ກອງປະຊຸມທົບທວນຄືນກາງສະໄຫມການຈັດຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນ
(Istanbul
Programme of Action - IPoA) ແຕ່ປີ 2011
ເຖິງປີ 2020 ສຳລັບປະເທດດ້ອຍພັດທະນາ, ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-29 ພຶດສະພາ 2016ທີ່ເມືອງອານຕາເລຍ, ປະເທດຕວັກກີ ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມດັ່ງກ່າວນຳໂດຍ
ທ່ານ ຄຳລຽນ ພົນເສນາ ຮອງລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ
ກອງປະຊຸມຄັ້ງນີ້ຖືກຈັດຂຶ້ນຮ່ວມກັນໂດຍລັດຖະບານຕວັກກີ ແລະ ອົງການສະຫະປະຊາຊາດພາຍໃຕ້ຫົວຂໍ້
''ການເປັນຄູ່ຮ່ວມມືເພື່ອສ້າງການປ່ຽນແປງດ້ານການພັດທະນາຢ່າງຕັ້ງຫນ້າຢູ່ປະເທດດ້ອຍພັດທະນາ'' ແລະ
ມີຜູ້ແທນຂັ້ນສູງຈາກລັດຖະບານປະ ເທດສະມາຊິກ, ອົງການຈັດຕັ້ງພາກພື້ນ ແລະ ສາກົນ, ສັງຄົມພົນລະເຮືອນ,
ພາກເອກະຊົນ, ມູນນິທິ,
ສະຖາບັນຄົ້ນຄວ້າແລະສື່ມວນຊົນເຂົ້າຮ່ວມຫລາຍກວ່າ 2 ພັນຄົນ.
ກອງປະຊຸມລະດັບລັດຖະບານໄດ້ດຳເນີນໄປທັງໃນຮູບແບບກອງປະຊຸມຄົບຄະນະແລະກອງປະຊຸມໂຕະມົນລະດັບສູງ
4 ຄັ້ງ. ນອກຈາກນັ້ນ,
ຍັງມີກອງປະຊຸມທີ່ປິ່ນອ້ອມແຕ່ວັນທີ 26-29 ພຶດສະ ພາລວມທັງຫມົດ
25 ກອງປະຊຸມ,
ເຊິ່ງຈັດໂດຍອົງການເຄື່ອຂ່າຍສະຫະປະຊາຊາດ ຮ່ວມກັບປະເທດຕ່າງໆ, ພາກເອກະຊົນ, ສະພາ ແລະ ສັງຄົມພົນລະເຮືອນ. ກອງປະຊຸມເຫລົ່ານັ້ນ
ໄດ້ພ້ອມກັນທົບທວນຄືນຄວາມຄືບຫນ້າແລະປຶກສາຫາລືກ່ຽວກັບສິ່ງທ້າຍທາຍແລະຂໍ້ສະເຫນີແນະສຳລັບ
5 ປີຕໍ່ຫນ້າໃນການຈັດຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມສະຫະປະ
ຊາຊາດວ່າດ້ວຍປະເທດດ້ອຍພັດທະນາຄັ້ງທີ 4 ໃນເດືອນພຶດສະພາປີ 2011 ໂດຍມີເປົ້າຫມາຍ
ເພື່ອຊ່ວຍເຫລືອບັນດາປະເທດດ້ອຍພັດທະນາໃຫ້ສາມາດບັນລຸເງື່ອນໄຂການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ
ໃຫ້ໄດ້ເຄິ່ງຫນຶ່ງ ໂດຍການຈັດຕັ້ງປະຕິບັດ 8 ຂົງເຂດບູລິມະສິດຄື: 1)
ຂີດຄວາມສາມາດດ້ານການຜະລິດ;
ກະສິກຳ,ໂພຊະນາການແລະການພັດທະນາຊົນນະບົດ; ການຄ້າ; ການຜະລິດສິນຄ້າ; ການພັດທະນາຊັບພະຍາກອນມະນຸດແລະສັງຄົມ; ການຮັບມືກັບວິກິດການແລະສິ່ງທ້າຍທາຍຕ່າງໆທີ່ເກີດຂຶ້ນ; ແຫລ່ງເງິນທຶນ; ແລະ ການປົກຄອງທີ່ດີ.
ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ເນັ້ນເຖິງຄວາມສຳຄັນໃນການຊ່ວຍເຫລືອປະເທດດ້ອຍພັດທະນາ
ເພື່ອເຊື່ອມສານການຈັດຕັ້ງປະຕິບັດຂອບການຮ່ວມມືສາກົນອື່ນໆເຊັ່ນ: ວາລະການພັດທະ ນາແບບຍືນຍົງຮອດປີ
2030ແລະເປົ້າຫມາຍການພັດທະນາແບບຍືນຍົງ, ວາລະການດຳເນີນງານອາດີສ ອາບາບາ (Addis Ababa) ວ່າດ້ວຍການສະຫນອງທຶນເພື່ອການພັດທະນາ, ແຜນດຳເນີນງານເຊັນໄດກ່ຽວກັບການຫລຸດຜ່ອນຄວາມສ່ຽງໄພພິບັດ (Sendai 2015-2030) ແລະສັນຍາປາຣີວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ (Paris
Climate Conference – COP21).
