Ad

Ad

15 December 2015

ສະພາ​ຮັບຮອງ​ເອົາກົດໝາຍ​ວ່າ​ດ້ວຍ​ການປົກຄອງ​ທ້ອງ​ຖິ່ນສະ​ບັບປັບປຸງ

           
ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ໄດ້ຖືກຮັບຮອງຈາກສະມາຊິກສະພາແຫ່ງຊາດດ້ວຍສຽງສ່ວນຫລາຍ​ ​ໃນຕອນ​​ແລງຂອງວັນທີ 14 ທັນວາຜ່ານມານີ້, ​ເຊິ່ງເປັນມື້ທີ 6 ຂອງການດຳເນີນກອງປະຊຸມສະ​​ໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII. ຮ່າງກົດໝາຍສະບັບນີ້ໂດຍລວມແມ່ນໄດ້ປັບປຸງທາງດ້ານຫລັກການພື້ນຖານກ່ຽວກັບການຈັດຕັ້ງ​, ການເຄື່ອນໄຫວແລະ ລະບອບແບບແຜນວິທີເຮັດວຽກຂອງອົງການປົກຄອງທ້ອງຖິ່ນເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າ, ​ການປັບປຸງແລະ ສ້າງອົງການປົກຄອງທ້ອງຖິ່ນໃຫ້ສອດຄ່ອງກັບສະພາບ​​ເງື່ອນໄຂຄວາມເປັນຈິງຂອງປະເທດເຮົາ ກໍຄືຄວາມມຸ້ງມາດປາຖະໜາຂອງປະຊາຊົນ, ການພັດທະນາໃນໄລຍະໃໝ່, ການເຊື່ອມ​​ໂຍງກັບພາກພື້ນແລະ ສາກົນແນໃສ່ເຮັດໃຫ້ອົງການປົກຄອງທ້ອງຖິ່ນມີຄວາມໜັກແໜ້ນ​​ເຂັ້ມແຂງ, ​ເປັນລະບົບເອກກະພາບໃນທົ່ວປະເທດແລະ ສາມາດຮັບປະກັນການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ​ແຜນພັດທະນາ​​ເສດຖະກິດສັງຄົມແລະແຜນງົບປະມານແຫ່ງລັດໃຫ້ປະກົດຜົນເປັນຈິງແລະ ມີປະສິດທິພາບສູງ. ​ໃນນັ້ນ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປີ 2003 ​ໄດ້ຖືກນຳໃຊ້ມາແລ້ວ 10 ກວ່າປີເຖິງຈະມີຈຸດດີເປັນສ່ວນຫລາຍ, ​ແຕ່ກໍຍັງມີຈຸດອ່ອນບາງດ້ານເຊັ່ນ: ​ນື້ອໃນຂອງບາງໝວດ, ບາງມາດຕາຍັງບໍ່ທັນຈະແຈ້ງ, ຮັດກຸມແລະ ບໍ່ທັນຄົບຖ້ວນເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາແລະ ດ້ວຍເຫດຜົນດັ່ງກ່າວຈຶ່ງມີຄວາມຈຳເປັນ​​ຕ້ອງໄດ້ມີການປັບປຸງກົດໝາຍສະບັບດັ່ງກ່າວເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດ, ຄວາມຕ້ອງການພັດທະນາໃນໄລຍະໃໝ່ ແລະ ການເຊື່ອມໂຍງກັບສາກົນໄດ້.
            ທ່ານລັດຖະມົນຕີວ່າການກະຊວງພາຍໃນ ໄດ້ກ່າວວ່າ: ເມື່ອກົດໝາຍສະບັບ ນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຈະເຮັດໃຫ້ລັດຖະບານ ແລະ ທ້ອງຖິ່ນ ມີນິຕິກຳເປັນ ບ່ອນອີງໃນການຄົ້ນຄວ້າເພື່ອສ້າງຕັ້ງ, ປັບປຸງບູລະນະການຈັດຕັ້ງ, ການເຄື່ອນໄຫວ ແລະ ວິທີເຮັດວຽກຂອງອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ໂປ່ງ ໃສຂຶ້ນຕື່ມ, ພ້ອມນີ້ ຍັງເຮັດໃຫ້ອົງການປົກຄອງທ້ອງຖິ່ນ ມີກຳລັງແຮງຫລາຍຂຶ້ນ ໃນການ ຂຸດຄົ້ນກຳລັງແຮງບົ່ມຊ້ອນຂອງທ້ອງຖິ່ນເຂົ້າໃສ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ລະບຽບການ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ການບໍລິການປະຊາຊົນໃຫ້ມີປະສິດທິຜົນຫລາຍຂຶ້ນ. ນອກຈາກນີ້ ຍັງຮັບປະກັນການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ​ແຜນພັດທະນາເສດຖະກິດ-ສັງຄົມ, ​ແຜນງົບປະມານ, ວຽກງານປ້ອງກັນຊາ-ປ້ອງກັນຄວາມສະຫງົບແລະ ວຽກງານການຕ່າງປະເທດໃຫ້ມີປະສິດທິຜົນແລະ ສາມາດປົກປ້ອງ​​ຜົນປະໂຫຍດຂອງລັດ, ລວມໝູ່, ສິດແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ແນໃສ່ປະເທດຊາດມີຄວາມເຂັ້ມ ແຂງ, ປະຊາຊົນເຂົ້າເຖິງການບໍລິການ ແລະ ການມີສ່ວນຮ່ວມໃນການຄຸ້ມຄອງການບໍລິ ການຂອງລັດ ເຮັດໃຫ້ສັງຄົມມີຄວາມສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ. ກົດໝາຍດັ່ງກ່າວ ປະກອບມີ: 9 ພາກ, 5 ໝວດ, 96 ມາດຕາ.

            ​​ໃນວັນດຽວກັນສະພາ​​ແຫ່ງຊາດ ຍັງໄດ້ຮັບຮອງເອົາກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະ ສະພາປະຊາຊົນຂັ້ນແຂວງສະບັບປັບປຸງຢ່າງເປັນເອກກະສັນກັນດ້ວຍຄະແນນສຽງຫລາຍກວ່າ 90% ຂອງສະມາຊິກສະພາແຫ່ງຊາດ, ​ເຊິ່ງກົດ ໝາຍສະບັບດັ່ງກ່າວປະກອບມີ: XI ໝວດ, 51 ມາດຕາ.

No comments:

Post a Comment