Ad

Ad

28 September 2015

ຜົນກອງປະຊຸມລັດຖະບານເປີດກວ້າງປະຈໍາສົກປີ 2014-2015

ກອງປະຊຸມລັດຖະບານເປີດກວ້າງ ປະຈໍາສົກປີ 2014-2015 ໄດ້ອັດລົງດ້ວຍຜົນສຳເລັດຈົບງາມໃນວັນທີ 25 ກັນຍາຜ່ານມາ ພາຍຫລັງດຳເດີນມາເປັນເວລາ 3 ວັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດ ຖະມົນຕີ.
ກອງປະຊຸມຄັ້ງນີ້ ໄດ້ນຳເອົາຫລາຍບັນຫາສຳຄັນຂອງຊາດ ມາພິຈາລະນາຢ່າງເລິກເຊິ່ງກວ້າງຂວາງ ຄື : ຮັບຮອງເອົາບັນດາບົດລາຍງານຂອງກະຊວງກ່ຽວ ຂ້ອງ ໃນການຕີລາຄາຜົນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາສົກປີ 2014-2015 ແລະ ດໍາລັດວ່າດ້ວຍ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ ແລະ ແຜນງົບປະມານແຫ່ງລັດ ສົກປີ 2015-2016. ສໍາລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ເປັນແຜນມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ VII ກອງປະຊຸມ ໄດ້ຕີລາຄາວ່າ ປະເທດເຮົາຍັງສາມາດຮັກສາໄດ້ຄວາມສະຫງົບ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດ
ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນ ຂະຫຍາຍຕົວໃນລະດັບ 7,5% ເຖິງແມ່ນວ່າການເກັບລາຍຮັບ ຈະບໍ່ສາມາດປະຕິບັດໄດ້ຕາມແຜນການທີ່ກໍານົດໄວ້ແຕ່ການຄຸ້ມຄອງເສດຖະກິດມະຫາພາກ ຍັງສາມາດຄວບຄຸມໃຫ້ຢູ່ໃນຂອບຂອງແຜນການກໍານົດໄວ້, ການຄຸ້ມຄອງນະໂຍບາຍການເງິນ-ເງິນຕາ ແມ່ນມີສະພາບດີ, ການສະໜອງເງິນຕາຕ່າງປະເທດ ໃຫ້ແກ່ສັງຄົມມີຄວາມຄ່ອງຕົວດີຂຶ້ນເປັນກ້າວໆ, ສະພາບການຄ້າ-ການລົງທຶນ, ການຜະລິດ-ທຸລະກິດຂອງສັງຄົມຍັງສືບຕໍ່ເປັນປົກກະຕິ ແລະ ມີທ່າອ່ຽງຈະຂະຫຍາຍຕົວ, ການລົງທຶນຍັງມີບັນຍາກາດດີ ນັກລົງທຶນຕ່າງປະເທດ ຍັງມີຄວາມສົນໃຈມາລົງທຶນໃນປະເທດເຮົາ. ຄຽງຄູ່ກັບຜົນສໍາເລັດ ດັ່ງກ່າວກອງປະຊຸມຍັງເຫັນມີສິ່ງທ້າທາຍຈໍານວນໜຶ່ງ ທີ່ລັດຖະບານຈະຕ້ອງໄດ້ຮີບຮ້ອນແກ້ໄຂໃນຕໍ່ໜ້າ ເປັນຕົ້ນ: ເອົາໃຈໃສ່ການຈັດເກັບລາຍຮັບ, ບໍ່ໃຫ້ສ້າງໂຄງການໃໝ່ (ໂຄງ ການນອກແຜນ). ພ້ອມກັນນັ້ນ, ກະຊວງແຜນການ ແລະ ການລົງທຶນ ຈະໄດ້ສົມທົບກັບກະຊວງການເງິນ ເພື່ອຈັດສັນບັນດາໂຄງ ການບູລິມະສິດ; ສໍາລັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2014-2015 ກະຊວງການເງິນ ໄດ້ເອົາໃຈໃສ່ແກ້ໄຂສະພາບການຄ່ອງຂອງການເງິນ-ງົບປະມານ, ຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ ໃຫ້ຮັດກຸມ, ດໍາເນີນນະໂຍບາຍການເງິນ ເພື່ອສົ່ງເສີມການຜະລິດ ແລະ ການບໍລິການ ເປັນພື້ນຖານໃຫ້ແກ່ຖານເສດຖະກິດແຫ່ງຊາດ ໃນໄລຍະຍາວ, ສຸມໃສ່ເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍ ໃຫ້ພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ ໄດ້ຕາມກໍານົດເວລາ, ຮັບປະກັນການເບີກຈ່າຍເງິນບໍລິຫານ ໃຫ້ກົງຈັກພັກ-ລັດ ລວມທັງ ລາຍຈ່າຍໃຫ້ແກ່ວຽກງານໃຫຍ່ຂອງພັກ ແລະ ຂອງຊາດ, ພ້ອມນັ້ນ, ກໍ່ຄົ້ນຄວ້າທຸກມາດຕະການ ເພື່ອແກ້ໄຂສະພາບຄວາມເຄັ່ງຕຶງ ຂອງໜີ້ສິ້ນໂຄງການລົງທຶນຂອງລັດ ໃນລະບົບງົບປະມານໃຫ້ຄ່ອຍໆຜ່ອນຄາຍ, ຮັກສາໄດ້ສະເຖຍລະພາບ ແລະ ຄວາມໝັ້ນທ່ຽງຂອງເສດຖະກິດມະຫາພາກ ໂດຍສະເພາະ ແມ່ນຄວາມໝັ້ນທ່ຽງຂອງລະບົບທະ ນາຄານ ເພື່ອບໍ່ໃຫ້ບັນດາຄວາມຫຍຸ້ງຍາກຝືດເຄືອງ ຂອງລະບົບງົບປະມານ ແຜ່ລາມໄປສູ່ພາກສ່ວນເສດຖະກິດອື່ນ. ພ້ອມດຽວກັນນັ້ນ, ກໍ່ໄດ້ມີບັນດາມາດຕະການ ເພື່ອສູ້ຊົນປະຕິບັດຄາດໝາຍທີ່ໄດ້ວາງໄວ້ ເປັນຕົ້ນແມ່ນ: ໄດ້ຂະຫຍາຍລະບົບຄຸ້ມຄອງການຊໍາລະ ຄ່າພາສີ-ອາກອນ ແລະ ພັນທະອື່ນໆ (Smart tax) ຊໍາລະຄ່າພາສີ-ອາກອນ ແທນການນໍາໃຊ້ເງິນສົດ ຢູ່ນໍາບັນດາດ່ານສາກົນ ໃນຂອບເຂດທົ່ວປະເທດ; ເຊື່ອມຕໍ່ລະບົບຈັດເກັບອາກອນ ກັບບັນດາທຸລະກິດຂະໜາດໃຫຍ່ ທີ່ກົມຄຸ້ມຄອງ, ສ້າງລະບົບອີເລັກໂຕນິກ ເຊື່ອມໂຍງການເບີກຈ່າຍງົບປະມານ ລະຫວ່າງ ຄັງເງິນແຫ່ງຊາດ ແລະ ງົບປະມານ ເພື່ອກໍາຈັດການຮົ່ວໄຫຼ. ສ່ວນການຈັດຕັ້ງປະຕິບັດເງິນຕາແຫ່ງຊາດ ຕາມການລາຍງານຂອງ ທະນາຄານ ແຫ່ງ ສປປ ລາວ ຮັກສາໄດ້ຄວາມໝັ້ນທ່ຽງ, ຄຸ້ມຄອງປະລິມານເງິນ ໃນລະບົບເສດຖະ ກິດໃຫ້ມີຄວາມສົມດູນ ພ້ອມທັງ ນໍາໃຊ້ ແລະ ບໍລິການດ້ານການເງິນ ດ້ວຍລະບົບທັນສະໄໝ ໂດຍຊໍາລະຜ່ານທະນາຄານ.
