Ad

Ad

8 June 2016

ລາວຕັ້ງເປົ້າປູກເຂົ້ານາປີນີ້ໃຫ້ໄດ້ 787.500 ເຮັກຕາ

          ກົມປູກຝັ່ງ ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ປັດຈຸບັນກະສິກອນ ຢູ່ທ້ອງຖີ່ນຕ່າງໆບ່ອນທີ່ມີເງື່ອນໄຂໄດ້ເລີ່ມກະກຽມດິນ ແລະ ຕົກກ້າເພື່ອກະກຽມໃຫ້ແກ່ການຜະລິດເຂົ້ານາປີ 2016 ແລ້ວເປັນສ່ວນໃຫຍ່, ເພື່ອຮັບປະກັນໃຫ້ໄດ້ຕາມຄາດໝາຍແຜນການວາງໄວ້ ຈຳນວນ 787.500 ເຮັກຕາ ຄາດຄະເນຜົນຜະລິດໃຫ້ໄດ້ຫຼາຍກວ່າ 3,4 ລ້ານໂຕນ, ດ້ວຍສະມັດຕະພາບສະເລ່ຍ 4,35 ໂຕນ/ເຮັກ ຕາ, ນອກນັ້ນຍັງມີເຂົ້າເນີນສູງວາງຄາດໝາຍໄວ້ທີ 1 ແສນເຮັກຕາ, ຄາດຄະເນຜົນຜະລິດ 2 ແສນໂຕນ, ດ້ວຍສະມັດຕະການການຜະລິດ 2 ໂຕນ/ເຮັກຕາ, ສຳລັບການປູກພືດລະດູຝົນໃຫ້ບັນລຸ 586.300 ເຮັກຕາ, ຄາດຄະເນຜົນ ຜະລິດ 6,3 ລ້ານໂຕນ, ຊຶ່ງມາຮອດປັດຈຸບັນກະສິກອນບາງທ້ອງຖິ່ນໄດ້ລົງມືປູກໄປແລ້ວຈຳນວນໜຶ່ງ, ຂະນະທີ່ຂະແໜງກະສິກຳກໍໄດ້ລົງຊຸກຍູ້ໃຫ້ຊາວກະສິກອນນຳໃຊ້ເຕັກນິກການຜະລິດແບບກະເສດສຸມເພື່ອຍົກສະມັດຕະພາບໃຫ້ສູງຂຶ້ນ, ພ້ອມທັງເລັ່ງປົວແປງລະບົບຊົນລະປະທານທີ່ຊຸດໂຊມຮັບປະກັນການສະໜອງນ້ຳໃຫ້ພຽງພໍໃນເນື້ອທີ່ການຜະລິດ, ໂດຍສະເພາະແມ່ນຢູ່ 10 ແຂວງຈຸດສຸມຜະລິດເຂົ້າຄື: ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ວຽງຈັນ, ນະ ຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກເປັນຕົ້ນ.

No comments:

Post a Comment