Ad

Ad

31 May 2016

6 ບໍລິສັດຊື່ດັງຮ່ວມທຸລະກິດກັບສູນການຄ້າວຽງຈັນເຊັນເຕີ

          ວັນທີ 30 ພຶດສະພານີ້, ຢູ່ສູນການຄ້າວຽງຈັນເຊັນເຕີ, ໄດ້ມີພິທີລົງນາມສັນຍາຮ່ວມທຸລະກິດ ລະຫວ່າງບໍລິສັດ ພັດທະນາສູນເສດຖະກິດການຄ້າ ຄົບວົງຈອນ ໜອງຈັນ ຕອນເໜືອ ຈຳກັດ (ສູນການຄ້າວຽງຈັນເຊັນເຕີ) ແລະ 6 ບໍລິສັດທີ່ມີຊື່ສຽງໃນລາວ ແລະ ຕ່າງປະເທດຄື: ບໍລິສັດ ແອັບສະຕາ (APSTAR), ບໍລິສັດ China International Water & Electric Corp, ບໍລິສັດ Bhip, ບໍລິສັດ AVIC INTL, ບໍລິສັດ ZTE ແລະ ຮ້ານກະແລ້ມ ແດລີຄລີນ, ເພື່ອແນໃສ່ສ້າງໃຫ້ສູນການຄ້າວຽງຈັນເຊັນເຕີ ເປັນສູນການຄ້າທີ່ໃຫຍ່ ແລະ ມີຊື່ສຽງໂດ່ງດັງ ໃນສປປ ລາວເຊັ່ນກັນ.

          ສູນການຄ້າວຽງຈັນເຊັນເຕີ ເປັນຈຸດສູນກາງທຸລະກິດແຫ່ງໜຶ່ງ ຂອງນະຄອນຫລວງວຽງຈັນ, ເຊິ່ງເປັນສູນການຄ້າທີ່ໃຫຍ່ ແລະ ກວ້າງຂວາງ, ພ້ອມທັງເປັນເວທີໜຶ່ງໃນການຂະຫຍາຍຕົວຂອງທຸລະກິດຂະໜາດຕ່າງໆ, ທີ່ມີຄວາມຫລູຫລາ ແລະ ທັນສະໄໝ, ເໝາະສົມກັບການລົງທຶນເຮັດທຸລະກິດຢູ່ສູນການຄ້າແຫ່ງນີ້. ການລົງນາມຄັ້ງນີ້ ມີຂຶ້ນລະຫວ່າງທ່ານ ລີຊຽວຕົງ ອຳນວຍການບໍລິສັດ ພັດທະນາສູນເສດຖະກິດການຄ້າ ຄົບວົງຈອນ ໜອງຈັນຕອນເໜືອ ຈຳກັດ ແລະ ຜູ້ຕາງໜ້າຈາກ 6 ບໍລິສັດດັ່ງກ່າວ.

No comments:

Post a Comment