Ad

Ad

15 June 2016

ລັດຖະມົນຕີກະຊວງກະສິກຳແນະນຳໃຫ້ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດ ຄົ້ນໄມ້

          ເມື່ອມໍ່ໆມານີ້ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ເອົາຄຳແນະນຳສະບັບເລກທີ 0054 / ກປ ລົງວັນທີ 9 ມິຖຸນີ 2016 ໃຫ້ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ຊຶ່ງມີເນື້ອໃນດັ່ງນີ້:
           1.ໃຫ້ກົມປ່າໄມ້, ກົມກວດກາປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງ ເພີ່ມທະວີຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບ ທັງເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນິຕິກຳ, ສິດ ແລະ ໜ້າທີ່ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໃຫ້ມີປະສິດທິຜົນ ໂດຍຫັນການຄຸ້ມຄອງປ່າໄມ້ໃຫ້ເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ. ພ້ອມດຽວກັນ
ນັ້ນ ໃຫ້ຖືສຳຄັນວຽກງານໂຄສະນາ, ສຶກສາອົບຮົມ,ກ່ຽວກັບການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ໃຫ້ພະນັກງານ, ທະຫານ, ຕຳຫລວດ, ຜູ້ປະກອບການ ແລະ ທົ່ວປວງຊົນຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດ.
           2. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງຕາມພາລະບົດບາດຂອງຕົນ, ບໍ່ໃຫ້ເອື້ອອຳນວຍຄວາມສະດວກ ແລະ ບໍ່ໃຫ້ອອກໃບອະນຸຍາດເຄື່ອນຍ້າຍໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກໄມ້ ຫລື ເຫງົ້າໄມ້, ຕໍໄມ້, ປູດໄມ້, ງ່າໄມ້ ທີ່ຍັງບໍ່ທັນໄດ້ປຸງແຕ່ງເປັນຜະລິດຕະພັນໄມ້ສຳເລັດຮູບ ລວມທັງໄມ້ຢືນຕົ້ນ ຫລື ໄມ້ປະດັບທີ່ຂຸດຄົ້ນອອກຈາກປ່າທຳມະຊາດໄປຕ່າງປະເທດໃນທຸກກໍລະນີຢ່າງເດັດຂາດ, ໃຫ້ກົມປ່າໄມ້ປັບປຸງຄືນແບບຟອມອະນຸຍາດເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງຢູ່ພາຍໃນ ແລະ ສົ່ງອອກໄປຕ່າງປະເທດໃຫ້ມີຄວາມເໝາະສົມຕາມແຕ່ລະກໍລະນີ.
           3. ບໍ່ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງສ້າງເງື່ອນໄຂ, ເອື້ອອຳນວຍຄວາມສະດວກ ແລະ ອະນຸຍາດນຳເຂົ້າໄມ້ ແລະ ເຄື່ອງປ່າຂອງດົງຈາກຕ່າງປະເທດ ແລະ ນຳຜ່ານໄປປະເທດທີສາມ ໂດຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີຢ່າງເດັດຂາດ.
          4. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງຢຸດຕິຢ່າງຂາດໂຕກ່ຽວກັບການດຳເນີນການສຳຫລວດ ແລະ ການສະເໜີຂໍອະນຸຍາດເກັບກູ້, ທ້ອນໂຮມໄມ້ກິ່ງງ່າ, ໄມ້ທ່ອນສັ້ນ, ໄມ້ທ່ອນປາຍ ແລະ ໄມ້ນອນຂອນຕາຍທີ່ຕົກຄ້າງໃນປ່າທຳມະຊາດໃນທຸກກໍລະນີ.
