Ad

Ad

25 August 2015

ມອບ-ຮັບໜ້າທີ່ລັດຖະມົນຕີວ່າການກະຊວງກະສິກຳ-ປ່າໄມ້

 ພິທີມອບ-ຮັບໜ້າທີ່ລັດຖະມົນຕີວ່າການກະຊວງກະສິກຳ-ປ່າໄມ້ລະຫວ່າງທ່ານ ວິໄລວັນ ພົມເຂລັດຖະມົນຕີຜູ້ເກົ່າທີ່ອອກພັກຜ່ອນຮັບເບ້ຍບຳນານ ແລະ ທ່ານ ເພັດ ພົມພິພັກ ລັດຖະມົນຕີຜູ້ໃໝ່, ໄດ້ມີຂຶ້ນໃນຕອນບ່າຍວັນທີ 24 ສິງຫານີ້ ຢູ່ກະຊວງດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນ ຕີ, ຜູ້ຊີ້ນຳວຽກງານຂົງເຂດການຜະລິດ ແລະ ຈໍລະຈອນ, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ, ເພື່ອປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ.
             ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ໃຫ້ກຽດໂອ້ລົມວ່າ: ການມອບ-ຮັບໜ້າທີ່ສຳຄັນນີ້, ມັນແມ່ກົດເກນ, ລະບຽບຫລັກການຂອງພັກ ແລະ ລັດເຮົາ, ທັງແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກເວົ້າລວມ, ເວົ້າສະເພາະແມ່ນ
ໃຫ້ຂະແໜງກະສິກຳ-ປ່າໄມ້ ກາຍເປັນພື້ນຖານສຳຄັນຂອງໂຄງປະກອບເສດຖະກິດແຫ່ງ ຊາດ, ການຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານໃຫ້ຍືນຍົງ, ໂດຍສະເພາະແມ່ນໃຫ້ບັນລຸຕົວການຜະລິດພືດທີ່ເປັນທ່າແຮງເຊັ່ນ: ການປູກເຂົ້າໃຫ້ບັນລຸ 4,7 ລ້ານໂຕນຮອດປີ 2020, ຊຶ່ງຢາກບັນລຸໄດ້ຄືແນວນັ້ນ, ກ່ອນອື່ນໝົດຄະນະພັກ-ຄະນະນຳ ແລະ ພະນັກງານໃນຂົງເຂດກະຊວງກະສິກຳ-ປ່າໄມ້ ຕ້ອງບຸກທະລຸໄດ້ດ້ານຈີນຕະນາການແກ້ໄຂແນວຄິດເກົ່າ, ຮັກສາເດີມ, ຫັນປ່ຽນຮູບແບບການຜະລິດເກົ່າໄປສູ່ການນຳໃຊ້ເຕັກນິກ-ວິທະຍາສາດອັນທັນສະໄໝ, ຕ້ອງເອົາໃຈໃສ່ຄົ້ນຄວ້າຈຸດພິເສດທ່າແຮງການປູກ-ການລ້ຽງໃນແຕ່ລະເຂດຂອງປະເທດໃຫ້ເໝາະສົມ, ມີຈຸດສຸມເພື່ອກ້າວສູ່ການຜະລິດເປັນສີນຄ້າໃຫ້ຫລາຍຂຶ້ນ, ພ້ອມກັນນີ້ກໍສຸມໃສ່ການຜະລິດກະສິກຳທີ່ສະອາດ, ປອດສານຜິດ, ເປັນມິດກັບສິ່ງແວດລ້ອມ, ທັງສາມາດເຊື່ອມໂຍງ ແລະ ແຂ່ງຂັນໃນຂະແໜງກະສິກຳກັບຕະຫລາດພາກພື້ນ ແລະ ສາກົນເທື່ອລະກ້າວ.

No comments:

Post a Comment