Ad

Ad

7 June 2016

ລັດຖະບານລາວໃຫ້ຄວາມສຳຄັນຕໍ່ການປົກປ້ອງສິດ ແລະ ຜົນປະໂຫຍດເດັກນ້ອຍ

          ກອງປະຊຸມເຜີຍເຜີຍແຜ່ບົດລາຍງານເບື້ອງຕົ້ນຜົນຂອງການສຳຫລວດ ການໃຊ້ຄວາມຮຸນແຮງຕໍ່ເດັກໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2016 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ລີຕູ້ ບົວປາວ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫົ້ງເວ້ ກ້າວ ຜູ້ຕາງໜ້າອົງການອຸຍນີເຊັຟປະຈຳ ສປປ ລາວ ແລະ ບັນດາເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.
          ທ່ານ ລີຕູ້ ບົວປາວ ກ່າວວ່າ:  ການໃຊ້ຄວາມຮຸນແຮງຕໍ່ເດັກ ຈະແມ່ນຮູບແບບໃດ  ແລະ ຢູ່ໃນສະຖານະການໃດກໍ່ຕາມ ເປັນສິ່ງທີ່ຍອມຮັບບໍ່ໄດ້. ເດັກທຸກຄົນກໍຄືມະນຸດທຸກຄົນ ເກີດມາມີສິດເທົ່າທຽມກັນ, ມີສິດທີ່ຈະໄດ້ຮັບການປົກປ້ອງ ຈາກການຖືກທຳທ້າຍທາງດ້ານຮ່າງກາຍ ແລະ ຈິດໃຈ, ມີສິດໃນການມີຊີວິດຢູ່ລອດ ແລະ ເຕີບໃຫຍ່ໃນສະພາບແວດລ້ອມ ທີ່ປາສະຈາກຄວາມຮຸນແຮງ, ລັດຖະ ບານ
ແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ໃນການຄຸ້ມຄອງ ແລະ ພັດທະນາເດັກ ດ້ວຍການປະຕິບັດສົນທິ ສັນຍາ ວ່າດ້ວຍສິດສິເດັກ, ໄດ້ອອກນິຕິກຳຕ່າງໆກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ຜູ້ກະທຳຄວາມຮຸນແຮງຕໍ່ເດັກຕ້ອງຮັບຜິດຊອບຕໍ່ການກະທຳຂອງຕົນ ແລະ ໃຫ້ການຊ່ວຍເຫລືອເດັກ ທີ່ຖືກຄວາມຮຸນແຮງທຸກຮູບແບບ ຫລື ທຸກປະເພດສະແດງອອກ ຄື: ໃນປີ 2006 ລັດຖະບານໄດ້ອອກກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ປີ 2014 ລັດຖະບານໄດ້ຮັບ ຮອງເອົາແຜນດຳເນີນງານແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນສປປ ລາວ ແຕ່ ປີ 2014-2020, ແຜນດຳເນີນງານແຫ່ງຊາດນີ້ ໄດ້ເປັນທິດທາງ ແລະ ບ່ອນອີງໃນການປ້ອງກັນ ແລະ ແກ້ໄຂບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.  ປີ 2015 ລັດຖະບານລາວ ໄດ້ປະກາດໃຊ້ກົດໝາຍໃໝ່ ວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ. ສົນທິສັນຍາວ່າດ້ວຍສິດທິເດັກ ກໍຄື ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ຍັງຈຳກັດ, ການຕອບໂຕ້ຕໍ່ບັນຫາການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກ ຍັງເປັນບັນຫາ  ແລະ ເປັນສິ່ງທ້າທາຍຢູ່, ບັນຫາຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບຮູບແບບຂອງການໃຊ້ຄວາມຮຸນແຮງ, ສະ ຖານະການໃນການໃຊ້ຄວາມຮຸນແຮງ ແລະ ບັນດາປັດໄຈຕ່າງໆທີ່ກໍ່ໃຫ້ເກີດການໃຊ້ຄວາມຮຸນແຮງ ຍັງບໍ່ໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ.

          ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຍັງກ່າວຕື່ມວ່າ: ຜົນຂອງການສຳຫລວດໃນຄັ້ງນີ້, ຈະຊ່ວຍໃຫ້ພວກເຮົາມີຂໍ້ມູນຕົວຈິງ ກ່ຽວກັບສະພາບການໃຊ້ຄວາມຮຸນແຮງຕໍ່ເດັກ ຜ່ານການສຳພາດເດັກ ທີ່ຖືກການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ, ດ້ານຈິດໃຈ ແລະ ທາງດ້ານເພດ ໃນໄລຍະກ່ອນອາຍຸເຖິງ 18 ປີ, ຂະໜາດ ແລະ ປະເພດຂອງການໃຊ້ຄວາມຮຸນແຮງຕໍ່ເດັກ ໃນ ສປປ ລາວ, ເຊິ່ງໃນລາຍລະອຽດ ບົດລາຍງານການສຳຫລວດ ໄດ້ຊີ້ໃຫ້ເຫັນວ່າ ເດັກ 1 ໃນ 6 ຄົນໃດ ເຄີຍປະສົບກັບຄວາມຮຸນແຮງທາງດ້ານຮ່າງກາຍຢ່າງໜ້ອຍ 1 ຮູບແບບ ກ່ອນອາຍຸຮອດ 18 ປີ, 1 ໃນ 5 ຄົນ ເຄີຍປະສົບກັບຄວາມຮຸນແຮງທາງຈິດໃຈ ໃນຄອບຄົວ ແລະ 1 ໃນ 10 ຄົນ ເຄີຍປະສົບກັບການທາລຸນທາງເພດ ໃນເວລາເປັນເດັກ.

No comments:

Post a Comment