Ad

Ad

25 August 2015

ລຶບລ້າງຄວາມບໍ່ຮູ້ໜັງສືຄືໝາກຜົນຂອງແຜນປະຕິຮູບການສຶກສາລາວ

              ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ສາກົນໃຫ້ການຍ້ອງຍໍຊົມເຊີຍວ່າເປັນປະເທດທີ່ສາມາດຈັດຕັ້ງປະຕິບັດບັນດາພັນທະຂອງສາກົນໄດ້ຢ່າງແຂງແຮງ, ລວມເຖິງການປະຕິບັດເປົ້າໝາຍສະຫັດສະວັດແຫ່ງການພັດທະນາ(MDG) ມີຄວາມຄືບໜ້າດີ ແລະ ພົ້ນເດັ່ນສຸດ ແມ່ນວຽກງານການລຶບລ້າງຄວາມບໍ່ຮູ້ໜັງສືຂອງປະຊາຊົນໃນເກນອາຍຸໄດ້ຢ່າງສີ້ນເຊິ່ງ ແລະ ໃນວັນທີ 28 ສິງຫາຈະເຖິງນີ້, ສປປ ລາວ ຈະຈັດພິທີປະກາດລົບລ້າງຄວາມບໍ່ຮູ້ໜັງສື ແລະ ຈົບຊັ້ນປະຖົມບຳລຸງໃນທົ່ວປະເທດ.
             ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ພັກ ແລະ ລັດຖະບານ ຖືວ່າການກືກໜັງສືເປັນໄພອັນຕະລາຍ ແລະ ເປັນອຸປະສັກຕໍ່ການສ້າງສາພັດທະນາປະເທດຊາດ, ຍ້ອນແນວນັ້ນພັກ ແລະ ລັດ ຈຶ່ງຖືເອົາວຽກງານພັດທະນາການສຶກສາໄປກ່ອນບາດກ້າວໜຶ່ງເພື່ອເປັນກຸນແຈໄຂຊ່ອງທາງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ. ສະນັ້ນ ເພື່ອສະໜອງການຈັດຕັ້ງປະຕິບັດແນວທາງນະໂຍບາຍດັ່ງກ່າວ, ລັດຖະບານຈຶ່ງໄດ້ສ້າງແຜນຍຸດທະສາດ

