Ad

Ad

4 December 2015

ເລື່ອນຊັ້ນພົນຕີໃຫ້ລັດຖະມົນຕີກະຊວງປ້ອງກັນຄວາມສະຫົງບ

ຂ່າວ-ພາບ : ຫນັງສືພິມ ປກສ
 ໃນວັນທີ 1 ທັນວານີ້, ກະຊວງປ້ອງກັນຄວາມສະຫງົບ, ໄດ້ຈັດພິທີເລື່ອນຊັ້ນພົນຈັດຕະວາຂຶ້ນພົນຕີໃຫ້ບັນດາລັດຖະມົນຕີກະຊວງດັ່ງກ່າວ, ຊຶ່ງປະກອບມີ: ທ່ານພົນຈັດຕະວາ ສົມແກ້ວ ສີລາວົງລັດຖະ ມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ, ທ່ານ ສີນທະວົງ ໄຊຍະກອນ ແລະ ທ່ານ ກົງທອງພົງພິຈິດ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ.ໂດຍການໃຫ້ກຽດປະດັບຊັ້ນຂອງທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ ເພື່ອປະຕິບັດຕາມລັດຖະດໍາລັດຂອງປະທາປະເທດແຫ່ງ ສປປ ລາວ.

ໃນໂອກາດນີ້, ທ່ານຮອງປະທານປະເທດໄດ້ໃຫ້ກຽດໂອ້ລົມຕໍ່ພິທີວ່າ: ຂໍໃຫ້ບັນດາທ່ານຄະນະພັກ-ຄະນະນໍາກະຊວງປ້ອງກັນຄວາມສະຫງົບທຸກຂັ້ນຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາກໍາ
ລັງປ້ອງກັນຄວາມສະຫງົບໃຫ້ກາຍເປັນເຄື່ອງມືທີ່ເດັດຂາດເຂັ້ມແຂງຂອງພັກແລະລັດຖະບານໃນການປົກປັກຮັກສາລະບອບໃໝ່, ມີສະຕິຕໍ່ລະບຽບວິໄນແລະກຽມພ້ອມທັບມ້າງທຸກກົນອຸບາຍຫັນ ປ່ຽນໂດຍສັນຕິຂອງສັດຕູທຸກຮູບແບບເພື່ອປົກປັກຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ປົກປ້ອງຊີວິດແລະຊັບສີນຂອງປະຊາຊົນບັນດາເຜົ່າເພື່ອໃຫ້ສົມກັບເປັນກໍາລັງທີ່ເພິ່ງພາໄດ້ແລະເຊື່ອໝັ້ນຂອງປະຊາຊົນ.

No comments:

Post a Comment