Ad

Ad

15 December 2015

ລາວ​ໂຮມ​ຊຸມນຸມ​ສະຫລອງ​ວັນ​ເກີດປະທານ ​ໄກສອນ ພົມວິຫານ ຄົບຮອບ 95 ປີ

ງານໂຮມຊຸມນຸມໃຫຍ່ສະເຫລີມສະຫລອງວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 95 ປີ (13/12/1920-13/12/2015) ​ໄດ້ຈັດຂຶ້ນທີ່ແຂວງສະຫວັນນະເຂດເຊິ່ງເປັນບ້ານເກີດເມືອງນອນຂອງເພິ່ນໃນເຊົ້າວັນທີ 13 ທັນວານີ້ໂດຍການເຂົ້າຮ່ວມຂອງທ່ານ ສົມສະຫວາດເລັ່ງສະຫວັດກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານລັດຖະມົນຕີກະຊວງແຜນການແລະ ການລົງທຶນ, ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມນາຍແລະ ພົນທະຫານ, ຕຳຫລວດແລະ ມວນຊົນຊາວແຂວງສະຫວັນນະເຂດເຂົ້າຮ່ວມເປັນຈຳນວນຫລາຍ.
           ​ໃນບົດປາໄສຂອງທ່ານ ສຸພັນແກ້ວມີໄຊເລຂາພັກແຂວງ, ​ເຈົ້າແຂວງສະຫວັນນະເຂດໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫລືອຕໍ່ຄຸນງາມຄວາມດີອັນໃຫຍ່ຫລວງຂອງປະທານໄກສອນ ພົມວິ ຫານ ທີ່ມີຕໍ່ປະເທດຊາດແລະ ປະຊາຊົນລາວບັນດາເຜົ່າ. ທ່ານເຈົ້າແຂວງຢືນຢັນວ່າ: ປະທານໄກ ສອນ
ພົມວິຫານເປັນຜູ້ນຳທີ່ແສນ​​ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ​ເພິ່ນເປັນຜູ້ໃຫ້ກຳເນີດພັກປະຊາຊົນປະຕິວັດລາວ, ​ເປັນຄົນປີຊາສາມາດສະຫລາດສ່ອງໃສກ້າຫານເດັດຂາດໃນການນຳພາ, ມີຄຸນສົມບັດສິນທຳປະຕິວັດອັນສູງສົ່ງ, ມີຄວາມຮູ້ຢ່າງເລິກເຊິ່ງໃນຫລາຍສາຂາວິຊາ, ມີສະຕິປັນຍາອັນລ້ຳເລີດແຫລມຄົມ, ສະດຸ້ງໄວແລະ ມີພິກໄຫວຮອບຮູ້ທັນໂລກ, ທັນເຫດການແລະເລ່ຫລ່ຽມກົນອຸບາຍຂອງສັດຕູ, ​ເພິ່ນໄດ້ອຸທິດເລືອດເນື້ອແລະ ພູມປັນຍານຳພາການປະຕິວັດລາວກ້າວຂຶ້ນປົດປ່ອຍຊາດແລະ ປະຊາຊົນໃຫ້ຫລຸດພົ້ນອອກຈາກແອກຄອບຄອງຂອງຈັກກະພັດຜູ້ຮຸກຮານໄດ້ຢ່າງມີໄຊ, ສະຖາປະນາປະເທດຊາດເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສົມບູນໃນວັນທີ 2 ທັນວາ 1975.
ທ່ານເຈົ້າແຂວງກ່າວວ່າ: ຜົນງານແລະ ຄຸນງາມຄວາມດີອັນຍິ່ງໃຫຍ່ແລະ ວິລະກຳອັນລ້ຳເລີດແລະຄຸນສົມບັດສິນທຳປະຕິວັດອັນປະເສີດຂອງປະທານໄກສອນ ພົມວິຫານໄດ້ກາຍເປັນຕົວແບບແລະສັນຍາລັກແຫ່ງສັດຈະທຳອຳມະຕະຈະຍັງເບັ່ງບານຫອມຫວນສະຖິດສະຖານຢູ່ໃນຄວາມຊົງຈຳແລະຜູກພັນແນບແໜ້ນເໝືອນກາຍອິນຊີຄືຊີວິດແລະເລືອດເນື້ອຢູ່ໃນດວງໃຈຂອງປະຊາຊົນລາວບັນດາເຜົ່າ, ​ເວົ້າສະເພາະກໍແມ່ນຊາວແຂວງສະຫວັນນະເຂດພ້ອມທັງຈະຈາລຶກລະນຶກໄວ້ເປັນອານຸສອນຂອງປະເທດຊາດແລະແຜ່ນດິນທີ່ສັກກາລະນີ້ຕໍ່ໄປຊົ່ວນິລັນດອນ.

            ​ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 95 ປີນີ້, ພັກ-ລັດເຮົາກໍໄດ້ຈັດຕັ້ງຫລາຍກິດຈະກຳຄືຢູ່ເມືອງວຽງໄຊແຂວງຫົວພັນທີ່ໝັ້ນຂອງການປະຕິວັດໃນເມື່ອກ່ອນເຊິ່ງເປັນບ່ອນທີ່ປະທານໄກສອນພົມວິຫານໄດ້ອາໄສຢູ່ແລະ ຊີ້ນຳ-ນຳພາຂະບວນການປະຕິວັດລາວໃນເມື່ອກ່ອນກໍໄດ້ຈັດຕັ້ງການສະເຫລີມສະຫລອງຢ່າງຍິ່ງໃຫຍ່ແລະມີຄວາມໝາຍບົນຈິດໃຈຕາມຮອຍປະທານໄກສອນ ພົມວິຫານ.

No comments:

Post a Comment