Ad

Ad

8 June 2016

ແລກປ່ຽນບົດຮຽນການກຳຈັດສິ່ງເສດເຫລືອທີ່ອອກຈາກໂຮງງານໄຟຟ້າຫົງສາ

          ວັນທີ 7 ມີຖຸນານີ້, ກະຊວງອຸດສາຫະກຳ ແລະ ກ້ານຄ້າ ແລະ ບໍລິສັດ ໄຟຟ້າຫົງສາ ຈຳກັດ, ໄດ້ຮ່ວມກັນຈັດຝຶກອົບຮົມໃຫ້ພະນັກງານວິຊາການກ່ຽວຂ້ອງ ກ່ຽວກັບວິທີກຳຈັດ ສິ່ງເສດເຫລືອອັນ ຕະລາຍຂອງໂຮງງານໄຟຟ້າຫົງສາ, ຂຶ້ນທີ່ແຂວງໄຊຍະບູລີ, ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ.

          ເພື່ອເປັນການແລກປ່ຽນບົດຮຽນດ້ານການຈັດການສິ່ງເສດເຫລືອຈາກໂຮງງານໄຟຟ້າດັ່ງກ່າວໃຫ້ໝົດໄປ ບໍ່ໃຫ້ສະພາບອາກາດໃນເຂດດັ່ງກ່າວເປັນພິດ ແລະ ສົ່ງຜົນຕໍ່ສະພາບແວດລ້ອມ, ສັງຄົມ ພ້ອມທັງ ຊອກຫາວິທີໃນການປັບປ່ຽນສິ່ງເສດເຫລືອ ທີ່ອອກມາຈາກໂຮງງານໃຫ້ກາຍເປັນອາກາດທີ່ສົດຊື່ນ ແລະ ເປັນມິດຕໍ່ສິ່ງແວດລ້ອມ ແລະ ສັງຄົມນຳດ້ວຍ.

No comments:

Post a Comment