ປະທານກອງປະຊຸມ
ໄດ້ເນັ້ນວ່າ ຕ້ອງສ້າງຄູ່ຮ່ວມມືໃຫມ່ ແລະ ຕິດຕາມການຈັດຕັ້ງປະຕິບັດຂອບການຮ່ວມມືຕ່າງໆ, ຕ້ອງເພີ້ມສະມັດຕະພາບດ້ານການຜະລິດ, ເສີມຂະຫຍາຍໂຄງລ່າງພື້ນຖານ ແລະ
ໃຫ້ການສະຫນັບສະຫນູນດ້ານການເງິນ ແລະ ເຕັກນິກວິຊາການແກ່ປະເທດດ້ອຍພັດທະນາຫລາຍຍິ່ງຂຶ້ນ, ວົງຄະນາຍາດສາກົນ
ຕ້ອງຮັກສາຄຳຫມັ້ນສັນຍາສາກົນທີ່ໃຫ້ໄວ້ໂດຍສະເພາະການຊ່ວຍເຫລືອທາງການເພື່ອການພັດທະນາທີ່ໄດ້ຫລຸດລົງໃນຊຸມປີຜ່ານມາ.
ນອກຈາກນັ້ນ,
ທ່ານປະ ທານສະມັດຊາໃຫຍ່ອົງການສະຫະປະຊາຊາດ ກໍ່ກ່າວວ່າ
ປະຊາຊົນຜູ້ທຸກຍາກ ບໍ່ສາມາດຈະທົນລໍຖ້າກາລະໂອກາດໃນອານາຄົດໄດ້ອີກ, ສະນັ້ນ, ຈຶ່ງເປັນເວລາ
ທີ່ສາກົນ ຕ້ອງຈັດຕັ້ງປະຕິບັດບັນດາຂໍ້ຕົກລົງດ້ານການຮ່ວມມືຫລາຍໆອັນທີ່ໄດ້ກຳນົດແນວທາງການພັດທະນາຢ່າງຊັດເຈນ
ໂດຍສະເພາະຕ້ອງເສີມສ້າງການເປັນຄູ່ຮ່ວມໃຫ້ເຂັ້ມແຂງ
ເພື່ອພັກດັນໃຫ້ມີການຫັນປ່ຽນດ້ານໂຄງສ້າງການພັດທະ ນາຢູ່ປະເທດດ້ອຍພັດທະນາ
ເພື່ອຮັບປະກັນໃຫ້ປະເທດເຫລົ່ານີ້
ສາມາດບັນລຸເງື່ອນໄຂຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃຫ້ໄດ້ເຄິ່ງຫນຶ່ງ ໃນ 5
ປີ ຕໍ່ຫນ້າ. ພ້ອມກັນນັ້ນ,
ທ່ານ ນາງ ເຮເລັນ ຄລາກ, ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດເພື່ອການພັດທະນາ ກໍ່ໄດ້ອ່ານສານ ຂອງທ່ານບັນ
ກີ-ມູນ,
ເລຂາທິການໃຫຍ່ອົງການສະຫະປາຊາດ, ເຊິ່ງໃນນັ້ນ ໄດ້ຊີ້ໃຫ້ເຫັນວ່າ
ຄວາມຄືບຫນ້າດ້ານການພັດທະນາໃນໄລຍະຜ່ານມາ ແມ່ນບໍ່ທົ່ວເຖິງແລະເທົ່າທຽມກັນ, ການຊ່ວຍ ເຫລືອທາງການເພື່ອການພັດທະນາພຽງຢ່າງດຽວ
ແມ່ນບໍ່ພຽງພໍ,
ຈຳເປັນຕ້ອງມີການເປັນຄູ່ຮ່ວມລະຫວ່າງພາກລັດແລະເອກະຊົນ ແລະ
ມີຂໍ້ລິເລີ່ມຕ່າງໆລະຫວ່າງປະເທດພັດທະນາແລ້ວ ແລະ ປະ ເທດກຳລັງພັດທະນາ ແລະ ລະຫວ່າງປະເທດກຳລັງພັດທະນາດ້ວຍກັນເພີ່ມຂຶ້ນ
ເພື່ອສະຫນັບສະຫນູນການພັດທະນາປະເທດຂອງປະເທດດ້ອຍພັດທະນາ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ຄໍາລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ,ຫົວຫນ້າຄະນະຜູ້ແທນແຫ່ງສປປລາວໄດ້ຂຶ້ນປະກອບຄຳເຫັນໃນກອງປະຊຸມຄົບຄະນະໂດຍໄດ້ຊີ້ໃຫ້ຄວາມຄືບຫນ້າແລະສິ່ງທ້າທາຍໂດຍລວມຂອງປະເທດດ້ອຍພັດທະນາໃນການຈັດຕັ້ງປະຕິບັດແຜນດຳເນີນງານອິດສະບູນລວມທັງຄວາມພະຍາຍາມຂອງສປປລາວໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະເພື່ອນຳພາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ
2020
ລວມທັງການເຊື່ອມສານວາລະການພັດທະນາສາກົນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະໃຫ້ມີຄວາມສອດຄ່ອງ.
