Ad

Ad

29 September 2015

ການຜະລິດເຂົ້ານາປີປີນີ້ບັນລຸໄດ້ 98% ຂອງຕົວເລກແຜນການ

ກະຊວງກະສິກຳ ແລະ ປ່າ ໄມ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນທົ່ວ ປະເທດໄດ້ຢຸດຕິການຜະລິດເຂົ້າ ນາປີຂອງຕົນແລ້ວ ແລະ ສາມາດ ປັກດຳໄດ້ພຽງ  770. ພັນເຮັກຕາ, ຂອງເນື່ອທີ່ສູ້ຊົນ 787 ພັນຮັກຕາ, ເທົ່າກັບ 98 % ຂອງແຜນວາງໄວ້, ໃນນີ້ຢູ່ພາກເໜືອປະຕິບັດໄດ້ 98%, ພາກກາງ 97%  ແລະ ພາກໃຕ້ປະຕິບັດໄດ້ 99%, ເມື່ອ ທຽບໃສ່ປີຜ່ານມາຫຼຸດລົງ 2%, ຍ້ອນສະພາບອາກາດບາງເຂດບໍ່ ເອື້ອຍອຳນວຍ, ຝົນມາຊ້າ ແລະ ບໍ່ສາມາດປັກດຳທັນກັບລະດູການໄດ້  ແລະ ເຖິງຢ່າງໃດກໍດີປັດຈຸບັນ ຂະແໜງກະສິກຳກໍໄດ້ສົ່ງພະນັກ ງານວິຊາການຂອງຕົນລົງແນະ ນຳແຕ່ລະທ້ອງຖິ່ນ, ໃຫ້ເອົາໃຈໃສ່ ບົວລະບັດໃສ່ຝຸ່ນ, ເສຍຫຍ້າຮັກ ສານ້ຳໃຫ້ພຽງພໍ, ເພື່ອສາມາດຍົກ ສູງສະມັດຕະພາບການຜະລິດໃຫ້ດີຂຶ້ນ, ພ້ອມແນະນຳໃ້ຊາວກະສິ ກອນເອົາໃຈໃສ່ປູກພຶດຕ່າງໆ, ຊຶ່ງ ມາຮອດປັດຈຸບັນທົ່ວປະເທດສາ ມາດປູກໄດ້ແລ້ວຫຼາຍກ່ວາ  65% ຂອງແຜນການ ແລະ ສືບຕໍ່ຊູກຍູ້ກະ ສິກອນເອົາໃຈໃສ່ຕ້ານຜົນກະທົນ ໄພທຳມະຊາດທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນການຕ້ານແລ້ງ,ຕ້ານຖ້ວນທີ່ປະເທດເຮົາເຄີຍປະສົບມາແລ້ວໃຫ້ມີປະສິດທິຜົນ.

No comments:

Post a Comment