Ad

Ad

29 September 2015

ທະນາຄານແຫ່ງ ສປປ ລາວ ຕອບຂໍ້ຂ້ອງໃຈປະຊາຊົນຜ່ານສາຍດ່ວນສະພາແຫ່ງຊາດ

ໃນວັນທີ 24 ກັນຍານີ້, ຜູ້ ຕາງໜ້າທະນາຄານແຫ່ງ ສປປ ລາວ ໄດ້ອອກມາຊີ້ແຈງ ແລະ ຕອບຂໍ້ຂ້ອງໃຈຂອງປະຊາຊົນ ຢູ່ທີ່ ສະພາແຫ່ງຊາດວ່າ: ໃນກໍລະນີທີ່ ພະນັກງານສານປະຊາຊົນແຂວງວຽງຈັນສ່ອງແສງມາວ່າ, ຍ້ອນຫຍັງສະພາບປ່ອຍເງິນກູ້ນອກລະບົບໃນປັດຈຸບັນຈຶ່ງມີຫຼາຍຂຶ້ນ ແລະ ມີບາງກໍລະນີຍັງບັງຄັບໃຫ້ຜູ້ກູ້ຢືມ ຍິນຍອມມອບຊັບ ຫຼື ມອບກຳມະສິດທີ່ດິນເປັນຫຼັກຊັບຄ້ຳປະກັນ, ຕໍ່ບັນຫາດັ່ງກ່າວນີ້, ຜູ້ຕາງໜ້າທະ ນາຄານໄດ້ຕອບວ່າ: ເງິນກູ້ນອກ ລະບົບທີ່ປະຊາຊົນໄດ້ໄປກູ້ຢືມແມ່ນເປັນການໃຫ້ເງິນກູ້ທີ່ຄິດໄລ່ດອກ ເບ້ຍສູງ ແລະ ບໍ່ໄດ້ຢູ່ໃນລະບົບການຄຸ້ມຄອງຂອງສະຖາບັນການເງິນ ຫຼື ທະນາຄານ ແລະ ກົດໝາຍກໍບໍ່ ໄດ້ອະນຸຍາດໃຫ້ດຳເນີນທຸລະກິດດັ່ງກ່າວ, ເຊິ່ງບັນຫານີ້ແມ່ນເປັນພັນທະຂອງຜູ້ກູ້ ແລະ ຜູ້ໃຫ້ກູ້ ( ນອກລະບົບ ) ຕ້ອງເຈລະຈາໄກ່ເກ່ຍກັນເອງ, ເນື່ອງຈາກການກູ້ຢືມດັ່ງ ກ່າວແມ່ນຢູ່ບົນພື້ນຖານການຕົກລົງເຫັນດີຂອງສອງຝ່າຍ; ເພື່ອຫຼີກລ້ຽງບັນຫາດັ່ງກ່າວ ຖ້າຫາກປະຊາຊົນມີຄວາມຈຳເປັນໃນການນກູ້ຢືມກໍ່ແນະນຳໃຫ້ກູ້ຢືມເງິນນຳສະຖາບັນການເງິນ ຫຼື ທະນາຄານ ທີ່ໄດ້ຮັບອະນຸຍາດຈາກ ທະນາ ຄານແຫ່ງ ສປປ ລາວແມ່ນຈະເປັນການດີທີ່ສຸດຊຶ່ງນອກຈາກ ຈະມີພາກລັດຄຸ້ມຄອງແລ້ວ, ບັນ ດາທະນາຄານ ແລະ ສະຖາບັນ ການເງິນຍັງກຳນົດອັດຕາດອກ ເບ້ຍທີ່ຈະແຈ້ງຕາມລະບຽບກົດ ໝາຍວາງອອກ. ພ້ອມນີ້, ຫົວໜ້າ ທະນາ ຄານນະໂຍບາຍປະຈຳເມືອງໄຊຍະບູລີໄດ້ໂທລະສັບຜ່ານສາຍດ່ວນກ່ຽວກັບໃນໄລຍະ 5-6 ປີຜ່ານມາທີ່ໄດ້ເປັນຕົວແທນໃຫ້ທະນາຂໍໃຫ້ພາກສ່ວນກ່ຽວຂ້ອງຊ່ວຍຊອກຫາວິທີ
ແກ້ໄຂເລື່ອງປະຊາຊົນແຂວງຂອງຕົນຕ້ອງຈ່າຍເງິນຄ່າ ຊັບຊ່າວ ແລະ ບຸກເບີກເນື້ອທີ່ນາ ຄອບຄົວລະເງິນປະມານ 20 ລ້ານ, 30 ລ້ານກີບ, ເຫັນວ່າປະຊາຊົນບໍ່ ໄດ້ຮັບຄວາມເປັນທຳ ແລະ ທະນາ ຄານຊີ້ແຈງວ່າ: ພາຍຫຼັງທີ່ໄດ້ຮັບ ໜັງສືສະເໜີຈາກສະພາແຫ່ງຊາດ, ທາງທະນາຄານແຫ່ງ ສປປ ລາວ ກໍໄດ້ມອບໃຫ້ທະນາຄານນະໂຍ ບາຍແຕ່ງຕັ້ງຄະນະລົງຕິດຕາມເກັບກຳຂໍ້ມູນນຳປະຊາຊົນ ແລະ ອຳນາດການປົກຄອງຢູ່ເຂດເທດ ສະບານຂອງແຂວງດັ່ງກ່າວ ແລະ ຮູ້ວ່າ: ກໍບໍ່ພົບເຫັນປກົດການດັ່ງ ກ່າວມາ. ລົດໄຖທີ່ປະຊາຊົນນຳມາບຸກເບີກນັ້ນແມ່ນລົດໄຖຈາກ ພາກສ່ວນອື່ນຊຶ່ງບໍ່ແມ່ນລົດໄຖຂອງພະນັກງານທະນາຄານ ແລະ ພະ ນັກງານທະນາຄານທີ່ປະຈຳ ການຢູ່ເຂດເທດສະບານດັ່ງກ່າວບໍ່ ໄດ້ມີສ່ວນຮ່ວມໃດໃນການບຸກເບີກເນື້ອທີ່ນາ, ສຳລັບລາຄາບຸກເບີກ ເນື້ອທີ່ນາທີ່ປະຊາຊົນຕ້ອງໄດ້ຈ່າຍ 20-25 ຫຼື 30 ລ້ານກີບນັ້ນແມ່ນ ບໍ່ມີມູນຄວາມຈິງແຕ່ຢ່າງໃດເຊິ່ງ ລາຄາບຸກເບີກເນື້ອທີ່ນາແມ່ນຂຶ້ນ ກັບການຕໍ່ລອງລາຄາກັນບົນພື້ນ ຖານຄວາມພໍໃຈຂອງປະຊາຊົນ ແລະ ຜູ້ຮັບ ເໝົາບຸກເບີກທີ່ດິນໂດຍ ບໍ່ໄດ້ກ່ຽວຂ້ອງກັບທະນາຄານ. ຂ່າວດັ່ງກ່າວອາດຈະເປັນການ ແອບອ້າງຂອງຜູ້ບໍ່ຫວັງດີ, ຖ້າ ທ່ານໃດມີຂໍ້ມູນຈະແຈ້ງກ່ວານີ້, ກໍອາດຈະຊີ້ແຈງຕື່ມເພື່ອຂະບວນ ການຍຸດຕິທຳສາມາດດຳເນີນນຄະດີຜູ້ກະທຳຜິດ. 

No comments:

Post a Comment