Ad

Ad

8 June 2016

ໂຄງການແກະສະຫລັກຮູບປະທານໄກສອນ ພົມວິຫານ ແລະ ກອງລາດຊະວົງມີຄວາມຄືບໜ້າຫລາຍກວ່າ 80%

          ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ລົງຕິດຕາມເບິ່ງຄວາມຄືບໜ້າຂອງໂຄງການແກະສະ ຫລັກຮູບປະທານ ໄກສອນ ພົມວິຫານ ແລະ ບັນດານັກຮົບປະຕິວັດລາວ ທີ່ໄດ້ປະກາດສ້າງຕັ້ງກອງລາດຊະວົງຕົວຈິງ, ນັບແຕ່ວັນທີ 20 ມັງກອນ 1949 (ກອງທັບປະຊາຊົນລາວ ໃນປັດຈຸບັນ) ເພື່ອນຳໄປປະດິດສະຖານຢູ່ເຂດອານຸສອນສະຖານ ຖ້ຳແມ ເຂດລາວຮຸ່ງ ເມືອງຊຽງຄໍ້ ແຂວງ ຫົວພັນ ໂດຍແມ່ນບໍລິສັດ ຫຸ້ນສ່ວນ ວິຈິດສິນເຕິນບັກອ໊າ ຫວຽດນາມ ຢູ່ເມືອງ ຮວາລື ແຂວງ ນິງບິ່ງ ສສ ຫວຽດນາມ ຮັບເໝົາໂຄງການດັ່ງກ່າວ, ຊຶ່ງໄດ້ລາຍງານສະພາບການປະຕິບັດໂຄງການວ່າມີຄວາມຄືບໜ້າຫລາຍກວ່າ 80% ແລະ ຄາດວ່າຈະໃຫ້ສຳເລັດສົມບູນ ໃນເດືອນກໍລະກົດ ທີ່ຈະເຖິງນີ້. ສ່ວນການເຮັດທາງ ແລະ
ປັບປຸງສະຖານທີ່ຢູ່ເຂດອານຸສອນສະຖານ ຖ້ຳແມ ເມືອງຊຽງຄໍ້ ແຂວງ ຫົວພັນ ກໍມີຄວາມຄືບໜ້າເຊັ່ນກັນ.

          ໂຄງການດັ່ງກ່າວ, ແມ່ນລັດຖະບານລາວ ອະນຸມັດ ເພື່ອສ້າງໃຫ້ເປັນແຫລ່ງທ່ອງທ່ຽວທາງປະຫວັດສາດ ເພື່ອໃຫ້ຄົນຮຸ່ນຫລັງໄດ້ສຶກສາຮຽນຮູ້, ເປັນບ່ອນຄົ້ນຄວ້າຮັບຮູ້ເຖິງວິລະກຳອັນລ້ຳເລີດ ຂອງ ກອງລາດຊະວົງ ໃນເມື່ອກ່ອນ ກໍຄືກອງທັບປະຊາຊົນລາວໃນປັດຈຸບັນ.

No comments:

Post a Comment