Ad

Ad

4 December 2015

ສອງ​ວັນ​ຜ່ານ​ມາ ຢູ່ນະຄອນຫລວງ​ວຽງ​ຈັນ ມີ​ຜູ້ເສຍ​ຊີວິດ 3 ຄົນ​ຍ້ອນອຸປະຕິ​ເຫດ ​

     ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ວັນທີ 2 ທັນວາຜ່ານມາ, ​ໄດ້ເກີດອຸປະຕິເຫດຂຶ້ນ 6 ​​ເລື່ອງ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 3 ຄົນ, ​ໃນນັ້ນ ຕອນດຶກຂອງວັນດັ່ງກ່າວໄດ້ເກີດເຫດລົດເມສາຍໃຕ້ຕຳທ້າຍລົດຕ໋ອກໆສົ່ງຜົນໃຫ້ທ້າວ ຄຳ ອາຍຸ 35 ປີ, ກຳມະ ກອນແລະ ທ້າວ ສີ ອາຍຸ 30 ປີ, ​ກຳມະກອນ ທັງສອງຢູ່ບ້ານໜອງຂອນເມືອງໂພນໂຮງແຂວງວຽງຈັນເສຍຊີວິດຄາທີ່, ສ່ວນຜູ້ທີ່ນັ່ງມາໃນລົດຈຳນວນໜຶ່ງໄດ້ບາດເຈັບສົມຄວນ ແລະໃນທ່ຽງຄືນຂອງວັນດຽວກັນໄດ້ເກີດເຫດລົດຈັກຕຳກັນຢູ່ບໍລິເວນທາງບ້ານໜອງບົວທອງເໜືອ, ​ເມືອງສີໂຄດຕະບອງເຮັດໃຫ້ມີຄົນເສຍຊີວິດ 1 ຄົນ.

     ​ເຈົ້າໜ້າທີ່ ຍັງໃຫ້ຮູ້ຕື່ມວ່າ: ວັນທີ 29-30 ພະຈິກຜ່ານມາ, ​ຢູ່ນະຄອນຫລວງວຽງຈັນ, ​ໄດ້ມີອຸປະຕິເຫດເກີດຂຶ້ນ 11 ​ເລື່ອງ, ສົ່ງຜົນໃຫ້ມີຜູ້​​ເສຍຊີວິດ 2 ຄົນຄື: ​ໃນ​​ຕອນແລງຂອງວັນທີ 29 ​​ຢູ່ຖະໜົນ 13 ​
ເໜືອ, ​ເຂດບ້ານບົວ, ​ເມືອງນາຊາຍທອງເກີດເຫດລົດຈັກຕຳກັບລົດໃຫຍ່ເຮັດໃຫ້ທ້າວ ຈັນທະຈອນ (ຜູ້ຂັບຂີ່ລົດຈັກ) ອາຍຸ 25 ປີ, ກຳມະ ກອນ ຢູ່ບ້ານໜອງສະເມືອງນາຊາຍທອງເສຍຊີວິດຄາທີ່ແລະໃນຕອນບ່າຍຂອງວັນທີ 30, ຢູ່ເຂດບ້ານນາແຮ່ເມືອງນາຊາຍທອງໄດ້ເກີດເຫດລົດໃຫຍ່ຕຳກັບລົດຈັກເຮັດໃຫ້ນາງ ວະນີດາ (ຜູ້ຂັບຂີ່ລົດຈັກ), ອາຍຸ 55ປີ ຢູ່ບ້ານຜາງແຫ້ງ, ​ເມືອງນາຊາຍທອງເສຍຊີວິດຄາທີ່. ດັ່ງນັ້ນເຈົ້າໜ້າທີ່ຈຶ່ງຮຽກຮ້ອງໃຫ້ນັກຂັບຂີ່ທຸກຄົນຄວນມີສະຕິໃນການຂັບຂີ່ຍົນຍານພາຫະນະ ​​ແລະເອົາໃຈໃສ່ປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດ ເພື່ອຫລີກລ້ຽງການເກີດອຸປະຕິເຫດທີ່ອາດຈະເກີດຂຶ້ນໄດ້ທຸກເວລາ.

No comments:

Post a Comment