ກອງປະຊຸມເຫັນດີຮັບຮອງ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ໂຄງການທາງລົດໄຟ ແລະ ໂຄງການສະໜາມບິນສາກົນ ຢູ່ ສປປ ລາວ. ຕໍ່ບັນຫາດັ່ງກ່າວກອງປະຊຸມ ໄດ້ມີທັດສະນະວ່າ: ໂຄງການທາງລົດໄຟ ແມ່ນມີຄວາມສໍາຄັນ ເພາະສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອສ້າງ ສປປ ລາວ ໃຫ້ກາຍເປັນປະເທດບໍລິການທາງຜ່ານ ແລະ ແນໃສ່ອໍານວຍຄວາມສະດວກ ໃນການໄປມາຫາສູ່ລະຫວ່າງພາຍໃນ ແລະ ເຊື່ອມຈອດກັບບັນດາປະເທດໃກ້ຄຽງ ໃນຂົງເຂດພາກພື້ນ ແລະ ສາກົນ. ເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີປະສິດທິຜົນສູງ ແລະ ຮັບປະ ກັນດ້ານຕ່າງໆ ກອງປະຊຸມຍັງໄດ້ ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຕື່ມ ເປັນຕົ້ນ: ກະກຽມຄວາມພ້ອມດ້ານຕ່າງໆ ໃນການຈັດຕັ້ງປະຕິບັດໂຄງການ ໂດຍສະເພາະ ໃນຈໍານວນ 11 ໜ້າວຽກ. ແຕ່ໃນນັ້ນ, ໃຫ້ຄົ້ນ ຄວ້າຈັດລຽງບູລິມະສິດບັນດາໜ້າວຽກທີ່ສໍາຄັນກ່ອນ; ເອົາໃຈໃສ່ຄົ້ນຄວ້າບັນດານິຕິກໍາຕ່າງໆ ເພື່ອຄຸ້ມຄອງ ທັງນີ້ ກໍ່ເພື່ອໃຫ້ມີຄວາມພ້ອມໃນເວລາຈັດຕັ້ງປະຕິບັດ; ຄຽງຄູ່ກັນນັ້ນ ກໍ່ຕ້ອງໄດ້ເອົາໃຈໃສ່ວຽກງານການກວດກາຄືນບັນດາເຂດກໍານົດແລວທາງຕື່ມອີກ ເພື່ອຫຼີກເວັ້ນການຊົດເຊີຍ ໃນເວລາຈັດຕັ້ງປະຕິບັດ. ຕໍ່ການສ້າງສະໜາມບິນສາກົນ ຢູ່ ສປປ ລາວ ກອງປະຊຸມ ໄດ້ມີທິດຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາໄປຄົ້ນຄວ້າລະອຽດຕື່ມ, ໂດຍສະເພາະ ຕ້ອງໄດ້ສໍາມະນາຖອດຖອນບົດຮຽນ ນໍາຕ່າງປະເທດຕື່ມອີກ ລວມທັງ ການຄິດໄລ່ບັນດາເປົ້າໝາຍຜູ້ໂດຍສານ ທີ່ຈະມານໍາໃຊ້ບໍລິການ. ສໍາລັບການກໍ່ສ້າງສະໜາມບິນພາຍໃນ ກອງປະຊຸມ ໄດ້ມີທິດຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຄົ້ນຄວ້າແຫຼ່ງຍຸດທະສາດລວມຂອງປະເທດ ພ້ອມນັ້ນ ກໍ່ໃຫ້ສືບຕໍ່ປັບປຸງບັນດາບັນດາສະໜາມບິນ ທີ່ມີຢູ່ໃນປະຈຸບັນ ໃຫ້ສາມາດນໍາໃຊ້ໄດ້ ແລະ ຮັບປະກັນຄວາມປອດໄພ.  
