Ad

Ad

3 December 2015

ເລີ່ມຂຶ້ນແລ້ວໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນມອບແດ່ວັນຊາດທີ 2 ທັນວາຄົບຮອບ 40 ປີ

ພິທີວາງສີລາລືກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນທີ່ມີໄລຍະທາງແຕ່ຊາຍແດນຈີນ-ລາວມາເຖິງນະຄອນຫລວງວຽງຈັນມີຄວາມຍາວທັງໝົດ 427,2 ກິໂລແມັດ, ເພື່ອເປັນຂອງຂວັນອັນລໍ້າຄ້າມອບແດ່ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົບຮອບ 40 ປີ, ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ບໍລິເວນສະຖານ ທີ່ກໍ່ສ້າງອາຄານສະຖານີໃຫຍ່ຂອງໂຄງການເສັ້ນລົດໄຟດັ່ງກ່າວໃນບໍລິເວນເມືອງໄຊທານີ, ນະຄອນຫລວງວຽງຈັນໃນຕອນເຊົ້າວັນທີ 2 ທັນວານີ້, ໂດຍການເປັນກຽດເຂົ້າ ຮ່ວມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດປະຊາ ທິປະໄຕປະຊາຊົນລາວ ຈູມມາລີ ໄຊຍະສອນ, ສະຫາຍ ຈ່າງເຕີຈ່ຽງ ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານຄະນະປະຈໍາສະພາປະຊາຊົນທົ່ວປະເທດຈີນ, ພ້ອມດ້ວຍບັນ ດາການນໍາຂັ້ນສູງພັກແລະລັດຖະບານຂອງສອງປະເທດລາວ-ຈີນເຂົ້າຮ່ວມເປັນຈໍານວນຫລາຍ.

ໃນໂອກາດອັນມີຄວາມໝາຍສໍາຄັນເປັນປະຫວັດສາດນີ້, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຂຶ້ນກ່າວບົດລາຍ ງານວ່າ: ວັນທີ 2 ທັນວາແມ່ນວັນສະຖາປະນາສາທາລະນະລັດປະຊາທິປະໄຕປະ ຊາຊົນລາວຄົບຮອບ 40 ປີ( 2 ທັນວາ 1975-2 ທັນວາ 2015) ແລະ ໃນວັນທີມີຄວາມໝາຍປະຫວັດສາດນີ້ປະຊາຊົນລາວທົ່ວທັງຊາດມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ພິທີວາງສີລາລືກໂຄງ ການກໍ່ສ້າງທາງລົດໄຟລາວ-ຈີນ, ເຊິ່ງເປັນເສັ້ນທາງລົດໄຟທີ່ມີລະດັບເຕັກນິກ ແລະ ມາດຕະຖານສູງທີ່ສຸດເສັ້ນທໍາອິດໃນອາຊີອາຄະເນ, ເປັນປະເພດລາງດ່ຽວ, ມີຄວາມກວ້າງຂອງລາງ 1.435 ມິລີແມັດ, ຄວາມໄວອອກແບບສໍາລັບຂົນສົ່ງໂດຍສານແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ໄດ້ອອກແບບສໍາຮອງໄວ້ສໍາລັບຂົນສົ່ງໂດຍສານໃນເຂດທົ່ງພຽງນັບແຕ່ວັງວຽງຫານະຄອນຫລວງວຽງຈັນແມ່ນ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວສໍາລັບຂົນສົ່ງສີນຄ້າແມ່ນ 120 ກິໂລ ແມັດຕໍ່ຊົ່ວໂມງ, ຂັບເຄື່ອນດ້ວຍລະບົບໄຟຟ້າ, ມີ 33 ສະຖານີ, ມີເສັ້ນທາງຍົກລະດັບຍາວປະມານ 175 ກິໂລແມັດ, ກໍ່ສ້າງຂົວ 170 ແຫ່ງ ແລະ ກໍ່ສ້າງອຸໂມງ 72 ແຫ່ງລວມມີມູນຄ່າການກໍ່ສ້າງທັງໝົດປະມານ 38,7 ຕື້ຢວນ (ສະກຸນເງິນ ສປ ຈີນ) ແລະ ຄາດວ່າຈະໃຊ້ເວລາໃນການກໍ່ສ້າງ 5 ປີໃຫ້ສໍາເລັດ.

ສະຫາຍຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກ່າວວ່າ: ໂຄງກາເສັ້ນທາງລົດໄຟສາຍນີ້ນອກຈາກຈະຕອບສະໜອງຄວາມຄອງຄອຍຂອງປະຊາຊົນລາວທັງຊາດ ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປລາວ,ໂດຍສະເພາະຊ່ວຍຫັນປະເທດລາວຈາກສະຖານະພາບປະເທດບໍ່ມີຊາຍແດນຕິດຈອດກັບທະເລໃຫ້ກາຍເປັນເຊື່ອມຈອດ,ທັງສອດຄ່ອງກັບແນວຄວາມຄິດລິເລີ່ມ ໜຶ່ງແລວທາງ, ໜຶ່ງເສັ້ນທາງຂອງສະຫາເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນແລະທັງປະກອບສ່ວນເພີ່ມທະວີມິດຕະ ພາບ ແລະ ການຮ່ວມມືລະຫວ່າງສອງປະເທດລາວ-ຈີນກໍຄືລະຫວ່າງອາຊຽນກັບຈີນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

No comments:

Post a Comment