Ad

Ad

30 May 2016

ນ້ຳມັນເຄື່ອງ ໂຕຕານ ມີຈຳໜ່າຍຢູ່ລາວແລ້ວ


        ວັນທີ 27 ພຶດສະພານີ້, ບໍລິສັດ ທີເຄກຣຸບ ໄດ້ຈັດພິທີນຳສະເໜີຜະລິດຕະພັນນ້ຳມັນເຄື່ອງໂຕຕານຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ທ່ານຮອງປະທານບໍລິສັດ ໂຕຕານ ອາຊີປາຊີຟິກ ປະເທດສິງກະໂປ, ພ້ອມດ້ວຍລູກຄ້າເຂົ້າຮ່ວມເປັນຈຳນວນຫລາຍ.
          ທ່ານປະທານບໍລິສັດ ທີເຄກຣຸບ ຈຳກັດ ກ່າວໃນພິທີວ່າ: ຜະລິດຕະພັນນ້ຳມັນເຄື່ອງທີ່ນຳສະເໜີດັ່ງກ່າວ ເປັນເຄື່ອງໝາຍການຄ້າ ໂຕຕານ ທີ່ໄດ້ຮັບຄວາມນິຍົມໃນທົ່ວໂລກ ພາຍໃຕ້ຄຳຂວັນວ່າ: ທາງເລືອກທີ່ຖືກຕ້ອງ ສຳລັບຄົນຮັກລົດ”, ເຊິ່ງບໍລິສັດ ທີເຄກຣຸບ ໄດ້ຮັບບູລິມະສິດໃນການນຳເຂົ້າ ແລະ ຈັດຈຳໜ່າຍພຽງຜູ້ດຽວໃນ ສປປ ລາວ, ທັງນີ້ ກໍເພື່ອສ້າງມາດຕະຖານໃໝ່ໃຫ້ກັບເຄື່ອງຈັກ ແລະ ສ້າງ
ເງື່ອນໄຂໃຫ້ຜູ້ຊົມໃຊໄດ້ມີໂອກາດເຂົ້າເຖິງສິນຄ້າທີ່ມີຄຸນນະພາບ, ລາຄາສົມເຫດສົມຜົນ, ເຊິ່ງພາຍໃນງານ ຍັງມີສິນຄ້າຫລາຍປະເພດສຳລັບລົດຍົນທີ່ບໍລິສັດ ທີເຄກຣຸບ ນຳມາສະເໜີ ເປັນຕົ້ນ ນ້ຳມັນໄຮໂດຼລິກ, ນ້ຳມັນເກຍ, ນ້ຳມັນເຟືອງທ້າຍ, ນ້ຳມັນໝໍ້ແປງ ແລະ ອື່ນໆຢ່າງຫລວງຫລາຍ, ຢູ່ບໍລິສັດຂອງຕົນອີກດ້ວຍ.

No comments:

Post a Comment