Ad

Ad

25 September 2015

ແຂວງ​ໄຊ​ຍະ​ບູລີ​ ສາມາດ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ​ລື່ນ​ຄາດໝາຍ​


   ທ່ານ ພົງສະຫວັນ ສິດທະວົງ ​​ເຈົ້າແຂວງໄຊຍະບູລີໄດ້ລາຍງານຕໍ່ກອງປະຊຸມເປີດກ້ວາງລັດຖະບານ ທີ່ໄຂຂຶ້ນໃນລະຫວ່າງວັນທີ 23-25 ກັນຍານີ້, ​ໃນນະຄອນຫລວງວຽງຈັນ ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນສົກປີ 2014-2015, ແຂວງຕົນໄດ້ສຸມໃສ່ຫັນລົງກໍ່ສ້າງຮາກຖານການເມືອງຢູ່ຊົນນະບົດ,​ ​ແກ້ໄຂຄວາມທຸກຍາກແລະ ຈັດສັນອາຊີບຄົງທີ່ໃຫ້ປະຊາຊົນ, ຕິດພັນກັບການຈັດຕັ້ງປະຕິບັດທິດນຳສາມສ້າງຢ່າງເປັນຂະບວນ.​ ​ໃນ​​ໄລຍະ 1 ປີຜ່ານມາ, ທົ່ວແຂວງແມ່ນມີຄວາມສະຫງົບ, ປອດໄພ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍເຖິງ​​ວ່າບາງໄລຍະໄດ້ພົບກັບຄວາມຫຍຸ້ງຍາກທາງດ້ານງົບປະມານແລະ ການເງິນ, ​ແຕ່ຄະນະພັກ, ອຳນາດການປົກຄອງທຸກຂັ້ນໄດ້ເອົາໃຈໃສ່ປຸກລະດົມແລະ ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ, ບັນດາຫົວໜ່ວຍທຸລະກິດ​​ຕ່າງໆຢ່າງຈິງຈັງ, ຈຶ່ງເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງໃນລະດັບ 9,3%, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 7.295 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 19 ລ້ານກວ່າກີບ ຫລືເທົ່າກັບ 2.413 ​ໂດລາສະຫະລັດ. ​ໃນນັ້ນ ຂະແໜງກະສິກຳເພີ້ມຂຶ້ນ 4,5%, ກວມເອົາ 33,5%, ອຸດສາຫະກຳເພີມຂຶ້ນ 13%, ກວມເອົາ 33,2%, ການບໍລິການ  ​ເພີມຂຶ້ນ 13% ກວມເອົາ 3% ຂອງລວມຍອດຜະລິດຕະພັນພາຍໃນ.
     ມາຮອດປັດຈຸບັນແຂວງໄຊຍະບູລີ ສາມາດເກັບລາຍຮັບເຂົ້າງົບປະມານລວມທັງພູດສູນກາງແລະ ທ້ອງຖິ່ນໄດ້ທັງໝົດ 418 ຕື້ກວ່າກີບເທົ່າກັບ 118,16% ຂອງແຜນການແລະເທົ່າກັບ 115,75% ຂອງແຜນດັດແກ້ທ້າຍປີ, ທຽບໃສ່ປີຜ່ານມາປະຕິບັດໄດ້ລື່ນ 46,06%, ປະຕິບັດລາຍຈ່າຍ​​ໄດ້ 420 ຕື້ກວ່າກີບເທົ່າກັບ 87,97% ຂອງແຜນປີ, ທຽບໃສ່ປີຜ່ານມາຫລຸດລົງ 3,1%. ພ້ອມນີ້ ການສົ່ງອອກສິນຄ້າໄດ້ທັງໝົດ 59 ລ້ານກວ່າໂດລາສະຫະລັດເທົ່າກັບ 100,73% ຂອງແຜນການປີ, ທຽບໃສ່ປີຜ່ານມາເຫັນວ່າລື່ນຄາດໝາຍ 15,82%. ການນຳເຂົ້າສິນຄ້າຂອງແຂວງໄດ້ທັງໝົດ 19 ລ້ານກວ່າ​​ໂດລາສະຫະລັດເທົ່າກັບ 47,36% ຂອງແຜນການປີ, ທຽບໃສ່ປີຜ່ານມາຫລຸດລົງ 52,63%, ​ເຊິ່ງສັງເກເຫັນວ່າໃນສົກປີ 2014-2015 ຜ່ານມາ, ​ແຂວງໄຊຍະບູລີເກີນດຸນດ້ານການຄ້າ 39,31 ລ້ານໂດລາສະຫະລັດ.