          5. ການຂຸດຄົ້ນໄມ້ຢູ່ໃນເຂດປ່າຜະລິດ ແລະ ເຂດພັດທະນາກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ແລວບຸກເບີກກໍ່ສ້າງເສັ້ນທາງໃໝ່, ເຂດກໍ່ສ້າງເຂື່ອນໄຟຟ້າ, ແລວສາຍສົ່ງໄຟຟ້າ, ເຂດຂຸດຄົ້ນແຮ່ທາດ, ເຂດກໍ່ສ້າງຊົນລະປະທານ, ເນື້ອທີ່ທຳການຜະລິດກະສິກຳ ແລະ ອື່ນໆ ຕ້ອງໃຫ້ດຳເນີນສະເພາະແຕ່ຢູ່ໃນເຂດທີ່ລັດຖະບານໄດ້ຮັບຮອງແລ້ວ ແລະ ຕ້ອງໄດ້ຜ່ານການສຳຫລວດຂຶ້ນບັນຊີເກັບກຳຊະນິດພັນໄມ້, ຈຳນວນໄມ້ຢືນຕົ້ນ ແລະ ບໍລິມາດໄມ້ຕາມລະບຽບຫລັກການແລ້ວຈຶ່ງສະເໜີກະຊວງກະສິກຳ ແລະ ປ່າໄມ້ພິຈາລະນາ ເພື່ອສັງລວມເຂົ້າໃນແຜນສະເໜີຂຸດຄົ້ນປະຈຳປີ,ໂດຍໄດ້ລະບຸລະອຽດຢູ່ໃນຄຳສັ່ງແນະນຳລະ ບົບເລກທີ 15 ແລ້ວຢ່າງຄົບຖ້ວນ.
  6.ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງ ສົ່ງແຜນການສະເໜີຂໍອະນຸມັດຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງປະຈຳປີຂອງແຂວງ, ນະຄອນຫລວງໃຫ້ກົມປ່າໄມ້ກ່ອນວັນທີ 30 ກັນຍາຂອງທຸກໆປີ ແລະ ແຜນດັ່ງກ່າວຕ້ອງຖືກຮັບຮອງຈາກອົງການປົກຄອງ ແລະ ສະພາຂັ້ນແຂວງ, ນະຄອນຫລວງ. ແຜນການທີ່ສະເໜີພາຍຫລັງວັນທີ 30 ກັນຍາ ແມ່ນຈະບໍ່ຮັບພິຈາລະນາເອົາເຂົ້າແຜນການຂຸດຄົ້ນໃນປີນັ້ນໆ.
           7. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງຊີ້ນຳຂະແໜງປ່າໄມ້ ແລະ ກອງກວດກາປ່າໄມ້ກວດກາແຜນການຂຸດຄົ້ນໄມ້ປະຈຳປີ, ຖ້າເຫັນວ່າມີການຂຸດເກີນແຜນການທີ່ລັດຖະ ບານອະນຸມັດແມ່ນໃຫ້ຍຶດເປັນຂອງລັດແລ້ວດຳເນີນຄະດີຕໍ່ຜູ້ກະທຳຜິດ, ສ່ວນໄມ້ທີ່ຂຸດຄົ້ນໂດຍບໍ່ໄດ້ຮັບອະນຸຍາດ, ຜິດຕໍ່ລະບຽບກົດໝາຍ ແລະ ທີ່ຍັງຄ້າງຢູ່ສະໜາມ I ຫລື ໃນປ່າແມ່ນບໍ່ໃຫ້ເກັບກູ້ ແລະ ທ້ອນໂຮມອີກ ເພາະຈະເປັນຊ່ອງຫວ່າງໃຫ້ແກ່ການລັກລອບຕັດໄມ້ ແລະ ສ້າງເງື່ອນໄຂໃນການສະເໜີລັດຖະບານອະນຸຍາດເກັບກູ້ ແລະ ທ້ອນໂຮມຕໍ່ໄປ.
