Ad

Ad

25 September 2015

ສານນະຄອນຫລວງຕັດສິນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກ 5 ປີ

ຂ່າວ-ພາບ : ຫນັງສືພິມ ປກສ
ໃນວັນທີ 22 ກັນຍານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສິນລົງໂທດ ນາງສົດໄສ(ຕຸກຕາ)ອາຍຸ 27 ປີຢູ່ບ້ານພ້າວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນຈຳຄຸກເປັນເວລາ 5 ປີ, ພ້ອມປັບໄໝ 10 ລ້ານກີບ, ໃນຂໍ້ຫາຄ້າຂາຍຢາເສບຕິດ, ເຊິ່ງຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ເມື່ອທ້າຍເດືອນພຶດສະພາ 2015 ໃນຂະນະ

ຂາຍຢາບ້າໃຫ້ໄວລຸ້ນໃນຮ້ານເກມເຂດບ້ານສະພານທອງ, ພ້ອມຂອງກາງຈໍານວນ 124 ເມັດ, ຈຶ່ງຖືກຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment