Ad

Ad

3 August 2015

ຝົນຕົກແຮງຕິດຕໍ່ຫລາຍວັນເຮັດໃຫ້ນ້ຳ​ຖ້ວມ​ຂັງ​ຫລາຍ​ຈຸດ​ໃນ​ນະຄອນຫລວງ​ວຽງ​ຈັນ ແລະ ຖ້ວມ​ຫລາຍ​ບ້ານ​ຢູ່​ແຂວງ​ບໍລິ​ຄຳ​ໄຊ



ພາຍຫລັງຝົນຕົກໜັກຕໍ່ເນື່ອງເປັນເວລາ 3 ວັນນັບແຕ່ວັນທີ 29-31 ກໍລະກົດ 2015​ ນີ້​, ໄດ້ເກີດນໍ້າຖ້ວມຂັງກະທັນຫັນຢູ່ຖະໜົນ​​ໄກສອນນັບແຕ່ສາມແຍກບ້ານດົງໂດກ,ບ້ານຊ້າງຄູ້ແລະບ້ານພະຂາວເມືອງໄຊທານີ, ນະຄອນ ຫລວງວຽງຈັນແລະອີກຫລາຍໆຈຸດ, ໄດ້ສົ່ງຜົນເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ.
ຜູ້ເດີນທາງສັນຈອນໄປມາໄດ້ເປີດເຜິຍວ່າ:​ບໍລິເວນນີ້ມັກເກີດນ້ຳຖ້ວມຂັງ ແລະ ອັ່ງອໍຍ້ອນຮ່ອງລະບາຍນ້ຳເປື້ອນຕັນບໍ່ສາມາດລະບາຍນ້ຳທັນ, ອີກດ້ານໜຶ່ງກໍເປັນຍ້ອນມີການພັດທະນາວ່ອງໄວແຕ່ຂາດການວາງແຜນເປັນລະບົບຄົບຊຸດ,ໂດຍສະເພາະຖົມດິນເນື້ອທີ່ນາ, ໜອງ ແລະ ດິນເປົ່າຫວ່າງເພື່ອການປຸກສ້າງອາຄານ , ບ້ານ ແລະ ເຮືອນ. ​ຫລ້າສຸດກົມອຸຕຸນິຍົມແລະ ອຸທົກກະສາດຍັງແຈ້ງຕຶ່ມອີກວ່າຝົນຈະຍັງສຶບຕໍ່ຕົກອີກສະນັ້ນຮຽກຮ້ອງໃຫ້​​ເຈົ້າໜ້າທີ່ກ່ຽວຂ້ອງຄວນລົງໄປຕິດຕາມກວດກາແລະ ອະນາໄມດ່ວນ, ຖ້າປ່ອຍປະລະເລີຍໄປດົນຈະເຮັດໃຫ້ເສັ້ນທາງດັ່ງກ່າວເປ່ເພເສຍຫາຍແລະ ສ່ຽງຕໍ່ການເກີດອຸບັດ​​ເຫດ.

ຂະນະທີ່ແຂວງບໍລິຄຳໄຊກໍເກີດນ້ຳຖ້ວມຂັງຢູ່ 2 ​ເມືອງຄື ເມືອງປາກກະດິງແລະເມືອງປາກຊັນ​​​​ໂດຍລະດັບນໍ້າສູງປະມານ 60 ຊັງຕີແມັດໄດ້ໄຫລ​​ເຂົ້າຖ້ວມ 5 ບ້ານຄື: ບ້ານນາເຄືອນອກ, ນາເຄືອ​​ໃນ, ນໍ້າກູ້, ນະຄອນສົງແລະບ້ານຫ້ວຍເພັດຢູ່ເມືອງປາກກະດິງ. ນອກຈາກນັ້ນ​ ​ຍັງຖ້ວມຕື່ມອີກ 5 ບ້້ານເຊັ່ນ: ກຸ່ມບ້ານພັດທະນາໂພນໄຊໃຕ້, ທ່າບໍ່, ສົມສະຫວາດ, ຫ້ວຍຊາຍແລະບ້ານທົ່ງຫວານຢູ່ເມືອງປາກຊັນ. ປັດຈຸບັນລະດັບນໍ້າໄດ້ຫລຸດລົງແລ້ວແຕ່ຝົນຍັງສືບຕໍ່ຕົກ, ກົມອຸຕຸນິຍົມແລະ ອຸທົກກະສາດຈຶ່ງແຈ້ງໃຫ້ພໍ່ແມ່ປະຊາຊົນ, ທະຫານ, ຕໍາຫລວດ, ​ແຂກທັງພາຍໃນແລະຕ່າງປະເທດຄວນເພີ່ມຄວາມລະມັດລະວັງແລະຕິດຕາມສະພາບອາກາດຢ່າງໃກ້ຊິດໂດຍສະເພາະຜູ້ອາ​​ໄສຢູ່ແຄມແມ່ນໍ້າໃຫຍ່-ນ້ອຍ, ຮ່ອມພູແລະບ່ອນທີ່ມີຄວາມສ່ຽງ.ນອກຈາກນີ້ກໍຕ້ອງກວດກາສະພາບອາກາດກ່ອນເດີນທາງໄປຕ່າງແຂວງແລະອອກນອກປະເທດເພື່ອຄວາມປອດໄພ.

No comments:

Post a Comment