Ad

Ad

7 September 2015

ເປັນຫຍັງຈຶ່ງຕ້ອງຕ້ານການຄ້າມະນຸດ

ຄະນະຊີ້ນຳລະດັບຊາດຕ້ານການຄ້າມະນຸດໃຫ້ຮູ້ວ່າ: ການຄ້າມະນຸດແມ່ນການຄ້າຄົນ ທີ່ຜິດກົດໝາຍ ເພື່ອຈຸດປະສົງໃນການຂູດຮີດແຮງງານ, ທາງເພດ ແລະ ຮູບແບບການຂູດຮີດອື່ນໆ, ຊຶ່ງການຄ້າດັ່ງກ່າວ ເປັນອາດສະຍາກຳທີ່ເກີດຂຶ້ນຢູ່ພາຍໃນປະເທດ ແລະ ຂ້າມຊາດ, ການຄ້າມະນຸດແມ່ນຂັດກັບສິດທິມະນຸດຂັ້ນພື້ນຖານ, ຊຶ່ງເປັນການປະຕິເສດອິດສະ ຫຼະພາບຂອງບຸກຄົນ (ແມ່ຍິງ, ຜູ້ຊາຍ ແລະ ເດັກນ້ອຍ) ໃນທົ່ວໂລກ, ມັນສົ່ງຜົນກະທົບໃນ ວົງກ້ວາງຕໍ່ດ້ານເສດຖະກິດ-ສັງຄົມ ແລະ ການເມືອງ, ພ້ອມນັ້ນ ຍັງສົ່ງຜົນກະທົບຕໍ່ການພັດທະນາຢ່າງໜັກໜ່ວງໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ກໍຄືໃນໂລກ. ດັ່ງເຫດການ ທີ່ເກີດຂຶ້ນໃນມໍ້ໆມານີ້ຄື: ມີແຮງງານລາວຈຳນວນໜຶ່ງໄດ້ຖືກກັກຂັງແບບລວມໝູ່ຢູ່ທີ່ນະຄອນປະຖົມປະເທດໄທ, ຊຶ່ງນອນໃນຂະບວນນການຄ້າມະນຸດອັນໄດ້ສົ່ງຜົນກະທັບ
ຫຼາຍ, ໂດຍສະເພາະແມ່ນຕົວຜູ້ທີ່ຖືກເຄາະຮ້າຍເອງ ແລະ ບໍ່ສະ ເພາະແຕ່ເທົ່ານັ້ນ ຍັງມີແຮງງານຈຳນວນຫຼາຍທີ່ຖືກເຄາະຮ້າຍລັກຊະນະດຽວກັນ, ດັ່ງນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ຕ້ານ ແລະ ຕອບໂຕ້ອາດຊະຍາກຳດັ່ງກ່າວ, ເຖິງວ່າໃນຜ່ານມາໄດ້ມີການຕອບໂຕ້ຕໍ່ການຄ້າມະນຸດດ້ວຍຫຼາຍຮູບແບບແລ້ວກໍຕາມແຕ່ການຄ້າມະນຸດກໍຍັງປາກົດມີມາຕະຫຼອດ, ຊຶ່ງເລັ່ງທວງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຕ້ອງໄດ້ເພີ່ມຄວາມເອົາໃຈ ໃສ່ໂດຍສະເພາະແມ່ນການເຊື່ອມປະສານສົມທົບຮ່ວມມືກັນທັງພາຍໃນ ແລະ ຕ່າງປະເທດຈຶ່ງຈະຕອບໂຕ້ສິ່ງຫຍໍ້ທໍ້ດັ່ງກ່າວຢ່າງມີປະສິດທິຜົນໄດ້, ເພື່ອສາມາດຊ່ວຍໃຫ້ການຄ້າມະນຸດຫຼຸດໜ້ອຍລົງໂດຍຜ່ານການປ້ອງກັນ,ການດຳເນີນຄະດີຕໍ່ຜູ້ກະທຳຜິດ ແລະ ການປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍເປັນຕົ້ນ.

No comments:

Post a Comment