Ad

Ad

29 September 2015

ຍ້ອງຍໍຊົມເຊີຍຊາວໜຸ່ມລາວ-ຈີນຮ່ວມມືຈັບຄົນຮ້າຍຊິງຊັບ

ໃນຕອນຄໍ່າຂອງວັນທີ 25 ກັນຍານີ້, ທີ່ຮ້ານອາຫານສານເສີນໄດ້ຈັດງານລ້ຽງຍ້ອງຍໍຊົມເຊີຍຊາວໜຸ່ມລາວ 6 ຄົນ ແລະ ຊາວໜຸ່ມຈີນ 1 ຄົນທີ່ມີຄວາມກ້າຫານເຂົ້າຊ່ວຍເຫລືອນັກທ່ອງທ່ຽວຊາວຈີນໃນເຫດການຊິງຊັບເມື່ອວັນທີ 14 ກັນຍາ 2015 ຢູ່ຕໍ່ໜ້າໂຮງແຮມລືໄຊ ບ້ານຮ່ອງຄ້າເມືອງຈັນທະບູລີນະຄອນຫລວງວຽງຈັນ ແລະ ສາມາດຈັບຄົນຮ້າຍໄດ້ພ້ອມອາວຸດໂດຍມີທ່ານ ພັນໂທ ໄມວິໄລ ສຸກແສນອຸໄທ ຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ແລະ ທ່ານ ອູຮ້າວຈື້ ຫົວໜ້າພະແນກກົງສູນສະຖານທູດຈີນປະຈຳລາວເຂົ້າຮ່ວມ.
ໃນງານລ້ຽງດັ່ງກ່າວໄດ້ມີການລະດົມທຶນຊ່ວຍເຫລືອຈາກນັກທຸລະກິດຈີນຈຳນວນ 10 ພັນໂດລາສະຫະລັດເພື່ອເປັນນ້ຳໃຈມອບໃຫ້ແກ່ຊາວໜຸ່ມລາວ-ຈີນ ຈຳນວນ 7 ຄົນທີ່ມີຄວາມກ້າຫານໃນການຕໍ່ສູ້ກັບຄົນຮ້າຍລາຍນີ້.

ນອກຈາກນັ້ນ ຍັງໄດ້ມອບເງິນສະໜັບສະໜູນໃຫ້ອຳນາດການປົກຄອງບ້ານຮ່ອງຄ້າຈຳນວນພັນໂດລາສະຫະລັດເພື່ອເປັນກອງທຶນຊ່ວຍເຫລືອປ້ອງກັນຄວາມສະຫງົບຂອງບ້ານນຳອີກ. 

No comments:

Post a Comment