Ad

Ad

25 September 2015

ລົງນາມບັນທຶກຄວາມເຂົ້າໃຈໂຄງການຄຸ້ມຄອງປ່າໄມ້

     
ພິທີລົງນາມບັນທຶກຄວາມເຂົ້າໃຈ ໂຄງການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າ ໄມ້ ເພື່ອກຽມຄວາມພ້ອມເຂົ້າເປັນຄູ່ຄ້າໄມ້ກັບສາກົນ, ໄດ້ມີຂຶ້ນໃນຕອນບ່າຍຂອງວັນທີ 24 ກັນຍານີ້, ຢູ່ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ, ລະຫວ່າງ ທ່ານ ຄຳພຸດ ພັນດານຸວົງ ຫົວໜ້າກົມກວດກາປ່າໄມ້ ແລະ ທ່ານ ສົມພອນ ບົວສະຫວັນ ຫົວໜ້າອົງການກອງທຶນອະນຸລັກທຳມະຊາດໂລກປະຈຳລາວ, ມີທ່ານ ມີແຊນ ໂກແຟັງ ອຸປະທູດສຳນັກງານສະຫະພາບເອີຣົບປະຈຳລາວ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຄີພິຍານ.

     ການລົງນາມດັ່ງກ່າວແມ່ນເພື່ອສ້າງຄວາມອາດສາມາດແລະ ຮັບປະກັນໃນຄຸ້ມຄອງ ແລະ ການຄ້າໄມ້ທັງພາຍໃນ ແລະ ຕ່າງປະເທດ ມີຄວາມສອດຄ່ອງກັບລະບຽບການຄຸ້ມ ຄອງປ່າໄມ້ຂອງສະຫະພາບເອີຣົບ, ເຊິ່ງສະຫະພາບເອີຣົບ ໄດ້ໃຫ້ທຶນ ຈຳນວນ 557 ພັນເອີໂຣ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເພື່ອຊຸກຍູ້ຊ່ວຍເຫລືອລັດຖະບານລາວໃນການກະກຽມຄວາມ ພ້ອມເຂົ້າຮ່ວມເປັນພາຄີແບບສະໝັກໃຈກັບສະຫະພາບເອີຣົບ (VPA) ເຊິ່ງເປັນຂໍ້ຕົກລົງ ຜູກພັນທາງການຄ້າທີ່ຖືກກົດໝາຍລະຫວ່າງສະພາບເອີຣົບ ແລະ ບັນດາປະເທດຕ່າງໆ ໃນທົ່ວໂລກ ທີ່ສົ່ງອອກໄມ້.

No comments:

Post a Comment