Ad

Ad

30 October 2015

ຮອງ​ນາຍົກລັດຖະມົນຕີຢ້ຽມຢາມ​ແຂວງ​ບໍລິ​ຄຳ​ໄຊ

     ​ໃນວັນທີ 27 ຕຸລານີ້, ທ່ານ ສົມສະຫວາດເລັ່ງສະຫວັດ ຮອງນາຍົກລັດຖະມົນຕີໄດ້ເດີນທາງມາຢ້ຽມຢາມແລະເຮັດວຽກຢູ່ແຂວງບໍລິຄຳໄຊໂດຍການຕ້ອນຮັບອັນອົບອຸ່ນຂອງທ່ານ ດຣ. ກອງແກ້ວໄຊສົງຄາມ ເຈົ້າແຂວງບໍລິຄຳໄຊແລະໃນໂອກາດດັ່ງກ່າວ, ທ່ານຮອງນາຍົກໄດ້ລົງກວດກາເບິ່ງຄວາມຄືບໜ້າຂອງການກໍ່ສ້າງອະນຸສາວະລີທ່ານ ສີສົມພອນ ລໍວັນໄຊເຊິ່ງເປັນການນຳຮຸ້ນທຳອິດຂອງການປະຕິວັດລາວເຊິ່ງອະນຸສາວະລີດັ່ງກ່າວໄດ້ສ້າງຂຶ້ນຢູ່ບ້ານອານຸສອນໄຊເມືອງປາກຊັນແຂວງບໍລິຄຳໄຊໃນເນື້ອທີ່ 2,6 ​ເຮັກຕາເຊິ່ງມີມູນຄ່າການກໍ່ສ້າງ 21 ຕື້ກີບ, ​ໃນນັ້ນເປັນທຶນຂອງລັດຖະບານ 18 ຕື້ກີບແລະ ທຶນຂອງແຂວງ 3 ຕື້ກີບໂດຍບໍລິສັດ ທະວີໄຊກໍ່ສ້າງເປັນຜູ້ຮັບເໝົາກໍ່ສ້າງມາຮອດປັດຈຸບັນສຳເລັດແລ້ວ 93% ຂອງໜ້າວຽກທັງໝົດ. ​ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີແລະ ການນຳແຂວງໄດ້ຮ່ວມໃສ່ບາດເນື່ອງໃນວັນອອກພັນສາປະວໍລະນາ ພສ 2558 ທີ່ວັດສີວາວະນາລາ ບ້ານອານຸສອນໄຊ ພ້ອມໃຫ້ກຽດເຂົ້າຮ່ວມຊົມງານບຸນຊ່ວງເຮືອປະເພນີແລະ ທ່ຽວຊົມງານສະແດງສິນຄ້າແລະ ຜະລິດຕະພັນຕ່າງໆຂອງພູມປັນຍາຊາວບ້ານທີ່ນຳມາວາງຂາຍຢູ່ສະຖານທີ່ງານບຸນດ້ວຍບັນຍາກາດຄຶກຄື້ນ.

No comments:

Post a Comment