Ad

Ad

28 September 2015

ຄາດຕະກໍາເມຍຢູ່ຖຽງນາ

ຂ່າວ-ພາບ : ຫນັງສືພິມ ປກສ
ທ້າວ ກົວະ ອາຍຸ 34 ປີ ຢູ່ບ້ານນາທະລັງ ເມືອງພີນ ແຂວງສະຫວັນນະເຂດ ຖືກເຈົ້າໜ້າທີ່ຈັບຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງລົງມືກໍ່ເຫດຄາດຕະກໍາ ນາງ ຕາດໍາອ າຍຸ 31 ປີ, ເຊິ່ງເປັນເມຍຂອງຕົນຢ່າງໂຫດຫ້ຽມຢູ່ຖຽງນາເຂດບ້ານດັ່ງກ່າວເມື່ອວັນທີ 22 ກັນຍາຜ່ານມາ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກປະຊາຊົນວ່າເກີດມີການຄາດຕະກໍາຢູ່ບ້ານດັ່ງກ່າວ, ກໍໄດ້ຈັດກໍາລັງລົງໄປກວດກາສະຖານທີ່ເກີດເຫດຮີບດ່ວນ ແລະ ພົບເຫັນສົບຜູ້ເສຍຊີວິດໜຶ່ງຄົນ, ມີຮ່ອງຮອຍຖືກຂອງແຂງຕີບໍລິເວນງ່ອນ ແລະ ຢູ່ຄໍມີຮ່ອງຮອຍຂອງມີຄົມປາດຄໍເປັນບໍລິເວນກວ້າງ ແລະ ສາມາດຮູ້ຕົວຄາດຕະກອນທີ່ລົງມືກໍເຫດອັນໂຫດຫ້ຽມຄັ້ງນີ້ແມ່ນຜົວຂອງຜູ້ຕາຍເອງ, ຈຶ່ງໄດ້ຈັດກໍາລັງຈັບຕົວມາດໍາເນີນຄະດີໃນເວລາຕໍ່ມາ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວ ກົວະ ຮັບສາລະພາບວ່າ: ຕົນ ແລະ ຜູ້ຕາຍໄດ້ແຕ່ງງານຢູ່ກິນນໍາກັນມາເປັນເວລາ 8 ປີ ແລະ ມີລູກນໍາກັນ 2 ຄົນ, ຕະຫລອດຫລາຍປີຜ່ານມາຕົນ ແລະ ເມຍກໍມັກຜິດຖຽງກັນເປັນປະຈໍາ ແລະ ມື້ເກີດເຫດຕົນ ແລະ ເມຍພ້ອມດ້ວຍລູກຄົນໜຶ່ງ, ໄດ້ພາກັນໄປເບິ່ງສວນຢູ່ນາຂອງປ້າ ທີ່ຢູ່ຫ່າງຈາກບ້ານປະມານ 2
ກິໂລແມັດ ແລະ ກໍໄດ້ມີປາກສຽງຜິດຖຽງກັນຢ່າງແຮງຍ້ອນນິ້ງກັນບໍ່ຢາກໄປຫົດຕົ້ນໝາກແຕງແລ້ວຕົນກໍເກີດຄວາມໂມໂຫແຮງຈຶ່ງໄດ້ຈັບເອົາໄມ້ຕີໃສ່ງ່ອນເມຍ ແລະ ເອົາມີດປາດຄໍຈົນເມຍເສຍຊີວິດ, ຫລັງຈາກນັ້ນກໍອູ້ມລູກໄປຝາກນໍາຄົນຮູ້ຈັກຢູ່ຖຽງນາຫ່າງຈາກຈຸດເກີດເຫດປະມານ 500 ແມັດແລ້ວກັບເມືອບ້ານຈຶ່ງຖືກອໍານາດການປົກຄອງຈັບຕົວສົ່ງໃຫ້ເຈົ້າໜ້າທີ່ດໍາເນີນຄະດີຕາມກົດໝາຍ.ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜ່ານມາຜູ້ກ່ຽວມີປະຫວັດພົວພັນກັບຢາເສຍຕິດ ແລະ ຖືກອໍານາດການປົກຄອງບ້ານ ແລະ ຍາດພີ່ນ້ອງສຶກສາອົບຮົມຫລາຍຄັ້ງເພື່ອໃຫ້ຢຸດເຊົາພົວພັນຢາເສບຕິດທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຕົນ ແລະ ສັງຄົມ, ແຕ່ສຸດທ້າຍກໍມາເກີດເຫດການທີ່ບໍ່ເພິ່ງປາດຖະໜາແບບນີ້ຈົນໄດ້.

No comments:

Post a Comment