             ກອງປະຊຸມ ເຫັນດີຮັບຮອງທາງດ້ານຫຼັກການ ຕໍ່ບົດລາຍງານການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ, ທິດທາງ ແລະ ມາດຕະການ ໃນຕໍ່ໜ້າ. ເນື່ອງຈາກວ່າ ໃນໄລຍະຜ່ານມາ ກະຊວງການເງິນ ກໍ່ໄດ້ແກ້ໄຂໜີ້ສິນ ໃຫ້ແກ່ບໍລິສັດ ເພື່ອຊ່ວຍແກ້ໄຂສະພາບຄ່ອງ. ແຕ່ເບິ່ງລວມແລ້ວ ສະພາບໜີ້ສິນຄຸມເຄືອ ຂອງໂຄງການລົງທຶນຂອງລັດຍັງມີຫຼາຍ ບັນຫາເຄັ່ງຮ້ອນກວ່າໝູ່ ຕ້ອງໄດ້ຮັບການແກ້ໄຂ, ສະພາບໜີ້ສິນຄຸມເຄືອໃນລະບົບເສດຖະກິດ ໄດ້ເລີ່ມສ້າງຜົນກະທົບຕໍ່ລະບົບເສດຖະກິດ-ສັງຄົມ. ເພື່ອຄຸ້ມຄອງການລົງທຶນໃໝ່ໃຫ້ຮັດກຸມ ແລະ ບໍ່ໃຫ້ເກີດການສະສົມໜີ້ສິນ ໃນລະບົບງົບປະມານຂຶ້ນໃໝ່ ບັນດາຂະແໜງການ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ປັບປຸງນິຕິກໍາ ແລະ ກົນໄກການອະນຸມັດໂຄງການລົງທຶນໃໝ່ ໃຫ້ມີວິທະຍາ ສາດ ແລະ ຮັບປະກັນປະສິດທິຜົນທາງເສດຖະກິດ ແລະ ຄຸ້ມຄອງຢ່າງຮັດກຸມ ແຕ່ສູນກາງຮອດທ້ອງຖິ່ນ ໂດຍປະຕິບັດດັ່ງລຸ່ມນີ້:
ບັນດາຂະແໜງການ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຈະຕ້ອງສະຫຼຸບສັງລວມການຊໍາລະສະສາງໜີ້ສິນ ແລະ ມູນຄ່າໂຄງ ການທີ່ຈະສືບຕໍ່ປະຕິບັດທຸກໆສົກງົົບປະມານ, ເພື່ອເປັນບ່ອນອີງ ໃຫ້ການຕັດສິນໃຈ ຕົກລົງຮັບຮອງເອົາໂຄງການໃໝ່ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ. (2) ກະຊວງການເງິນ ສັງລວມການຊໍາລະສະສາງໜີ້ສິນໂຄງການລົງທຶນຂອງລັດ ຂອງບັນດາຂະແໜງການ ຢູ່ສູນກາງ ແລະ ທ້ອງຖິ່ນ ປະຈໍາປີ ເພື່ອລາຍງານຕໍ່ລັດຖະບານ ເພື່ອເປັນບ່ອນອີງ ໃນການຕົກລົງເອົາແຜນການລົງທຶນໃໝ່ ແຕ່ລະສົກງົບປະມານ ທີ່ກະຊວງແຜນການ ແລະ ການລົງທຶນ ສະເໜີ. (3) ກະຊວງແຜນການ ແລະ ການລົງທຶນ ອີງໃສ່ຂໍ້ມູນໜີ້ສິນຄ້າງຊໍາລະ ແລະ ແຜນງົບປະມານຂອງກະຊວງການເງິນ ເປັນບ່ອນອີງໃນການຕັດສິນໃຈ ພິຈາລະນາແຜນໂຄງການລົງທຶນໃໝ່ ເພື່ອຮັບປະກັນຄວາມໝັ້ນທ່ຽງ ຂອງເສດຖະກິດ ແລະ ບໍ່ໃຫ້ເກີດໜີ້ສິນໃໝ່. (4) (ກະຊວງການເງິນ ແຈ້ງຂອບເງິນລົງທຶນໃນໄລຍະກາງ (5 ປີ) ໃຫ້ກະຊວງແຫນການ ແລະ ການລົງທຶນ ເປັນບ່ອນອີງຄົ້ນຄວ້າຈັດສັນ ໃຫ້ແຕ່ລະຂະແໜງການ. (5) ທະນາຄານ ແຫ່ງ ສປປ ລາວ ກວດກາຂໍ້ມູນໜີ້ສິນ ແລະ ແຜນງົບປະມານລົງທຶນ ໄລຍະກາງ ກໍານົດນະໂຍບາຍປ່ອຍສິນເຊື່ອ ໃຫ້ໂຄງການລົງທຶນຂອງລັດໃຫ້ເໝາະສົມ. (6) ກະຊວງການເງິນ ແລະ ກະຊວງແຜນການ ແລະ ການລົງທຶນ ຈະຕ້ອງໄດ້ສົມທົບກັນເພື່ອສ້າງລະບົບທັນສະໄໝ ຄຸ້ມຄອງງົບປະມານໂຄງການລົງທຶນຂອງລັດ ໃຫ້ເຊື່ອມຈອດກັນ ແລະ ສາມາດສະຫຼຸບໄດ້ທັນຕາມກໍານົດເວລາ.
  ກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບການພັດທະນາ ຢູ່ 64 ຈຸດສຸມພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ຢູ່ 167 ຈຸດສຸມຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນໃຫ້ປະຊາຊົນບັນດາເຜົ່າ ໃນ 5 ປີ (2011-2015) ແລະ ໄດ້ໃຫ້ທິດຊີ້ນໍາພາກສ່ວນກ່ຽວຂ້ອງ ສືບຕໍ່ສະຫຼຸບຖອດຖອນບົດຮຽນໃຫ້ເລິກເຊິ່ງ ໃຫ້ເຫັນໄດ້ຕົວແບບ ຈາກຈຸດສຸມໃດໜຶ່ງ. ພ້ອມກັນນັ້ນ, ໃນຕໍ່ໜ້າຍັງຈະຕ້ອງ ໄດ້ເອົາໃຈໃສ່ ໃນການຄົ້ນຄວ້ານະໂຍບາຍ, ວິທີການ, ກົນໄກຕ່າງໆ ລວມທັງ ການຈັດຕັ້ງໃຫ້ເລິກເຊິ່ງ ແລະ ແທດເໝາະ ກັບແຕ່ລະເຂດຈຸດສຸມຕົວຈິງ.
ໃນຕອນທ້າຍຂອງກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ບັນດາສະມາຊິກລັດຖະບານ ເອົາໃຈໃສ່ ໃນແຜນວຽກຈຸດສຸມ ປະຈຳສົກປີ 2015-2016 ດັ່ງນີ້: ໃຫ້ເອົາໃຈໃສ່ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ເພື່ອພັດທະນາຊົນນະບົດ, ລືບລ້າງຄວາມ ທຸກຍາກ ໂດຍອີງໃສ່ດຳລັດ ວ່າດ້ວຍການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2015-2016 ເລກທີ 277/ນຍ, ລົງວັນທີ 18 ກັນຍາ 2015 ໃຫ້ເປັນຂະບວນກວ້າງຂວາງກວ່າເກົ່າ, ສູ້ຊົນຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດດ້ານກາພັດທະນາ ໃຫ້ບັນລຸຄາດໝາຍທີ່ວາງໄວ້. ໃຫ້ສືບຕໍ່ຈັດຕັ້ງນຳພາການພັດທະນາເສດຖະກິດ ໃນເງື່ອນໄຂທີ່ຫຍຸ້ງຍາກນີ້ ໃຫ້ນັບມື້ນັບດີຂື້ນ ຊຶ່ງໃນນັ້ນ ແມ່ນການຮັບປະກັນເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ຮັບປະກັນການຈະເລີນເຕີບໂຕເສດຖະກິດຂອງປະເທດໃນລະດັບ 7,5% ຕໍ່ປີ ດ້ວຍການເອົາໃຈໃສ່ປະຕິບັດ 6 ມາດຕະການ ຮັກສາສະ ຖຽນລະພາບຂອງເສດຖະກິດມະຫາພາກຂອງລັດຖະ ບານ, ເພີ່ມທະວີຄວາມຮັບຜິດ ຊອບຕໍ່ການແກ້ໄຂໜີ້ສິນຂອງງົບປະມານ, ນຳພາປຸກລະດົມທຸກພາກສ່ວນເສດຖະກິດ ເປັນຕົ້ນ ຜູ້ປະກອບການຕ່າງໆ ມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ການຈຳໜ່າຍ ແລະ ບໍລິການສິນຄ້າ ໃຫ້ມີບາດກ້າວຂະຫຍາຍຕົວໄວ ເອົາໃຈໃສ່ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍ ແຕ່ວິທີເຮັດ ຕ້ອງເຮັດຢ່າງມີຈຸດສຸມ, ມີວິທີການ ແລະ ມາດຕະການຢ່າງເຄັ່ງຄັດຮັດກຸມ ເພື່ອຈຳກັດການຮົ່ວໄຫຼ ແລະ ການຕົກເຮັຽເສັຽຫາຍ. ພ້ອມກັນນັ້ນ, ຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດດໍາລັດ ສະບັບເລກທີ 78/ນຍ, ລົງວັນທີ 10 ມີນາ 2015 ຂອງລັດຖະບານ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ.
