Ad

Ad

29 September 2015

ທິບພະຍະປະກັນໄພເຜີຍແຜ່ຄວາມຮູ້ດ້ານປະກັນຊີວິດ

ໃນວັນທີ 27 ກັນຍາຜ່ານມາ, ຢູ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ບໍລິສັດທິບ ພະຍະປະກັນໄພຈໍາກັດ, ໄດ້ຈັດ ການບັນຍາຍຄວາມຮູ້ກ່ຽວກັບ ການປະກັນຊີວິດຫົວຂໍ້ ສ້າງໂອກາດໃນອາຊີບໃໝ່ທີ່ສົດໃສຊຶ່ງມີ ພະນັກງານ, ແຂກຖືກເຊີນ ແລະ ລູກຄ້າບໍລິສັດດັ່ງກ່າວເຂົ້າຮ່ວມ ເປັນຈໍານວນຫລາຍ, ໂດຍການ ບັນຍາຍຂອງຜູ້ຊ່ຽວຊານດ້ານປະກັນໄພຈາກປະເທດໄທ, ໄດ້ມາໃຫ້ ຄວາມຮູ້ກ່ຽວກັບຄວາມສໍາຄັນຂອງການເຮັດປະກັນໄພ, ປະກັນ ຊີວິດ ແລະ ການສ້າງໂອກາດໃນ ການສ້າງລາຍໄດ້ໃໝ່ໃຫ້ຕົນເອງ. ພາຍໃນງານຍັງໄດ້ມອບໃບຍ້ອງຍໍແລະ ລາງວັນສາຍຄໍຄໍາໃຫ້ແກ່ຕົວ ແທນຈໍາໜ່າຍທີ່ມີຍອດຂາຍດີເດັ່ນແລະຕົວແທນທີ່ໄດ້ເລື່ອນຕໍາແໜ່ງໃໝ່ອີກດ້ວຍ ແລະ ການບັນຍາຍຝຶກອົບຮົມດ້ານທຸລະກິດປະເພດດັ່ງກ່າວຍັງມີຂຶ້ນອີກແຕ່ວັນທີ 27-30 ກັນຍານີ້ ແລະ ຜູ້ສົນໃຈເລື່ອງການ ປະກັນໄພຫລືຕ້ອງການສ້າງລາຍໄດ້ເສີມຈາກທຸລະກິດປະກັນໄພກໍສາມາດພົວພັນໂດຍກົງກັບບໍລິສັດທິບພະຍະປະກັນໄພຈໍາກັດ, ໝາຍເລກໂທລະສັບ 021-455101-6 ໃນໂມງລັດຖະການ.

No comments:

Post a Comment