Ad

Ad

25 September 2015

ກະຊວງການເງິນຊີ້ແຈງກໍລະນີການອອກຫວຍ ແລະ ຫວຍທວາຍຜົນບານ

           
ທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນ ສີລາ ວຽງແກ້ວ ໄດ້ອອກມາ ຊີ້ແຈງຜ່ານສື່ມວນຊົນໃນວັນທີ 24 ກັນຍານີ້ຢູ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນຕໍ່ກໍລະນີການອອກຜົນຫວຍ ແລະ ການອະນຸຍາດໃຫ້ບໍລິການຫວຍທວາຍຜົນບານ, ພາຍຫລັງບັນຫາດັ່ງກ່າວໄດ້ມີປະຊາຊົນສະເໜີຜ່ານສາຍດ່ວນສະພາເພື່ອໃຫ້ພາກສ່ວນກ່ຽວ ຂ້ອງກວດກາຄວາມໂປ່ງໃສ່ໃນການອອກຜົນຫວຍແຕ່ລະຄັ້ງ ແລະ ຫວຍທວາຍຜົນບານທີ່ເປັນການເບື່ອເມົາສັງຄົມຢ່າງໜັກ, ໂດຍສະເພາະແມ່ນໃນກຸ່ມນັກຮຽນ-ນັກສຶກສາທີ່ສູນເສຍເງິນຈາກການລົງພະນັນປະເພດດັ່ງກ່າວ ສົ່ງຜົນໃຫ້ເກີດມີປະກົດການຫຍໍ້ທໍ້ທາງສັງຄົມອື່ນໆຕາມມາ.
ທ່ານລັດຖະມົນຕີຊ່ວຍກະຊວງການເງິນ ກ່າວວ່າ: ລັດວິສາຫະກິດຫວຍພັດທະນາໄດ້ເອົາໃຈໃສ່ຕິດຕາມກວດ ກາການອອກເລກລາງວັນຢ່າງເຂັ້ມງວດ, ເຊິ່ງຖືເປັນວຽກງານສຳຄັນໃນການເຄື່ອນໄຫວທຸລະກິດ ແລະ ໄລຍະຜ່ານມາ, ໄດ້ມີຫາງສຽງສ່ວນໜຶ່ງຈາກສັງຄົມວ່າການອອກຫວຍສາມາດເຮັດໃຫ້ອອກໄດ້ຕາມຕ້ອງການ (ລັອກຫວຍ) ນັ້ນຖືວ່າບໍ່ເປັນຄວາມຈິງ,ເພາະວ່າການອອກລາງວັນແຕ່ລະຄັ້ງເພື່ອຮັບປະກັນຄວາມໂປ່ງໃສ, ກະຊວງການເງິນໄດ້ແຕ່ງຕັ້ງຄະນະ
ກຳມະການຄຸ້ມຄອງການອອກເລກລາງວັນຫວຍພັດທະນາຂັ້ນສູນກາງທີ່ເປັນຜູ້ຕາງໜ້າມາຈາກ 7 ພາກສ່ວນຄື: ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ກະຊວງການເງິນ, ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ຫ້ອງວ່າການລັດຖະບານ, ກະຊວງຍຸຕິທຳ ແລະ ກະຊວງປ້ອງກັນຄວາມສະຫງົບ, ເຂົ້າຮ່ວມໃນການຕິດຊັ່ງນ້ຳໜັກໜ່ວຍໝາກບານ, ກວດກາອຸປະກອນອອກເລກລາງວັນ, ເຂົ້າຮ່ວມການອອກເລກລາງວັນ ແລະ ຢັ້ງຢືນຜົນການອອກເລກລາງວັນ ແລະ ເປີດໂອກາດໃຫ້ປະຊາຊົນທີ່ມີຄວາມສົນໃຈກ່ຽວກັບການອອກເລກລາງວັນສາມາດເຂົ້າຮ່ວມຮັບຊົມ ແລະ ຕິດຕາມການອອກເລກລາງວັນໄດ້, ທັງມີການຖ່າຍທອດສຽງສົດທາງວິທະຍຸກະ ຈາຍສຽງແຫ່ງຊາດ, ເພື່ອໃຫ້ຜູ້ມັກສ່ຽງໂຊກຊີງລາງວັນທັງຫລາຍມີຄວາມເຊື່ອໝັ້ນ ແລະ ໃຫ້ການສະໜັບສະໜູນຫວຍຂອງລັດ ແລະ ພະນັກງານທີ່ປະຕິບັດໜ້າທີ່ອອກເລກລາງວັນລ້ວນແຕ່ແມ່ນຄົນລາວທັງໝົດ, ສະນັ້ນ ຈຶ່ງຢືນຢັນໄດ້ວ່າບໍ່ມີການລັອກເລກແຕ່ຢ່າງໃດ. ສ່ວນກໍລະນີທີ່ມີເລກອອກໂຕເກົ່າຊ້ຳກັນງວດຕໍ່ງວດກໍເປັນເຫດການບັງເອີນສຸດວິໄສ.