ນອກຈາກນັ້ນ,
ທ່ານ ຄຳລຽນພົນເສນາກໍ່ໄດ້ຖືກເຊີນໃຫ້ເປັນຫນຶ່ງໃນຜູ້ນຳສະ ເຫນີຢູ່ເວທີສົນທະນາ
ໂດຍການເປັນປະທານຂອງ Ms.
Shamshad Akhtar, ເລຂາທິການຂອງຄະນະກຳມາທິການເສດຖະກິດ-ສັງຄົມສະຫະປະຊາຊາດ
ປະຈຳພາກພື້ນອາຊີ-ປາຊີຟິ(Executive
Secretaryof United Nations Economic and Social Commission for Asia and the
Pacific), ໃນນັ້ນທ່ານໄດ້ສະເໜີບົດຮຽນຂອງສປປລາວ ກ່ຽວກັບການເຊື່ອມສານ
ແລະ ການຈັດ ຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນ
ກໍຄືເປົ້າຫມາຍການພັດທະນາແບບຍືນຍົງຂອງສາກົນ ໃນຂອບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ
5 ປີ ຄັ້ງທີ VIII.
ພ້ອມກັນນັ້ນ, ກໍໄດ້ປະກອບຄຳເຫັນກ່ຽວກັບບັນຫາປະຊາກອນ ແລະ ການພັດທະນາ ຢູ່ກອງປະຊຸມທີ່ຈັດໂດຍອົງການສະຫະປະຊາຊາດກອງທຶນປະຊາກອນອີກດ້ວຍ.
ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດໂດຍການຮັບຮອງເອົາຖະແຫລງການດ້ານການເມືອງຂອງກອງປະຊຸມຄັ້ງນີ້, ເຊິ່ງໃນນັ້ນໄດ້ຢ້ຳຄືນຄຳຫມາຍຫມັ້ນໃນການຈັດຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນໃຫ້ມີປະສິດທິຜົນຢ່າງເຕັມປ່ຽມ
ແລະທັນການ,ຄວາມຈຳເປັນໃນການຊຸກຍູ້ໃຫ້ທຸກຂະ ແຫນງການມີຄວາມຄືບຫນ້າ, ຮັດແຫນ້ນການເປັນຄູ່ຮ່ວມມືສາກົນໃຫ້ເຂັ້ມແຂງ, ສະຫນັບສະຫນູນການນຳພາ ແລະ
ຄວາມເປັນເຈົ້າການຂອງປະເທດດ້ອຍພັດທະນາ. ພ້ອມນັ້ນຍັງມີຂໍ້ສະເຫນີແນະໃນ 14
ຂົງເຂດວຽກງານ ອັນສຳຄັນແມ່ນກ່ຽວຂ້ອງກັບການສະຫນອງທຶນເພື່ອການພັດທະນາ
ລວມທັງການຊ່ວຍເຫລືອທາງການເພື່ອການພັດທະນາໂດຍຈະຈັດສັນ 0.2%
ຂອງລວມຍອດລາຍຮັບແຫ່ງຊາດຂອງປະເທດພັດທະນາແລ້ວໃຫ້ແກ່ປະເທດດ້ອຍພັດທະນາ
ກໍຄືການລະດົມທຶນພາຍໃນປະເທດ.
ອົງການສະຫະປະຊາຊາດໄດ້ຮັບຮອງເອົາກຸ່ມປະເທດດ້ອຍພັດທະນາໃນປີ
1971,
ເຊິ່ງໃນຕອນນັ້ນມີພຽງ 25
ປະເທດແລະມາຮອດປະຈຸບັນປະເທດດ້ອຍພັດທະນາໄດ້ເພີ້ມຂຶ້ນເປັນ 48 ປະ ເທດ. ນັບຕັ້ງ ແຕ່ປີ
1971 ເປັນຕົ້ນມາ,
ມີແຕ່ 4 ປະເທດເທົ່ານັ້ນ
ທີ່ໄດ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຄື: ປະເທດບົດສະວານາປີ 1994, ປະເທດກັບແວກ ປີ 2007, ປະເທດມານດິຟປີ 2011 ແລະ ປະເທດຊາມົວປີ 2014.
No comments:
Post a Comment