Ad

Ad

28 September 2015

ນຳສະເໜີລົດ MAZDA ຮຸ້ນໃໝ່ໃນລາວ

ວັນທີ 25 ກັນຍານີ້ບໍລິສັດແກ້ວໂອໂຕກຣຸບຈຳກັດ ຊຶ່ງເປັນຕົວແທນຈຳໜ່າຍລົດຍີ່ຫໍ້ ມາສະດາ (MAZDA ) ໃນລາວ, ໄດ້ຈັດພິທີນຳສະເໜີລົດຮຸ່ນໃໝ່ມາສະດາ MX-5  ຂຶ້ນຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ມີຄະນະຜູ້ບໍລິຫານບໍລິສັດດັ່ງກ່າວ, ພ້ອມດ້ວຍລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.

ທ່ານ ກົງເພັດ ແກ້ວມະນີວົງ ຜູ້ຈັດການທົ່ວໄປບໍລິສັດດັ່ງກ່າວໃຫ້ຮູ້ວ່າ:  ລົດ MAZDA MX - 5  ຖືກສ້າງຂຶ້ນໃນປີ 1989  ເປັນລົດສະປອດທີ່ມີຂະໜາດນ້ອຍແຂ່ງແກ່ນທົນທານແລະ ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນເອີຣົບ , ຍ້ອນການອອກແບບໃຫ້ມີການຂັບຂີ່ ແລະ ການຄວບຄຸມທີ່ມີຄວາມສະດວກລົດມາສະດາ MX-5 ທີ່ນຳມາສະເໜີນີ້ເປັນການອອກແບບໃໝ່ໃຫ້ມີຄວາມອັດສະລິຍະ, ເປັນລົດສະປອດທີມີຂະໜາດກວ້າງຂວາງ, ອອກໂຕໄດ້ໄວ ແລະ ມີນຳໜັກເບົາກວ່າຮູ້ກ່ອນ, ຍ້ອນເປັນໂຄງສ້າງທີ່ນຳໃຊ້  Technology  SKYACTIV ແລະ ມີຫຼາຍສັດ
ສ່ວນທີ່ນຳໃຊ້ອາລູມີນຽມ ເຄື່ອງຈັກ SKYACTIV 2000 CC. 160  ແຮງມ້າ, ລະບົບເກຍອັດຕະໂນມັດ 6 ສະປີດທີ່ໃຫ້ອັດຕາເລັ່ງທີ່ດີ  ແລະ ປະຢັດນ້ຳມັນ, ຮູບຊົງມີຄວາມສວຍງາມທັງດ້ານນອກ ແລະ ພາຍໃນ, ມີຄວາມໂດດເດັ່ນ, ຫຼູຫຼາ, ປານີດ, ພາຍໃນມີຈໍຂະໜາດ 7 ນິ້ວ ທີ່ມີຄວາມບັນເທີງ ແລະ ສິ່ງອຳນວຍຄວາມສະດວກຄົບຖ້ວນ, ສາມາດເຊື່ອມຕໍ່ກັບໂລກອອນໄລໄດ້ຢ່າງງ່າຍດາຍ, ສ່ວນລາຄາແມ່ນເລີ່ມຕົ້ນທີ່ 399 ລ້ານກີບ.

No comments:

Post a Comment