Ad

Ad

25 September 2015

ບໍລິສັດໄທ SAMSUNG ມອບໂທລະພາບມູນຄ່າ 2 ຮ້ອຍລ້ານ ກີບໃຫ້ຄະນະ ຄວສ

ວັນທີ 24 ກັນຍານີ້ບໍລິສັດໄທ SAMSUNG ​ເອເລັກໂຕຣນິກ ຈຳກັດ ປະຈຳລາວ, ໄດ້ມອບໂທ ລະພາບຫຼາຍໜ່ວຍ ລວມມູນຄ່າຫຼາຍກວ່າ 2 ຮ້ອຍສ້ານກີບ ໃຫ້ຄະນະວິສະວະກຳສາດມະຫາວິທະຍາໄລແຫ່ງຊາດ, ລະຫວ່າງທ່ານ ຄຸມມັກຄີມ ຫົວໜ້າພະແນກເຄື່ອງໃຊ້ໄຟຟ້າບໍລິສັດ ໄທຊຳຊຸງ ແລະ ທ່ານ ສຈ ດຣ ບົວລິນ ສ້ອຍສຸວັນ ຄະນະບໍດີ ຄວສ, ມີພະນັກງານຄູອາຈານເຂົ້າຮ່ວມນເປັນຈຳນວນຫຼາຍ.

ຄະນະບໍດີ ຄວສ ໃຫ້ຮູ້ວ່າ: ຄະນະ ຄວສ ແລະ ບໍລິສັດໄທຊຳຊຸງເອເລັກໂຕຣນິກໄດ້ຮ່ວມມືກັນມາແຕ່ປີ 2013 ຊຶ່ງຊຳຊຸງໄດ້ໃຫ້ການຊ່ວຍເຫຼືອເຂົ້າໃນການຮຽນການສອນວິຊາໄອທີ ໂດຍສະເພາະແມ່ນໄດ້ສະໜອງອຸປະກອນຕ່າງໆດ້ານໄອທີ ເຮັດໃຫ້ນັກຮຽນມີຄວາມຮູ້ ຄວາມສາມາດ, ອັນພົ່ນເດັ່ນແມ່ນໂຄງການພັດທະນາແອບ ທີ່ ຄວສ ແລະ ຊຳຊຸງໄດ້ຮ່ວມກັນຈັດຂຶ້ນໃນໄລຍະຜ່ານມາ ໄດ້ມີຜົນສຳເລັດຈົນມາເຖິງປັດຈຸບັນ ແລະ ການ
ຊ່ວຍ ເຫຼືອຄັ້ງ ນີ້ແມ່ນມີຄວາມສຳຄັນຫຼາຍໃນການພັດທະນາການສຶກສາ, ເພາະໂທລະພາບທີ່ມອບໃຫ້ຄັ້ງນີ້ແມ່ນທາງຄະນະ ຄວສ ຂອງຈະໄດ້ນຳໃຊ້ເຂົ້າໃນການຮຽນການສອນ, ຮັບໃຊ້ກອງປະຊຸມ ແລະ ອື່ນໆທີ່ເປັນປະໂຫຍດແກ່ໂຮງຮຽນ, ໂອກາດນີ້ທ່ານຍັງສະແດງຄວາມຂອບໃຈຕໍ່ບໍລິສັດໄທຊຳຊຸງທີ່ໃຫ້ການຊ່ວຍເຫຼືອດ້ວຍດີຕະຫຼອດມາ ແລະ ໃຫ້ຄຳ ໝັ້ນວ່າຈະນຳໃຊ້ອຸປະ ກອນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ, ພ້ອມທັງຫວັງວ່າບໍລິສັດໄທຊຳຊຸງອີເລັກ ໂຕນິກຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ຄວສ ຕໍ່ໄປອີກ.

No comments:

Post a Comment