ເນື່ອງຈາກການຫລິ້ນຫວຍທວາຍຜົນເຕະບານເຖື່ອນແມ່ນມີແຜ່ລາມທົ່ວໄປໃນບັນດາຕົວເມືອງໃຫຍ່, ເຊິ່ງມີເຈົ້າມືລົງທຶນເປັນບຸກຄົນເອກະຊົນທີ່ບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງພັກ-ລັດແຕ່ຢ່າງໃດ ແລະ ບໍ່ໄດ້ເສຍພັນທະງົບປະມານແກ່ລັດຕາມລະບຽບກົດໝາຍແຕ່ຢ່າງໃດ. ສະນັ້ນ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການ, ລັດວິສາຫະກິດຫວຍພັດທະນາໄດ້ຮັບອະນຸຍາດຈາກກະຊວງການເງິນໃຫ້ຄົ້ນຄວ້າຜະລິດຕະພັນອອກຮັບໃຊ້ສັງຄົມຫລາຍປະເພດຫວຍ, ອີງໃສ່ບົດຮຽນຂອງບໍລິສັດຫວຍຕ່າງປະເທດ ແລະ ໝູນໃຊ້ເຂົ້າໃນເງື່ອນໄຂເສດຖະກິດ-ສັງຄົມລາວ, ຫວຍທວາຍຜົນເຕະບານແມ່ນຜະລິດຕະພັນໜຶ່ງຂອງບໍລິສັດລັດວິສາຫະກິດຫວຍພັດທະນາລະບົບການຈຳໜ່າຍແມ່ນນຳໃຊ້ລະບົບທີ່ທັນສະໄໝ, ມີຄວາມປອດໄພ, ໝັ້ນຄົງ ແລະ ໂປ່ງໃສ. ຈຸດປະສົງຂອງການຈຳໜ່າຍຫວຍດັ່ງກ່າວແມ່ນເພື່ອເພີ່ມທາງເລືອກທີ່ຖືກຕ້ອງໃຫ້ແກ່ຜູ້ມັກສ່ຽງໂຊກປັບປ່ຽນພຶດຕິກຳທີ່ເຄີຍສ່ຽງກັບຫວຍເຖື່ອນໃຫ້ຫັນມາສະໜັບສະໜູນຫວຍຂອງລັດພາຍໃຕ້ການຄຸ້ມຄອງທີ່ຖືກລະບຽບກົດໝາຍ, ສ້າງວຽກເຮັດງານທຳ ແລະ ລາຍຮັບເສີມໃຫ້ພົນລະເມືອງລາວຈຳນວນໜຶ່ງ, ຕອບສະໜອງເງິນລາງວັນໃຫ້ຜູ້ໂຊກດີຢ່າງຄົບຖ້ວນ, ພ້ອມທັງເປັນການປະກອບສ່ວນເປັນແຫລ່ງລາຍ
ຮັບເຂົ້າງົບປະມານຂອງລັດເພີ່ມອີກ, ເຮັດໃຫ້ການສ່ຽງໂຊກເປັນການຜ່ອນຄາຍອາລົມ, ເພື່ອຄວາມມ່ວນຊື່ນ, ຂະນະດຽວກັນລັດວິສາຫະກິດຫວຍພັດທະນາກໍໄດ້ຈຳກັດລາຄາຊື້ບໍ່ໃຫ້ເກີນ 1 ລ້ານກີບຕໍ່ຄົນຕໍ່ວັນ ແລະ ຜູ້ຊື້ຕ້ອງມີອາຍຸ 18 ປີຂຶ້ນໄປ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນສັງຄົມຜູ້ທີ່ມັກສ່ຽງໂຊກຊີງລາງວັນໃຫ້ການສະໜັບສະໜູນຫວຍຂອງລັດ ແລະ ຫລີກເວັ້ນການຊື້ຫວຍເຖື່ອນຕ່າງໆ.

No comments:

Post a Comment