Ad

Ad

7 June 2016

ລາວຫາລືກະກຽມເອົາທົ່ງໄຫຫີນເປັນມໍລະດົກໂລກ


         ເມື່ອທ້າຍອາທິດຜ່ານມາ, ທ່ານຮອງລັດຖະມົນຕີກະຊວງກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ) ບົວເງິນ ຊາພູວົງ, ໄດ້ເປັນປະທານກອງປະຊຸມສຳມະນາສາກົນ ກ່ຽວກັບການສຶກສາປຽບທຽບຄຸນຄ່າຈັກກະວານ (OUV) ຂອງວັດທະນະທຳທົ່ງໄຫຫີນ (ວັດທະ ນະທຳຍຸກຫີນໃຫຍ່) ຢູ່ພາກພື້ນອາຊີ-ປາຊີຟິກ, ເພື່ອໃຫ້ໃຫ້ຊ່ຽວຊານດ້ານບູຮານວິທະຍາຍຸກກ່ອນປະ ຫວັດສາດ ທີ່ມີວັດທະນະທຳຄ້າຍຄືກັນຈາກປະເທດອິນເດຍ, ອິນໂດເນເຊຍ ແລະ ເກົາ ຫລີ ມາອະທິ ບາຍຊີ້ແຈງເຫດຜົນຫລັກຖານທີ່ຄົ້ນພົບ ແລະ ສຶກສາປຽບທຽບກັບວັດທະນະທຳທົ່ງໄຫຫີນຊຽງຂວາງພ້ອມທັງກຳນົດມາດຖານເງື່ອນໄຂຂອງໄຫຫີນ ທີ່ຈະນຳສະເໜີເປັນມໍລະດົກໂລກ.
          ທ່ານຮອງລັດຖະມົນຕີກະຊວງ ຖວທ ກ່າວວ່າ: ຜ່ານມາການປະຕິບັດວຽກງານການຄຸ້ມຄອງມໍລະດົກ ແລະ ເກັບຂໍ້ມູນໄຫຫີນ ຊຽງຂວາງ ດຳເນີນໄປດ້ວຍດີ, ໂດຍສະເພາະທ້າຍເດືອນມີນາ 2016 ຜ່ານມາອຳນາດການປົກຄອງ ແຂວງຊຽງຂວາງ ຮ່ວມກັບກົມມໍລະດົກ ແລະ ຊ່ຽວຊານຈາກອົງການອຸຍແນສໂກ ໄດ້ຈັດກອງປະຊຸມ ຮັບຮອງເອົາໄຫຫີນ ຢູ່ຂັ້ນທ້ອງຖິ່ນ ຈຳນວນ 11 ແຫ່ງ ເພື່ອກຽມສະເໜີເປັນມໍລະດົກໂລກໃນອະນາຄົດ ດັ່ງນັ້ນ ຈຶ່ງໄດ້ເຊື້ອເຊີນເອົານັກຄົ້ນຄວ້າດ້ານບູຮານວິທະ ຍາຊ່ຽວຊານຈາກຕ່າງປະເທດ ເພື່ອມາຊ່ວຍກຳນົດເງື່ອນໄຂມາດຕະຖານໃຫ້ຄົບຖ້ວນ ຕາມລະບຽບສາກົນ ເພື່ອສະເໜີເປັນມໍລະດົກໂລກ ເຊິ່ງໄດ້ປຶກສາຫາລືແຜນງານລະອຽດ ຊ່ວຍກັນປັບປຸງເນື້ອໃນແຜນແມ່ບົດ ແລະ ຄຳຮ້ອງໃຫ້ຄົບຖ້ວນສົມບູນ ເພື່ອກະກຽມ ຄວາມພ້ອມຢ່າງຮອບດ້ານໃນການນຳສະເໜີ ທົ່ງໄຫຫີນເຂົ້າເປັນ ມໍລະດົກໂລກໃນອະນາຄົດອັນໃກ້ນີ້.

          ເຂົ້າຮ່ວມການສຳມະນາຄັ້ງນີ້, ມີທ່ານ ຣິຄາໂດ ຟາວິກ ຜູ້ຕາງໜ້າຈາກອົງການອຸຍແນສໂກ ປະຈຳ ບາງກອກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.

No comments:

Post a Comment