Ad

Ad

27 May 2016

ກຽມ​ຈັດ​ງານ​ວາງສະ​ແດງ​ເຄື່ອງ​ເຮືອນ​ລາວ​ເປັນ​ຄັ້ງ​ທຳ​ອິດ

          ປະທານສະມາຄົມເຟີນີເຈີລາວແຈ້ງໃຫ້ຮູ້​​ໃນງານຖະແຫລງຂ່າວຕໍ່ສື່ມວນຊົນເມື່ອວັນທີ 26 ພຶດສະພານີ້ວ່າ: ​ໃນລະຫວ່າງວັນທີ 18-24 ກໍລະນີ້, ສະມາຄົມເຟີນີເຈີລາວ ຈະຈັດງານວາງສະແດງເຄື່ອງໃຊ້ໃນເຮືອນລາວເປັນຄັ້ງທຳອິດ ປະຈຳປີ 2016ນີ້, ຢູ່ສູນການຄ້າລາວ-​ໄອເຕັກເພື່ອແນໃສ່ສົ່ງເສີມແລະ ສ້າງຄວາມເຂັ້ມແຂງທາງດ້ານສີໄມ້ລາຍມືຄົນລາວເຮົາ, ຫົວໜ່ວຍທຸລະກິດເຟີນີເຈີໄມ້ລາວໃຫ້ຂະຫຍາຍຕົວແລະ ສາມາດເຊື່ອມໂຍງເຂົ້າສູ່ຕະຫລາດພາກພື້ນ​ ​ແລະ ສາກົນໄດ້ເພື່ອສາມາດຂະຫຍາຍຕະຫລາດເຟີນີເຈີ​​ໄມ້ຈາກລາວໃຫ້ນັບມື້ກວ້າງຂວາງແລະ ທັງເປັນການອະນຸລັກຮັກສາປ່າໄມ້, ນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດແລະ ມີ
ໄມ້ໄວ້ຢ່າງຢືນຢົງແລະເປັນການເພີ່ມມູນຄ່າຜະລິດຕະພັນໄມ້, ຫວາຍແລະໄມ້ປ່ອງໃຫ້ສູງຂຶ້ນ ຕາມຄວາມຕ້ອງການຂອງສັງຄົມ.

          ທ່ານ​​ປະທານ ກ່າວວ່າ: ຄາດວ່າງານວາງສະແດງດັ່ງກ່າວຈະມີເຄື່ອງຮັບໃຊ້ວຽກງານກໍ່ສ້າງ ເພດຕ່າງໆ, ​ເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້, ຫວາຍ, ​ໄມ້ປ່ອງແລະ ວັດສະດຸເສດເຫລືອຕ່າງໆຈາກ​​ໄມ້, ຜະລິດຕະພັນຫັດຖະກຳແລະເຄື່ອງແກະສະຫລັກຕ່າງໆ, ພ້ອມມີເຄື່ອງມືອຸປະກອນ​ ​ແລະເຄື່ອງຈັກສຳລັບການຜະລິດເຄື່ອງເຟີນີເຈີ, ​ໂດຍຈະມີຜູ້ປະກອບການເຟີນີເຈີແລະ ອຸປະກອນຮັບໃຊ້ວຽກງານດັ່ງກ່າວເຂົ້າຮ່ວມຫລາຍກວ່າ 300 ຮ້ານ.

No comments:

Post a Comment