          8. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງສືບຕໍ່ສົມທົບກັບອົງການປົກຄອງທ້ອງຖິ່ນຄົ້ນຄວ້າກ່ຽວກັບການສ້າງຕັ້ງກອງຂຸດຄົ້ນໄມ້ ຫລື ວິສາຫະກິດຂຸດຄົ້ນໄມ້ຕາມຂໍ້ຕົກລົງເລກທີ 0182/ກປ, ລົງວັນທີ 23 ກຸມພາ 2009 ວ່າດ້ວຍການສ້າງຕັ້ງ ແລະ ການຄຸ້ມຄອງກອງຂຸດຄົ້ນໄມ້ ແລະ ວິສາຫະກິດຂຸດຄົ້ນໄມ້ ໂດຍນຳໃຊ້ທ່າແຮງຂອງພາກລັດ ແລະ ຜູ້ປະກອບການທີ່ເປັນໜ່ວຍງານເຄື່ອນໄຫວແບບວິຊາຊີບເປັນປົກກະຕິຕໍ່ເນື່ອງ, ປະສົມປະສານໄປກັບການປົກປັກຮັກສາປ່າໄມ້, ບູລະນະປ່າໄມ້. ໃນກໍລະນີບໍ່ສາມາດສ້າງຕັ້ງເປັນກອງຂຸດຄົ້ນໄມ້ ຫລື ວິສາຫະກິດຂຸດຄົ້ນໄມ້ໄດ້ໃນເບື້ອງຕົ້ນໃຫ້ຄົ້ນຄວ້າ ແລະ ນຳໃຊ້ທ່າແຮງຂອງຜູ້ປະກອບການ ໂດຍມີການຈົດທະບຽນໃຫ້ຖືກຕ້ອງຕາມກົດໝາຍ ແລະ ໄດ້ຮັບການອະນຸຍາດຈາກຂະແໜງກ່ຽວຂ້ອງ ເພື່ອເຮັດໜ້າທີ່ບໍລິການຂຸດຄົ້ນໄມ້ສະເພາະ.
            9. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງຊີ້ນຳຂະແໜງປ່າໄມ້ແຕ່ງຕັ້ງພະນັກງານລົງຄຸ້ມຄອງ ແລະ ຕິດຕາມການຂຸດຄົ້ນໄມ້ທີ່ລະບຸໄວ້ໃນຂໍ້ທີ 8 ຂອງຄຳແນະນຳສະບັບນີ້ ລວມທັງການຄຸ້ມຄອງການເຄື່ອນຍ້າຍໄມ້ທ່ອນແຕ່ຈຸດຕັດປ້ຳຫາສະໜາມ II ໃຫ້ຖືກຕ້ອງຕາມບົດແນະນຳຂອງກົມປ່າໄມ້ ສະລັບເລກທີ 0962/ກປມ, ລົງວັນທີ 9 ເມສາ 2010 ແລະ ວັດແທກຂຶ້ນບັນຊີ ແລະ ຈັດຊັ້ນຄຸນນະພາບໄມ້ທ່ອນຢູ່ສະໜາມ II ເພື່ອມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າປະຕິບັດຕາມພາລະບົດບາດ ໂດຍໃຫ້ມີບົດບັນທຶກ ແລະ ການມອບ-ຮັບໄມ້ນຳກັນເປັນອັນລະອຽດ.
          10. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງຮີບຮ້ອນຊີ້ນຳຂະແໜງປ່າໄມ້ ແລະ ກອງກວດປ່າໄມ້ສົມທົບກັບຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການເງິນກວດກາ ແລະ ເກັບກຳຕົວເລກໄມ້ຄ້າງຢູ່ສະໜາມ II ໂດຍໃຫ້ຮູ້ຂໍ້ມູນລະອຽດຈະແຈ້ງແລ້ວສົ່ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ເພື່ອປະມູນຂາຍໃຫ້ແກ່ສະມາຄົມປຸງແຕ່ງໄມ້ ແລະ ສະມາຄົມເຟີນີເຈີລາວ ຫລື ຜູ້ປະກອບການອື່ນໆທີ່ມີເງື່ອນໄຂ ເພື່ອນຳໄປປຸງແຕ່ງເປັນຜະລິດຕະພັນໄມ້ນຳໃຊ້ພາຍໃນ ຫລື ສົ່ງອອກໄປຕ່າງປະເທດ.
