Ad

Ad

4 December 2015

ທ້າວ ຖາວອນ ເກດຈັນ ຄວ້າລຽນຄໍາການແຂ່ງຂັນ ໄອທີຄົນພິການລະດັບສາກົນ

 ທ້າວ ຖາວອນ ເກດຈັນ ອາຍຸ 18 ປີ, ເປັນນັກຮຽນໂຮງຮຽນວິຊາຊີບຄົນພິການສີເກີດສູນການແພດຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ, ໄດ້ສ້າງຊື່ສຽງແລະຜົນງານໃຫ້ແກ່ປະເທດຊາດ, ໂດຍສາມາດຍາດໄດ້ຫລຽນຄໍາໃນລາຍການແຂ່ງຂັນສໍາລັບຄົນພິການໜຸ່ມພາກພື້ນອາຊີ-ປາຊີຟີກຄັ້ງທີ 24 ( 2015 The Global IT Challenge For Youth with Disabilites), ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 25-29 ພະຈິກ 2015 ທີ່ຈາກາຕາ, ປະເທດອນໂດເນເຊຍ, ໂດຍງານດັ່ງກ່າວມີຜູ້ເຂົ້າຮ່ວມແຂ່ງຂັນຫລາຍກວ່າ 250 ຄົນຈາກ 15 ປະເທດຄື: ສປປ ລາວ, ໄທ, ຫວຽດນາມ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ບລູໄນ, .ເກົາຫລີ, ມົງໂກນ, ນເດຍ, ເນປານ, ມຽນມາ, ບັງກາລາເດສ ແລະ ສີລັງກາ, ຊຶ່ງການແຂ່ງຂັນແບ່ງເປັນສອງປະເພດຄື :ແຂ່ງຂັນເປັນກຸ່ມມີຫົວຂໍ້ຄື: ອີເຄລຍເອທີບ(eCreative), ອີດີຊາຍ (e
Design) ແລະ ແຂ່ງຂັນເປັນບຸກຄົນໃນຫົວຂໍ້ຄື: ອີທູນ(eTool) ແລະ ອີໄລຟແມບ(eLifemap), ໂດຍຕ່າງໜ້າຊາວໜຸ່ມຄົນພິການລາວມີທັງໝົດ 4 ຄົນ(ຍິງ 1 ຄົນ) ໃນນັ້ນພິການທາງດ້ານຮ່າງກາຍ 2 ຄົນ, ສາຍຕາ ແລະ ຫູປະເພດລະໜຶ່ງຄົນ ແລະ ຜົນການແຂ່ງຂັນປະເພດບຸກຄົນປະກົດວ່າຕົວແທນຊາວໜຸ່ມຄົນພິການຂອງ ສປປ ລາວ ທ້າວ ຖາວອນ ເກດຈັນ, ນັກຮຽນພິການຈາກໂຮງຮຽນວິຊາຊີບຄົນພິການສີເກີດສູນການແພດຟື້ນຟູໜ້າທີ່ການໄດ້ຮັບລາງວັນຫລຽນຄໍາ (The Best Award) ຈາກການແຂ່ງຂັນຫົວຂໍ້: ອີທູນ.

ງານແຂ່ງຂັນດັ່ງກ່າວ, ແມ່ນສະພາເພື່ອການຟື້ນຟູຄົນພິການຂອງສາທາລະນະລັດເກົາຫລີຮ່ວມກັບອົງການກອງທຶນ(DODREAM) ແລະ ສະພາເພື່ອການເບິ່ງແຍງດູແລເດັກພິການຂອງປະເທດອິນໂດເນເຊຍເປັນຜູ້ຈັດຂຶ້ນ, ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງວິທະຍາສາດເຕັກໂນໂລຊີແລະແຜນການຂອງອິນໂດເນເຊຍ, ຄະນະກໍາມະການດ້ານການສື່ສານຂອງ ສ.ເກົາຫລີ, ອົງ ການເອັສແຄບ(ESCAP), ບໍລິສັດ ແອລຈີ(LG) ແລະ ບໍລິສັດເນເວີ(NAVER).

No comments:

Post a Comment