Ad

Ad

21 December 2015

ປີ 2015 ເມືອງສີສັກຕະນາກບໍ່ມີການລະບາດຂອງພະຍາດໄຂ້ເລືອດອອກ

ວັນທີ 18 ທັນວານີ້, ​ເມືອງສີສັດຕະນາກໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັ້ດຕັ້ງປະຕິບັດວຽກງານປ້ອງກັນແລະ ສະກັດກັ້ນພະຍາດໄຂ້ເລືອດອອກປະຈຳປີ 2015 ຂຶ້ນທີ່ຫ້ອງການປົກຄອງເມືອງດັ່ງກ່າວ,​ ໂດຍໄດ້ຕີລາຄາວ່າ: ດ້ວຍຄວາມເອົາໃຈໃສ່ຂອງອຳນາດການປົກຄອງ, ກໍຄືໜ່ວຍງານສາທາລະນະສຸກເມືອງແລະ ປະຊາຊົນ​​ໃນການປ້ອງກັນແລະສະກັດກັ້ພະຍາດໄຂ້ເລືອດອອກຈຶ່ງເຮັດໃຫ້ປີຜ່ານມານີ້ເມືອງສີສັດຕະນາກບໍ່ມີການລະບາດຂອງພະຍາດໄຂ້ເລືອດອອກ, ມີພຽງຈຳນວນຜູ້ຕິດເຊື້ອສະສົມ 13 ກໍລະນີີ້, ໃນໂອກາດດັ່ງກ່າວທ່ານຮອງຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນໄດ້ສະແດງຄວາມຊົມເຊີຍຕໍ່ເມືອງສີສັດຕະນາກທີ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ​,​ ໂດຍສະເພາະແມ່ນ
ຄວາມ​​ເປັນເຈົ້າການມີສ່ວນຮ່ວມຂອງປະຊາຊົນ, ແຕ່ເຖິງຢ່າງໃດກໍດີທ່ານໄດ້ເນັ້ນໃຫ້ເມືອງດັ່ງກ່າວສືບຕໍ່ຈັດຕັ້ງວຽກງານດັ່ງກ່າວໃຫ້ມີປະສິດທິຜົນ,​ ໂດຍຖືເອົາການປະຕິບັດຕາມຄຳຂວັນ 5 ທີ່ກະຊວງວາງອອກຢ່າງເຂັ້ມງວດ, ພ້ອມທັງຂະຫຍາຍທະນາຄານການລ້ຽງປາຫາງນົກຍຸງໃຫ້ບັນລຸຕາມເປົ້າໝາຍ 1 ​ເມືອງໜຶ່ງ​​ແສນໂຕ, ​​​ແລະ ສືບຕໍ່ເຮັດສັນຍານຳຄອບຄົວຂອງປະຊາຊົນເພື່ອເຮັດແນວໃດບໍ່ໃຫ້​​ມີການລະບາດຂອງພະຍາດດັ່ງກ່າວ​.

No comments:

Post a Comment