  11. ການເຄື່ອນຍ້າຍໄມ້ແມ່ນອະນຸຍາດໃຫ້ດຳເນີນສະເພາະແຕ່ຕອນກາງເວັນ ເລີ່ມແຕ່ 06:00 ໂມງຫາ 18:00 ໂມງເທົ່ານັ້ນ ແລະ ໃຫ້ປະຕິບັດຕາມຂໍ້ຕົກລົງຮ່ວມລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 0019/ກປ ແລະ 2139/ຍທຂ, ລົງວັນທີ 14 ກຸມພາ 2008 ແລະ ບົດແນະນຳວ່າດ້ວຍການຄຸ້ມຄອງການເຄື່ອນຍ້າຍໄມ້ທ່ອນ ເລກທີ 0962/ກປມ, ລົງວັນທີ 9 ເມສາ 2010. ກ່ອນການອອກໃບອະນຸຍາດເຄື່ອນຍ້າຍໄມ້ທຸກໆຄັ້ງ, ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງຊີ້ນຳຂະແໜງປ່າໄມ້ ແລະ ກອງກວດກາປ່າໄມ້ກວດກາແຫລ່ງທີ່ມາຂອງໄມ້, ສັນຍາຊື້-ຂາຍໄມ້ນຳລັດ ແລະ ໃບຮັບເງິນເສຍຄ່າພັນທະໄມ້. ຖ້າເຫັນວ່າຖືກຕ້ອງ ແລະ ຄົບຖ້ວນຈຶ່ງຕີກາ ປມໃສ່ໄມ້ແລ້ວຈຶ່ງໃຫ້ເອົາໄມ້ຂຶ້ນລົດ ໂດຍມີການຕິດຕາມ ແລະ ຄຸ້ມຄອງຂອງຄະນະວິຊາການທີ່ຮັບຜິດຊອບໃນການເຄື່ອນຍ້າຍໄມ້ຕົວຈິງ. ພ້ອມນີ້ໃຫ້ເຮັດບົດບັນທຶກການກວດກາໄມ້ຂຶ້ນລົດຮ່ວມກັນລະຫວ່າງຄະນະວິຊາການ ແລະ ເຈົ້າຂອງໄມ້, ຫ້າມເດັດຂາດບໍ່ໃຫ້ຕີກາໄມ້ປະປ່ອຍໄວ້ໃຫ້ຜູ້ປະກອບການເອົາໄມ້ຂຶ້ນລົດເອງໂດຍບໍ່ມີການຕິດຕາມກວດກາຂອງຄະນະວິຊາການ.
          12. ໃຫ້ຄະນະວິຊາການຮັບຜິດຊອບຕິດຕາມ ແລະ ຄຸ້ມຄອງການເຄື່ອນຍ້າຍໄມ້ຕົວຈິງ ເຮັດໃບຕິດຕາມການຂຶ້ນໄມ້ຂອງແຕ່ລະຄັນລົດທີ່ຈະເຄື່ອນຍ້າຍ ໂດຍບອກປະເພດລົດ, ໝາຍເລກທະບຽນລົດ ແລະ ກຳນົດປາຍທາງທີ່ຈະເອົາໄມ້ລົງຢ່າງຈະແຈ້ງ. ໃນກໍລະນີທີ່ເຈົ້າໜ້າທີ່ກວດພົບເຫັນການເຄື່ອນຍ້າຍໄມ້ບໍ່ຖືກຕ້ອງຕາມລະບຽບຫລັກການເຊັ່ນ: ບໍ່ຕີກາ ປມໃສ່ໄມ້ທີ່ເຄື່ອນຍ້າຍ, ລາຍການໄມ້, ຊະນິດໄມ້ ແລະ ບໍລິມາດໄມ້ ຫລື ຕີກາແລ້ວແຕ່ບໍ່ຖືກຕາມໃບອະນຸຍາດເຄື່ອນຍ້າຍ ຫລື ນ້ຳໜັກເກີນ ຕາມທີ່ລະບຽບການໄດ້ກຳນົດໄວ້ ແມ່ນເຈົ້າຂອງໄມ້ ແລະ ຄະນະວິຊາການທີ່ກ່ຽວຂ້ອງເປັນຜູ້ຮັບຜິດຊອບຕາມລະບຽບກົດໝາຍເປັນແຕ່ລະກໍລະນີ.
