ອົງຄະນະພັກຫ້ອງວ່າການສູນກາງພັກໄດ້ຈັດກອງປະຊຸມຂອງຕົນຂຶ້ນໃນວັນທີ
22 ຕຸລານີ້ ໂດຍເປັນກຽດເຂົ້າຮ່ວມຂອງສະ ຫາຍ ບຸນຍັງ ວໍລະຈິດ
ກຳມະ ການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດເພື່ອສະຫລຸບຕີລາຄາການເຄື່ອນໄຫວຊີ້ນຳ-ນຳພາ ຂອງອົງຄະນະພັກຫ້ອງວ່າການດັ່ງກ່າວໃນໄລຍະ
5 ປີ ຜ່ານມາ (2010-2015) ແລະ ວາງໜ້າທີ່ຈຸດສຸມໃນຕໍ່ໜ້າ, ພ້ອມໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນຈຳນວນ 5 ສະຫາຍ ແລະ ສຳຮອງ 2 ສະຫາຍ
ເພື່ອເປັນຕົວແທນໃຫ້ແກ່ອົງຄະນະພັກຫ້ອງວ່າການສູນກາງພັກໄປຮ່ວມກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ
X ຂອງພັກ ທີ່ຈະໄຂຂຶ້ນໃນຕົ້ນປີ 2016 ທີ່ຈະມາເຖິງ.
ສະຫາຍ
ບຸນຍັງ ວໍລະຈິດ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ໃນຊຸມປີຕໍ່ໜ້້ານີ້ແມ່ນໄລຍະທີ່ພັກເຮົາສືບຕໍ່ບູລະນະ
ແລະ ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກເພື່ອນຳພາທົ່ວສັງຄົມປະຕິບັດ
2 ໜ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາປະເທດຊາດ, ນຳເອົາປະເທດຊາດຫລຸດພົ້ນອອກຈາກ ຄວາມດ້ອຍພັດທະນາໃນປີ