ປະຕິຮູບການສຶກສາແຫ່ງຊາດ ເພື່ອຍົກລະດັບຄຸນນະພາບທາງການສຶກສາຂອງລາວໃຫ້ດີຂຶ້ນກວ່າເກົ່າ ແລະ ໄດ້ປ່ຽນຊື່ກົມປະຊາສຶກສາ ແລະ ບຳລຸງວັດທະນາທຳ ຂອງກະຊວງສຶກສາໃນເມື່ອກ່ອນມາເປັນກົມການສຶກສານອກໂຮງຮຽນໃນປັດຈຸບັນ ເພື່ອເຮັດບົດບາດສຳຄັນໃນການສ້າງໂອກາດ ແລະ ສົ່ງເສີມໃຫ້ເດັກໃນເກນອາຍຸ 6-14 ປີ ໂດຍສະເພາະ
ຜູ້ຍິງ,ຜູ້ທີ່ດ້ອຍໂອກາດ, ປະລະການຮຽນໃນສາຍສາມັນຢູ່ເຂດຊົນນະບົດຫ່າງໄກສອກຫລີກໄດ້ເຂົ້າຮຽນຈົບຊັ້ນປະຖົມໂດຍຫລັກສູດການຮຽນ-ການສອນຂອງການສຶກສານອກໂຮງຮຽນ, ຄຽງຄູ່ກັນນັ້ນກໍສົ່ງເສີມການສືກສາຜູ້ໃຫຍ່ໃນການລົບລ້າງຄວາມບໍ່ຮູ້ໜັງສື, ບຳລຸງຍົກລະດັບການສຶກສາຂັ້ນປະຖົມ, ມັດທະຍົມຕອນຕົ້ນ-ປາຍ ແລະ ໃຫ້ການຝືກອົບຮົມວິຊາຊີບຂັ້ນພື້ນຖານ, ພ້ອມກັນນັ້ນກໍໃຫ້ການສະໜັບສະໜູນການສືກສາຕາມອັດທະຍາໄສເພື່ອໃຫ້ເກີດມີການຮຽນຮູ້ຕະຫລອດຊີວິດ ແລະ ຈາກການຈັດຕັ້ງປະຕິບັດຍຸດທະສາດແຜນປະຕິຮູບການສຶກສາ ແລະ ການບຳລຸງຈົບຊັ້ນປະຖົມເຫັນວ່າມີຜົນສຳເລັດຄື: ນັບແຕ່ປີ 1991 - 2015 ມີຜູ້ຮຽນຈົບລົບລ້າງຄວາມບໍ່ຮູ້ໜັງສືຈຳນວນ 942 ພັນກວ່າຄົນ, ໃນນັ້ນເປັນຍິງ 527 ພັນກວ່າຄົນ, ຈົບຊັ້ນປະຖົມບຳລຸງຫລາຍກວ່າ 640 ພັນຄົນ, ຍິງ 338 ພັນກວ່າຄົນ ແລະ ສົກປີ 2014-2015 ມີຜູ້ຮຽນຈົບລົບລ້າງຄວາມບໍ່ຮູ້ໜັງສື 6.402 ຄົນ, ຍິງ 3.864 ຄົນ ແລະ ຈົບຊັ້ນປະຖົມບຳລຸງ 18.575 ຄົນ, ຍິງ 10.617 ຄົນ. ໃນນີ້, ນະຄອນຫລວງວຽງແມ່ນປະກາດຈົບຊັ້ນປະຖົມບໍາລຸງກ່ອນໝູ່ໃນປີ 2010, ຖັດມາຈຶ່ງແມ່ນແຂວງຈຳປາສັກໃນປີ 2011, ຊຽງຂວາງປີ 2012, ອຸດົມໄຊ, ຫລວງພະບາງ, ຫລວງນ້ຳທາ, ບໍລິຄຳໄຊ, ໄຊຍະບູລີ, ບໍ່ແກ້ວ ແລະ ຫົວພັນ ໃນປີ 2013, ສາລະວັນ, ອັດຕະປື, ຄຳມ່ວນ, ສະຫວັນນະເຂດ, ເຊກອງ ແລະ ແຂວງວຽງຈັນໃນປີ 2014 ແລະ ຜົ່ງສາລີ,ໄຊສົມບູນໃນປີ 2015.
             ກະຊວງດັ່ງກ່າວໃຫ້ຮູ້ວ່າ: ສຳລັບຄາດໝາຍຕົ້ນຕໍຂອງການສືກສານອກໂຮງຮຽນໃນຕໍ່ໜ້ານີ້ແມ່ນຈະສູ້ຊົນເຮັດໃຫ້ອັດຕາການຮູ້ໜັງສືຂອງຜູ້ໃຫຍ່ໃນເກນອາຍຸ 15-24 ປີບັນລຸ 99% ແລະ ໃນເກນອາຍຸ 15 ປີຂື້ນເມືອບັນລຸໄດ້ 95%, ສ້າງເງື່ອນໄຂໃຫ້ເດັກໃນເກັນ 6-14 ປີທີ່ບໍ່ໄດ້ເຂົ້າຮຽນຢູ່ເຂດຫ່າງໄກສອກຫລີກບໍ່ມີໂຮງຮຽນໃຫ້ໄດ້ເຂົ້າຮຽນຢ່າງທົ່ວເຖິງ ແລະ ຈົບຊັ້ນປະຖົມສຶກສາ, ບຳລຸງຍົກລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນໃຫ້ໄດ້ 50 ພັນ
ຄົນ, ຈົບຊັ້ນມັດທະຍົມຕອນປາຍໃຫ້ໄດ້ 3 ພັນຄົນຕໍ່ປີ ແລະ ຮອດປີ 2020 ກຸ່ມເປົ້າໝາຍ 15-35 ປີໃຫ້ຈົບມັດທະຍົມຕົ້ນບຳລຸງ, ຄຽງຄູ່ກັນນັ້ນ, ກໍເລັ່ງໃສ່ການຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ກຸ່ມເປົ້າໝາຍ ແລະ ກຸ່ມສົນໃຈໃນເຂດຫ່າງໄກສອກຫລີກ ແລະ ຈຸດສຸມໃຫ້ໄດ້ປະມານ 3 ພັນຄົນຕໍ່ປີ, ປັບປຸງ ແລະ ຂະຫຍາຍສູນການສືກສານອກໂຮງຮຽນຂັ້ນຕ່າງໆໃຫ້ທົ່ວເຖິງ ແລະ ມີຄຸນນະພາບໃນເຂດຫ່າງໄກສອກຫລີກ, ຈຸດສຸມພັດທະນາ ແລະ ເຂດ 3 ສ້າງ.

ທ່ານ ລີຕູ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ໄດ້ຢືນຢັນໃນລະຫວ່າງໃຫ້ສຳພາດຕໍ່ສື່ມວນຊົນໃນອາທິດຜ່ານມາວ່າ: ການປະກາດຈົບຊັ້ນປະຖົມບຳລຸງໃນທົ່ວປະເທດໃນທ້າຍເດືອນນີ້,ໄດ້ຢັ້ງຢືນໃຫ້ສາກົນເຫັນວ່າ ສປປ ລາວ, ສາມາດຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດແຫ່ງການພັດທະນາໄດ້ມີຄວາມຄືບໜ້າເປັນຢ່າງດີ ແລະ ປະຕິບັດແຜນປະຕິຮູບການສຶກສາແຫ່ງຊາດມີຜົນສຳເລັດເປັນກ້າວໆ.

No comments:

Post a Comment