          13. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງຊີ້ນຳຂະແໜງປ່າໄມ້ສົມທົບກັບຂະແໜງອຸດສາຫະກຳ ແລະ ການຄ້າເຂັ້ມງວດຕິດຕາມ, ຄຸ້ມຄອງໄມ້ເຂົ້າ ແລະ ໄມ້ອອກໂຮງງານຂອງບັນດາໂຮງງານປຸງແຕ່ງໄມ້ພາຍໃນແຂວງ, ນະຄອນຫລວງ ໂດຍມີປຶ້ມຕິດຕາມ. ພ້ອມນີ້ໃນທຸກໆທ້າຍປີຕ້ອງໄດ້ຈັດຕັ້ງການກວດກາເພື່ອຕັ້ງບັນຊີສູນໂມງ.
           14. ໃຫ້ສືບຕໍ່ຢຸດຕິຊົ່ວຄາວການຂຸດຄົ້ນໄມ້ຈາກປ່າຜະລິດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 31/ນຍ, ລົງວັນທີ 5 ພະຈິກ 2013 ຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ ໃຫ້ກຳນົດພາລະບົດບາດ, ກົນໄກ ແລະ ປະກອບບຸກຄະລາກອນ ເພື່ອປະຈຳຢູ່ແຕ່ລະເຂດປ່າຜະລິດ ແລະ ດຳເນີນການຄຸ້ມຄອງປ່າຜະລິດຢ່າງເຂັ້ມງວດຕາມແຜນຈັດສັນທີ່ໄດ້ກຳນົດ. ເຂດປ່າຜະລິດທີ່ມີແຜນຈັດສັນແລ້ວຕ້ອງໄດ້ດຳເນີນການສຳຫລວດກ່ອນການຂຸດຄົ້ນເປັນແຕ່ລະປີ ເພື່ອເກັບກຳຂໍ້ມູນ ແລະ ເລືອກຕົ້ນໄມ້ທີ່ຈະຕັດ ເພື່ອນຳສະເໜີລັດຖະບານອະນຸມັດແຜນການຂຸດຄົ້ນ.
          15. ໃຫ້ກົມປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງ ສ້າງລະບົບ ແລະ ກົນໄກການຄຸ້ມຄອງຈັດສັນປ່າໄມ້ບ້ານໃຫ້ມີຄວາມຍືນຍົງ ແລະ ລົງສົມທົບກັບອົງການປົກຄອງທ້ອງ ຖິ່ນໃນການຈັດຕັ້ງຜັນຂະຫຍາຍສິດ ແລະ ໜ້າທີ່ຂອງໜ່ວຍງານປ່າໄມ້ບ້ານໃນການຄຸ້ມຄອງປ່າໄມ້, ທີ່ດິນປ່າໄມ້ ແລະ ກິດຈະການປ່າໄມ້ຕາມມາດຕາ 108 ຂອງກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 06/ສພຊ, ລົງວັນທີ 21 ທັນວາ 2007.
          16. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງເປັນເຈົ້າການສົມທົບກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກອງບັນຊາການທະຫານແຂວງ, ນະຄອນ ຫລວງ ແລະ ພະແນກການອື່ນໆທີ່ກ່ຽວຂ້ອງກວດກາລາດຕະເວນຕາມເຂດຫລໍ່ແຫລມລຽບຕາມຊາຍແດນທີ່ມີການລັກລອບຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ບຸກລຸກເນື້ອທີ່ປ່າໄມ້.
