສັນຕິພາບແລະ ສາມັກຄີລາວ ຄົບຮອບ 32 ປີ (1/2/ 1983-1/8/2015) ​ແລະ ວັນສາກົນເພື່ອສັນຕິພາບ 21 ກັນຍາ ປະຈຳປີ 2015 ຄະນະສັນຕິພາບ ແລະ ສາມັກຄີລາວເຮົາ ກໍໄດ້ຈັດງານຖະແຫລງຂ່າວ ເພື່ອຍົກໃຫ້ເຫັນບົດບາດ ແລະ ໜ້າທີ່ອັນສໍາຄັນຂອງ ຄະນະດັ່ງກ່າວ ຂຶ້ນທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນຫລວງວຽງຈັນ ໃນວັນທີ 31 ກໍລະກົດນີ້ ໂດຍທ່ານປະທານຄະນະກຳມະການດັ່ງກ່າວ ຄຳພັນ ສິມມາລາວົງ ໄດ້ມີຄວາເຫັນໃນພິທີວ່າ: ຄະນະສັນຕິພາບແລະ ສາມັກຄີຂອງລາວສ້າງຕັ້ງຂຶ້ນເພື່ອປຸກລະດົມ ແລະໂຄສະນາເຜີຍແຜ່ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ແລະເຂົ້າໃຈຢ່າງກ້ວາງຂວາງ ກ່ຽວກັບວຽກງານສັນຕິພາບ, ເພີ່ມຄວາມເຂົ້າໃຈໃນການປະກອບສ່ວນຕໍ່ສູ້ເພື່ອ
ສັນຕິພາບໂລກ, ສຶກສາອົບຮົມ​​ປະຊາຊົນລາວ ບັນດາເຜົ່າເຂົ້າໃຈເຖິງຄວາມຈຳເປັນທີ່ຕ້ອງປະກອບ ສ່ວນຕໍ່ສູ້ແລະເສີມສ້າງສັນຕິພາບ, ​ເພື່ອການພັດທະນາ, ຕ້ານການຫັນປ່ຽນໂດຍສັນຕິແລະແບ່ງແຍກຄວາມສາມັກຄີຂອງຝ່າຍທີ່ເປັນປໍລະປັກ, ​ເປີດກວ້າງການພົວພັນແລະ ການຮ່ວມມືແບບສອງຝ່າຍກັບບັນດາອົງການຈັດຕັ້ງສັນຕິພາບແລະ ອົງການຈັດຕັ້ງອື່ນໆຢູ່ຕ່າງປະເທດເພື່ອສົ່ງເສີມສັນຕິພາບ, ມິດຕະພາບແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະ ກັນ. ​
     ທ່ານກ່າວວ່າ: ​ທຸກໆປີຜ່ານມາ, ຄະນະສັນຕິພາບລາວເຮົາກໍໄດ້ຈັດກິດຈະກຳຕ່າງໆເຊັ່ນ: ຈັດປະຖະກະຖາ​, ຍ່າງເພື່ອສັນຕິພາບ, ​ແຂ່ງຂັນແຕ້ມຮູບໃຫ້​​​ເດັກນ້ອຍໄດ້ມີສ່ວນຮ່ວມແລະ ອື່ນໆ​, ​​ເຊິ່ງໃນປີນີ້, ທາງຄະນະສັນຕິພາບແລະຄວາມສາມັກຄີລາວຈະ​​ໄດ້ຈັດປະຖະກະຖາຂຶ້ນຢູ່ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆໃນແຂວງພາກເໜືອ, ພາກໃຕ້ແລະ ມະຫາວິທະຍາໄລແຫ່ງຊາດ, ​ໂດຍການ​​ເລົ່າຄືນມູນເຊື້ອ ແລະ ປະຫວັດຄວາມເປັນມາຂອງອົງການ ແລະ ຈະເປັນການເປີດກວ້າງໃຫ້ໂອກາດມວນຊົນທີ່ເຂົ້າຮ່ວມປະຖະກະຖາ ໄດ້ມີຄຳຖາມກ່ຽວກັບວັນດັ່ງກ່າວໃຫ້ເຂົາເຈົ້າ​​ໄດ້ຮັບຮູ້ແລະເຂົ້າໃຈເລິກເຊິ່ງຕື່ມອີກ.
     ຄະນະສັນຕິພາບແລະ ສາມັກຄີຂອງລາວເປັນອົງການຈັດຕັ້ງມະຫາຊົນໜຶ່ງທີ່ມີງົບປະມານແລະ ກົງຈັກສະເພາະຂອງຕົນ, ການເຄື່ອນໄຫວວຽກງານ​​ແມ່ນຢູ່ພາຍໃຕ້ການຊີ້ນຳຂອງຄະນະພົວພັນຕ່າງປະເທດສູນກາງພັກ, ​ເຊິ່ງໄດ້ຮ່ວມມືກັບສະພາສັນຕິພາບໂລກ, ອົງການສາມັກຄີກັບປະຊາຊົນອາຊີ-ອາຟຣິກາແລະ ອາເມລິການລາຕິນ. ມາຮອດປັດຈຸບັນ ຄະນະສັນຕິພາບແລະ ຄວາມສາມັກຄີຂອງລາວໄດ້ຫລຸດຜ່ອນການເຄື່ອນໄຫວວຽກງານໃນສາກົນ, ​ໂດຍເລັ່ງໃສ່ການພົວພັນຮ່ວມມືຢ່າງສະໜິດແໜ້ນກັບສອງປະເທດເພື່ອນມິດຍຸດທະສາດຄື: ສສ ຫວຽດນາມແລະ ສປ ຈີນ ແລະໄດ້ສົ່ງຄະນະຜູ້ແທນໄປຮ່ວມກອງປະຊຸມສັນຕິພາບປະຈຳຂົງເຂດພາກພື້ນຕ່າງໆທຸກໆປີແລະ ພັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມສໍາຄັນຕ່າງໆອີກດ້ວຍ.

1 comment:

  1. ຂ້າພະເຈ້າສະໜັບສະໜູນວຽກນີ້ ແລະ ຕ້ອງການເປັນສ່ວນໜຶ່ງໃນການຊ່ວຍສ້າງສັນຕິພາບ, ສັນຕິສຸກ ແລະ ຄວາມສາມັກຄື ໃນບ້ານເຮົາ ຕໍ່ໄປ...

    ReplyDelete