Ad

Ad

15 June 2016

ເຜີຍແຜ່ລັດຖະບັນຍັດປະທານປະເທດວ່າດ້ວຍອັດຕາຄ່າຊັບພະຍາກອນທຳມະຊາດ

            ໃນວັນທີ 9 ມິຖຸນາ 2016, ກົມຄຸ້ມຄອງຊັບສິນຂອງລັດ, ໄດ້ຈັດກອງປະຊຸມເຜີຍແຜ່ລັດຖະບັນຍັດປະທານປະເທດວ່າດ້ວຍອັດຕາຄ່າຊັບພະຍາກອນທຳມະຊາດ ສະບັບເລກທີ 001/ປປທ, ລົງວັນທີ 15 ທັນວາ 2015, ແລະ ສະເຫນີການຢັ້ງຢືນການສົ່ງອອກແຮ່ທາດ ແລະ ປື້ມຄູ່ມືກວດກາ.
          ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ປະຈຸບັນ ສປປລາວ ໄດ້ມີການພັດທະນາ ແລະ ລົງທຶນໃນຫລາຍດ້ານ ດັ່ງນັ້ນການຄຸ້ມຄອງ ກໍຄື ການກຳນົດອັດຕາຄ່າຊັບພະຍາ ກອນທຳມະຊາດ ແລະ ອື່ນໆ ແມ່ນມີຄວາມສຳຄັນຢ່າງຍິງ ເພື່ອເຮັດໃຫ້ລັດຖະບານ ໄດ້ຮັບຜົນປະໂຫຍດ ຢ່າງຖືກຕ້ອງສອດຄ່ອງ, ໄປພ້ອມໆເກັບການຄຸ້ມຄອງການຈັດເກັບ ຄ່າເຊົ່າ ສຳປະທານ ຈາກໂຄງການຕ່າງໆນັ້ນ, ທາງພາກສ່ວນກ່ຽວຂ້ອງ ຕ້ອງເອົາໃຈ ໃສ່
ພ້ອມກັນຄົ້ນຄວ້າ ວິເຄາະຢ່າງລະອຽດ ເຖິງຜົນກະທົບທາງບວກ ແລະ ລົບທີ່ລາວ ເຮົາຈະໄດ້ຮັບໃນໃນສະເພາະ ແລະ ຍາວນານ, ຕ້ອງຄຳນຶງເຖິງລາຍຮັບທີ່ໄດ້ຈາກໂຄງ ການຕ່າງໆດັ່ງກ່າວ, ໂດຍສົມທຽບລາຍຈ່າຍທີ່ນໍາມາພັດທະນາປັບປຸງ ສະພາບແວດລ້ອມ ແລະ ດ້ານອື່ນໆ ວ່າຄຸ້ມຄ່າກັບລາຍຮັບທີ່ໄດ້ມາພຽງໃດ.         

          ກອງປະຊຸມຍັງໄດ້ຫາລື ຄົ້ນຄວ້າຮ່ວມກັນເຖິງ ການສົມທຽບ ເບິ່ງຄືນ ອັດຕາຄ່າຊັບພະ ຍາກອນ ທີ່ກຳນົດໃນສັນຍາສຳປະທານ ໃນໄລຍະຜ່ານມາ ກັບອັດຕາທີ່ໄດ້ຮັບຮອງໃນລັດຖະບັນຍັດສະບັບນີ້, ແມ່ນມີຄວາມຖືກຕ້ອງສອດຄອງພຽງ ໃດ; ຜູ້ປະກອບການທີ່ໄດ້ຮັບອະນຸຍາດ, ຂຸດຄົ້ນຊັບພະຍາກອນແຮ່ທາດຕ່າງໆໃນປະຈຸບັນ ຍັງຢູ່ໃນໄລຍະການສ້າງຕັ້ງໂຮງງານ ແມ່ນມີຈັກເປົ້າຫມາຍ ທີີ່ຈະສາມາດຄິດໄລ່ ອັດຕາ ຄ່າຊັບພະຍາກອນຕາມອັດຕາໃຫມ່ ທີ່ກຳນົດໄວ້ໃນລັດຖະບັນຍັດສະບັບ 001/ປປລ ນີ້; ພ້ອມນັ້ນ ກອງປະຊຸມຍັງໄດ້ຍົກບັນຫາກ່ຽວກັບກົນໄກການຄຸ້ມຄອງການສົ່ງອອກແຮ່ທາດ ມີຄວາມຮັດກຸມດີເທົ່າໃດ? ແລະ ຈະສາມາດປຸບປຸງບັນຫາໃດຕື່ມອີກ; ການການປະຕິບັດ ວຽກງານກວດກາ ຄວນມີນະໂຍບາຍ ຕໍ່ຜູ້ມີສ່ວນຮ່ວມໃນການແຈ້ງຂໍ້ມູນການລະເມີດ ລະບຽບກົດຫມາຍ ແລະ ອື່ນໆ ທັງນີ້ກໍເພື່ອແນໃສ່ເຮັດໃຫ້ວຽກງານການຄຸ້ມຄອງວຽກງານ ຊັບສິນຂອງລັດ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງຄ່ອງຕົວ.

No comments:

Post a Comment