           17. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງຊີ້ນຳກອງກວດກາປ່າໄມ້ໃຫ້ເອົາໃຈໃສ່ ແລະ ເຂັ້ມງວດໃນການປະຕິບັດວຽກງານກວດກາ ແລະ ການດຳເນີນຄະດີກ່ຽວກັບປ່າໄມ້ ແລະ ຊັບພະຍາກອນປ່າໄມ້ຕາມຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ເລກທີ 0141/ກປ, ລົງວັນທີ 18 ພະຈິກ 2010. ຖ້າມີການລະເມີດ ຫລື ການກະທຳຜິດແມ່ນໃຫ້ດຳເນີນການສືບສວນ-ສອບສວນ ເພື່ອມີມາດຕະການທາງແພ່ງ ແລະ ທາງອາຍາ. ໃນກໍລະນີຮ້າຍແຮງແມ່ນໃຫ້ປະກອບສຳນວນຄະດີສົ່ງໄອຍະການ ເພື່ອສັ່ງຟ້ອງຂຶ້ນສານ. ພ້ອມດຽວກັນ ກໍໃຫ້ດຳເນີນການກວດກາການນຳເຂົ້າ, ການຊື້-ຂາຍ, ການມີໄວ້ໃນຄອບຄອງ ແລະ ການນຳໃຊ້ເຄື່ອງມືອຸປະກອນ, ເຄື່ອງຈັກ ແລະ ພາຫະ ນະຂຸດຄົ້ນໄມ້ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ, ຖ້າມີການຊຸກເຊື່ອງ ເພື່ອລັກລອບນຳໃຊ້ແມ່ນໃຫ້ຍຶດໄວ້ແລ້ວດຳເນີນຄະດີຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ ກໍໃຫ້ເຂັ້ມງວດໃນການຕ້ານ ແລະ ສະກັດກັ້ນການລ່າ, ການເຄື່ອນຍ້າຍ, ການຊື້-ຂາຍຕາມທ້ອງຕະຫລາດ, ການນຳເຂົ້າ-ສົ່ງອອກສັດນ້ຳ-ສັດປ່າ ແລະ ສິ້ນສ່ວນສັດປ່າ ເພື່ອຜ່ານແດນ ສປປ ລາວ ໄປປະເທດທີສາມ ແລະ ການເຄື່ອນໄຫວດຳເນີນທຸລະກິດຂອງບັນດາຟາມລ້ຽງສັດນ້ຳ-ສັດປ່າທີ່ຫວງຫ້າມໃນບັນຊີ I ຂອງ CITES ເຊິ່ງເປັນບັນຊີທີ່ບໍ່ອະນຸຍາດໃຫ້ມີການຄ້າຂາຍ.
          18. ໃຫ້ກົມປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງ ສຳຫລວດກຳນົດຂອບເຂດຟື້ນຟູປ່າ ແລະ ເຂດປູກໄມ້ຢ່າງມີຈຸດສຸມຈະແຈ້ງ, ພ້ອມທັງດຳເນີນການຟື້ນຟູປ່າໄມ້ ແລະ ປູກໄມ້ໃຫ້ເປັນຂະບວນການກວ້າງຂວາງ ໃນທົ່ວສັງຄົມໂດຍຈັດຕັ້ງໃຫ້ມີການຄຸ້ມຄອງປົກປັກຮັກສາເຂດດັ່ງກ່າວໃຫ້ເປັນປ່າ ແລະ ກາຍເປັນຕົວແບບ.
