Ad

Ad

16 December 2015

ຈັບຄົນຕ່າງປະເທດໃຊ້ບັດເອທີເອັມປອມ ກົດເອົາເງິນໃນລາວ

ພາບ-ຂ່າວ : ຫນັງສືພິມ ປກສ
ທ້າວ ບ໋ອກດ່ານ ຕາລາລູນກາ ອາຍຸ 37 ປີ ສັນຊາດລູມານີ ໄດ້ຖືກເຈົ້າໜ້າທີ່ຕໍາຫລວດເສດຖະ ກິດລາວຈັບຕົວມາດໍາເນີນຄະດີຕາມກົດໝາຍເມື່ອບໍ່ດົມານີ້, ພາຍຫລັງໃຊ້ບັດເອທີເອັມ (ATM) ປອມເຄື່ອນໄຫວລັກກົດເອົາເງິນສົດຢູ່ຕາມຕູ້ເອທີເອັມທັງໃນຕົວເມືອງນະຄອນຫລວງວຽງຈັນ ແລະ ແຂວງຕ່າງໆ ແລະ ກວາດເງິນສົດໄປເປັນຈໍານວນຫລາຍລ້ານກີບ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກທະນາຄານຫລາຍແຫ່ງວ່າ: ໄດ້ມີກຸ່ມຄົນບໍ່ດີຈໍານວນໜຶ່ງໃຊ້ບັດເອທີເອັມປອມແປງລັກກົດເອົາເງິນສົດຢູ່ຕູ້ເອທີເອັມຫລາຍຈຸດຕາມຕົວເມືອງ ແລະ ບັນດາແຂວງຕ່າງໆນັບແຕ່ຕົ້ນເດືອນພະຈິກ 2015 ເປັນຕົ້ນມາ, ສົ່ງຜົນເຮັດໃຫ້ເງິນຢູ່ຕູ້ເອທີເອັມເສຍຫາຍເປັນຈໍານວນຫລາຍລ້ານກີບ, ຈຶ່ງໄດ້ວາງແຜນຕິດຕາມກຸ່ມຄົນຮ້າຍດັ່ງ
ກ່າວ ແລະ ຮອດວັນທີ 5 ທັນວາ 2015 ຈຶ່ງສາມາດຈັບຕົວຜູ້ກະທໍາຜິດໄດ້ 2 ຄົນ ແລະ ໜຶ່ງໃນນັ້ນເປັນຄົນຕ່າງປະ ເທດຄື: ທ້າວ ບ໋ອກດ່ານ ຕາລາລູນກາ ພ້ອມຂອງກາງເປັນອຸປະກອນບັດເອທີເອັມປອມແປງ ແລະ ເງິນກີບ ແລະ ເງິນຕາຕ່າງປະເທດຈໍານວນໜຶ່ງ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ທ້າວ ບ໋ອກດ່ານ ຮັບສາລະພາບວ່າ:ຕົນໄດ້ໃຊ້ອຸປະກອນພິເສດຊະນິດໜຶ່ງ (ຊິບ) ສອດເຂົ້າໃນຕູ້ເອທີເອັມຫລາຍແຫ່ງຕາມຕົວເມືອງ ແລະແຂວງຕ່າງໆໃນລາວເພື່ອລັກເອົາຂໍ້ມູນຂອງລູກຄ້າແລ້ວເອົາໄປຜະລິດບັດເອທີເອັມປອມມາເຄື່ອນໄຫວກົດເອົາເງິນສົດຕາມຕູ້ເອທີເອັມຕ່າງໆ. ຕໍ່ບັນຫາດັ່ງກ່າວ, ພາກສ່ວນກ່ຽວຂ້ອງຈຶ່ງຮຽກຮ້ອງໃຫ້ປະຊາ ຊົນກໍຄືລູກຄ້າຜູ້ຊົມໃຊ້ຕູ້ເອທີເອັມຈົ່ງມີສະຕິລະວັງຕົວຫລາຍຂຶ້ນ, ໂດຍສະເພາະຖ້າພົບເຫັນຊ່ອງປ່ອນ
ບັດຕູ້ເອທີເອັມຜິດປົກກະຕິຫລືມີສິ່ງຂອງອັນໃດໜຶ່ງສອດໃສ່ໃຫ້ຮີບຮ້ອນແຈ້ງຕໍ່ພາກສ່ວນກ່ຽວຂ້ອງຫລືເຈົ້າໜ້າທີ່ທັນທີເພື່ອສະກັດກັ້ນກຸ່ມຄົນບໍ່ດີບໍ່ໃຫ້ລົງມືກໍ່ເຫດໃນລັກສະນະດັ່ງກ່າວໄດ້.

No comments:

Post a Comment