     ຄຽງຄູ່ກັບຜົນງານທີ່ກ່າວມາຂ້າງ​​​ເທິງນັ້ນ ຍັງມີ​​ຈຸດອ່ອນແລະ ຂໍ້ຄົງຄ້າງບາງດ້ານທີ່ຈະຕ້ອງປັບປຸງແກ້ໄຂເປັນຕົ້ນ ສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ຄວາມຮັບຜິດຊອບຕໍ່ວຽກງານໃຫ້ສູງຂຶ້ນ, ຮີບຮ້ອນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົໃຫ້ທັນສະພາບ, ອຳນາດການປົກຄອງແຂວງ, ​ເມືອງແລະ ບ້ານ ຄວນເປັນເຈົ້າການໃນການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢ່າງຕັ້ງໜ້າ, ສູ້ຊົນຍາດແຍ່ງເອົາການລົງທຶນຈາກຕ່າງປະເທດ​​ໃຫ້ຫລາຍຂຶ້ນ, ​ເລັ່ງໃສ່ການປະຕິບັດຄາດໝາຍສະຫະສະວັດດ້ານການພັດທະນາ​ ​ໂດຍສະເພາະການສຶກສາໃຫ້ບັນລຸໂດຍໄວແລະເຂັ້ມງວດການຄຸ້ມຄອງລັດ, ​ເສດຖະກິດ, ສັງຄົມໃຫ້ສູງຂຶ້ນ.
     ​ທ່ານເຈົ້າແຂວງໄຊຍະບູລີ ​​ກ່າວວ່າ: ​ໃນສົກປີຕໍ່ໜ້າ ແຂວງໄຊຍະບູລີ​​ຈະໄດ້ສືບຕໍ່ຜັນຂະຫຍາຍໝາກຜົນທີ່ຍາດມາໄດ້ໃນໄລຍະຜ່ານມາໄປພ້ອມໆກັບການຍົກສູງຄຸນນະພາບການພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກ, ຈັດສັນພູມລຳ​​ເນົາແລະ ອາຊີບຄົງທີ່ໄປພ້ອມກັບການສົ່ງເສີມການຜະລິດເປັນສິນຄ້າໃນເຂດຊົນນະບົດ, ຫລຸດຜ່ອນການແຕກໂຕນກັນລະຫວ່າງຊົນນະບົດແລະ ຕົວເມືອງ, ສ້າງຄວາມຍຸຕິທຳໃນສັງຄົມ, ​ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ, ການສ້າງຄວາມຈະເລີນທາງດ້ານວັດຖຸແລະ ຄວາມສີວິໄລທາງດ້ານຈິດໃຈ, ສ້າງພະນັກງານຮາກຖານໃຫ້ມີຄຸນນະພາເພື່ອປະກອບສ່ວນເຂົ້າໃນການພັດທະນາ​​ເສດຖະກິດຂອງຊາດໃຫ້ເຂັ້ມແຂງ, ສືບຕໍ່ປັບປຸງກົນໄກການຄຸ້ມຄອງບໍລິຫານລັດໃນທຸກຂັ້ນເພື່ອຍົກສູງຄວາມສັກສິດແລະ ປະສິດທິຜົນຂອງການຄຸ້ມຄອງເສດຖະກິດ, ພ້ອມທັງຕ້ານແລະ ສະກັດກັ້ນໜໍ່ແໜງປາກົດການຫຍໍ້ທໍ້ຕ່າງທີ່ຈະເກີດຂຶ້ນໃນສັງຄົມ, ຕ້ານການສໍ້ລາດບັງຫລວງ, ການຫລີ້ນກິນຟູມເຟືອຍແລະເພີ່ມທະວີການປະຢັດມັດທະຍັດຢ່າງເຂັ້ມງວດແລະ ສ້າງປະຖົມປັດໃຈຮອບດ້ານເພື່ອຮັບປະກັນໃຫ້ແກ່ການເຊື່ອມ​​ໂຍງທາງດ້ານຄົມມະນາຄົມຂົນສົ່ງ, ການຄ້າແລະ ການທ່ອງທ່ຽວໂດຍການສ້າງພື້ນຖານໂຄງລ່າງເສດຖະກິດໃຫ້ຄົບຊຸດ. ນອກຈາກນີ້ ກໍຕ້ອງປັບປຸງກົນໄກອານຸຍາດການລົງທຶນໃຫ້ວ່ອງໄວເພື່ອດຶງດູດນັກລົງທຶນເຂົ້າມາພັດທະນາໃນທຸກຂົງເຂດອີກດ້ວຍ.

No comments:

Post a Comment