Ad

Ad

3 August 2015

ລັດຖະມົນຕີຊ່ວຍ ຖວທ ເນັ້ນໃຫ້ໂທລະພາບ ທີວີລາວ ເຮັດພາລະບົດບາດຂອງຕົນຫລາຍຂຶ້ນ



     ໃນໂອກາດກຽມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 65 ປີ (13 ສິງຫາ 1950-13 ສິງຫາ 2015) ໃນວັນທີ 31 ກໍລະກົດນີ້, ທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍວ່າການກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມຄະ ນະອຳນວຍການ ແລະ ພະນັກງານໂທລະພາບທີວີລາວຈຳກັດ, ຢູ່ທີ່ນະຄອນຫລວງ ວຽງຈັນ, ໂດຍທ່ານ ລັດຖະມົນຕີຊ່ວຍໄດ້ແນະນຳໃຫ້ໂທ ລະພາບດັ່ງກ່າວ ເອົາໃຈໃສ່ ປະຕິບັດພາລະບົດບາດຂອງຕົນຫລາຍຂຶ້ນ, ໂດຍສະເພາະ ແມ່ນການໂຄສະນາເຜີຍ ແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ລວມໄປເຖິງການເຄື່ອນ ໄຫວຕ່າງໆຂອງສັງຄົມ, ໃນນັ້ນ ໃຫ້ເພີ່ມທະວີການໂຄສະນາວັດທະນະທຳ, ຮີດຄອງ ປະເພນີ, ແບບແຜນການດຳລົງຊີວິດ, ການກິດ, ການຢູ່, ການນຸ່ງຖື
ແລະ ອື່ນໆ ທີ່ມີລັກສະນະສະເພາະຂອງຊາດລາວ ໃຫ້ກວ້າງຂວາງກວ່າເກົ່າ ແນໃສ່ໃຫ້ຊາວໂລກ ໄດ້ຮັບຮູ້ຖານະບົດບາດຂອງ ປະເທດລາວຫລາຍຂຶ້ນ, ພ້ອມນັ້ນ ກໍຕ້ອງເອົາໃຈໃສ່ລາຍ ງາມຂ່າວດ້ວຍການກິລາປະເພດຕ່າງໆ ທັງພາຍ ໃນ ແລະ ຕ່າງປະເທດໃຫ້ຫລາກ ຫລາຍ ແລະ ທັນເຫດການ.
     ໃນໂອກາດນີ້, ທ່ານ ດຣ ຫົງຄຳ ສຸວັນນະວົງ ປະທານສະຖານີໂທລະພາບ ທີວີລາວ ໄດ້ລາຍງານໃຫ້ຮູ້ວ່າ: ສະຖານີໂທ ລະພາບຂອງຕົນສ້າງ ມາໄດ້ 2 ປີກວ່າ, ປັດຈຸບັນສາມາດເຊື່ອມຈອດເຄືອຂ່າຍກັບ 26 ປະເທດໃນທົ່ວໂລກ, ໃນນັ້ນ ໄດ້ສ້າງສື່ ໂທລະພາບທີ່ມີຄຸນນະພາບທາງດ້ານເນື້ອໃນ, ມີຄວາມຫລາກຫລາຍໃນການນຳສະເໜີ, ວ່ອງໄວ ແລະ ທັນເຫດການ, ໂດຍເນັ້ນໃສ່ການສະໜອງຂໍ້ມູນກ່ຽວກັບການພັດທະນາ, ເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ອື່ນໆອອກສູ່ສັງຄົມລາວ, ພ້ອມທັງເຜີຍແຜ່ ລັກສະນະຂອງປະເທດລາວ ຕໍ່ຜູ້ຊົມໃນທົ່ວໂລກ ໂດຍການນໍາໃຊ້ເຕັກ ໂນໂລຊີທີ່ທັນ ສະໄໝ.
     ສຳລັບວິໄສທັດໃນ 5 ປີຕໍ່ໜ້າ, ທີວີລາວ ຈະສ້າງຕົນເອງໃຫ້ເປັນຜູ້ນຳທາງດ້ານ ສື່ໂທລະພາບໃນ ສປປ ລາວ ແລະ ອາຊຽນ ແລະ ສ້າງໃຫ້ເປັນສະຖານີໂທລະພາບ ມະຫາຊົນໃນອານາຄົດ.

No comments:

Post a Comment