ຊຸກຍູ້ວຽກງານຖະແຫຼງຂ່າວ, ວຽກງານວັດທະນະທໍາ-ສັງຄົມ ໃຫ້ມີອັນພົ້ນເດັ່ນຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ການກະກຽມສະ ເຫຼີມສະຫຼອງວັນບຸນສໍາຄັນຕ່າງໆຂອງຊາດ ໃຫ້ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ເພື່ອເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດຖະບານ ທັງເປັນການປຸກສະຕິຕື່ນຕົວຂອງປະຊາຊົນ ໃນການປົກປັກຮັກສາ ແລະ ພັດທະນາລະບອບໃໝ່, ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ຕ້ອງມີຫຼາຍຮູບແບບຫຼາຍສີສັນ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ.
 ໃຫ້ເອົາໃຈໃສ່ເພີ່ມທະວີຄວາມສັກສິດ ແລະ ປະສິດທິຜົນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດ-ສັງຄົມ ຕາມກົດໝາຍຢ່າງເຂັ້ມງວດ, ເພີ່ມທະວີການເຜີຍແຜ່ກົດໝາຍໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນຢ່າງກວ້າງຂວາງ ເພື່ອສ້າງໃຫ້ກາຍເປັນລັດແຫ່ງກົດໝາຍ, ສືບຕໍ່ຫັນລົງຮາກຖານ ເພື່ອຈັດຕັ້ງປະຕິ ບັດວຽກງານ 3 ສ້າງ ໃຫ້ເປັນຂະບວນ ແລະ ຕໍ່ເນື່ອງຕາມ 4 ບາດກ້າວບຸກທະລຸ.
ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເຮັດທຸກສິ່ງທຸກຢ່າງ ເພື່ອຮັກສາສະຖຽນລະພາບທາງດ້ານການເມືອງ ໃຫ້ໝັ້ນທ່ຽງຂື້ນກວ່າເກົ່າ, ຮັບປະກັນໄດ້ ຄວາມເປັນລະບຽບຮຽບຮ້ອຍ, ຄວາມຍຸຕິທຳ ແລະ ຄວາມສະຫງົບປອດໄພຢູ່ໃນທົ່ວສັງຄົມ. ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ໃຫ້ມີທ່າອ່ຽງຫຼຸດລົງ ແລະ ມີໝາກມີຜົນຕົວຈິງແທ້.

ສືບຕໍ່ປະຕິບັດນະໂຍບາຍຕ່າງປະເທດໃຫ້ມີໝາກມີຜົນຂຶ້ນກວ່າເກົ່າ ເພື່ອສ້າງບົດບາດ ແລະ ອິດທິພົນຂອງພັກ ແລະ ລັດຖະບານ ໃຫ້ພົ້ນເດັ່ນໃນເວທີສາກົນ. ກ່ອນອື່ນ ຕ້ອງໄດ້ກະກຽມທຸກເງື່ອນໄຂໃນການເຊື່ອມໂຍງ ເພື່ອເຂົ້າຮ່ວມເປັນປະຊາຄົມເສດຖະກິດອາຊຽນ, ການກະກຽມການເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ໃນປີ 2016 ທີ່ຈະມາເຖີງນີ້ ໃຫ້ໄດ້ຮັບຜົນດີ. ສະນັ້ນ, ຈຶ່ງສະເໜີໃຫ້ທຸກພາກສ່ວນ ນັບທັງຂະແໜງການສູນກາງ ແລະ ທ້ອງຖິ່ນຕ່າງໆ ຕ້ອງເອົາໃຈໃສ່ກະກຽມໃຫ້ດີ ແລະ ໃຫ້ທຸກພາກສ່ວນໃນສັງຄົມເຂົ້າຮ່ວມຢ່າງເປັນເຈົ້າການ ຕິດພັນກັບການກະກຽມ ແລະ ສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 40 ປີ, ການສະຫຼຸບການປະຕິບັດວຽກງານ 3 ສ້າງ ແລະ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນທ້າຍປີ 2015 ເພື່ອເປັນການປະກອບສ່ວນໃນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໃຫ້ມີບັນຍາກາດຟົດຟື້ນ.

No comments:

Post a Comment