           19. ໃຫ້ກົມປ່າໄມ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງ ແລະ ພາກສ່ວນທີ່ກ່ຽວຂ້ອງຕິດຕາມປະເມີນຜົນບັນດາໂຄງການທີ່ລັດຖະບານອະນຸມັດໃຫ້ລົງທຶນປູກໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອຮັບປະກັນຕາມຈຸດປະສົງຂອງໂຄງການທີ່ໄດ້ກຳນົດໄວ້.
          20. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງ ດຳເນີນການກວດກາ, ຕີລາຄາປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພະນັກງານທີ່ເຮັດໜ້າທີ່ຄຸ້ມຄອງ ແລະ ກວດກາປ່າໄມ້ ໂດຍໄຈ້ແຍກໃຫ້ເຫັນເຖິງຄຸນທາດການເມືອງ, ຈັນຍາທຳ, ຈັນຍາບັນ ເພື່ອປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ເດັດຂາດປະຕິບັດລະບຽບວິໄນຕໍ່ຜູ້ທີ່ປະລະໜ້າທີ່, ສົມຮູ້ຮ່ວມຄິດ, ສວຍໃຊ້ໜ້າທີ່ຕຳແໜ່ງ ແລະ ລະເມີດລະບຽບກົດໝາຍຕາມກໍລະນີໜັກ ຫລື ເບົາ, ໃຫ້ເລືອກເຟັ້ນເອົາພະນັກງານທີ່ມີຄວາມຮູ້ຄວາມສາມາດ, ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີຈັນຍາທຳ, ຈັນຍາບັນ, ມີຄວາມຊື່ສັດບໍລິສຸດບັນຈຸສັບຊ້ອນໃນຕຳແໜ່ງງານທີ່ສຳຄັນ.
          21. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງປັບປຸງຄືນກົງຈັກ, ໜ່ວຍງານ ແລະ ບຸກຄະລາກອນ, ພາລະບົດບາດ ໂດຍການຫັນເອົາວຽກລົງສູ່ເມືອງ ແລະ ບ້ານເປັນຜູ້ປະຕິບັດຕົວຈິງ ໂດຍປະຕິບັດຕາມໜ້າທີ່ວ່າແຕ່ລະປະເພດປ່າ (ປ່າຜະລິດ, ປ່າສະຫງວນ ແລະ ປ່າປ້ອງກັນ) ຕ້ອງໃຫ້ມີໜ່ວຍງານໄປປະຈຳ ເພື່ອເຮັດໜ້າທີ່ຄຸ້ມຄອງ ແລະ ປົກປັກຮັກສາ.
          22. ໃຫ້ກົມປ່າໄມ້, ກົມກວດກາປ່າໄມ້ ປະສານສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງເປັນເຈົ້າການເຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ໃຫ້ທົ່ວເຖິງ ແລະ ລົງເລິກເຖິງຂັ້ນຮາກຖານກຸ່ມບ້ານ ແລະ ບ້ານ. ພ້ອມດຽວກັນນັ້ນ ກໍໃຫ້ແຕ່ງຕັ້ງຄະນະຮັບຜິດຊອບສະເພາະເພື່ອຊຸກຍູ້, ຕິດຕາມ, ປະເມີນການຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ້ຢ່າງເຂັ້ມງວດ ແລະ ລາຍງານການນຳກະຊວງເປັນແຕ່ລະໄລຍະ ເພື່ອແກ້ໄຂບັນຫາຕ່າງໆທີ່ອາດເກີດຂຶ້ນໃຫ້ທັນກັບສະພາບການ.

          23. ໃຫ້ກົມປ່າໄມ້, ກົມກວດກາປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ຫລວງຮັບຜິດຊອບຄົ້ນຄວ້າ, ພິຈາລະນາ ແລະ ນຳສະເໜີຂັ້ນເທິງກ່ຽວກັບການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ຢ່າງສົມກຽດ ແລະ ສະເໜີປະຕິ ບັດວິໄນຕໍ່ຜູ້ລະເມີດຢ່າງເດັດຂາດ.

No comments:

Post a Comment