Ad

Ad

8 June 2016

ຝຣັ່ງ ສືບຕໍ່ໃຫ້ການຊ່ວຍເຫລືອລາວ ພັດທະນາກາເຟ ແລະ ລະບົບຊົນລະປະທານ

          ລັດຖະບານຝຣັ່ງ ໄດ້ຕົກລົງໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໂດຍຜ່ານອົງ ການຊ່ວຍເຫລືອ ເພື່ອພັດທະນາ AFD ຂອງປະເທດຝຣັ່ງ ໃນ 2 ໂຄງການຄື: ໂຄງການພັດທະນາຜະລິດຕະ ພັນກາເຟ ແບບຕ່ອງໂສ້ ເພື່ອຂະຫຍາຍສູ່ແຂວງພາກເໜືອ ແລະ ການຈັດຕັ້ງການຜະລິດກາເຟ ແບບຕ່ອງໂສ້ແຫ່ງຊາດ ແລະ ໂຄງການຟື້ນຟູເຂດຊົນລະປະທານ ໃນແຂວງຄຳມ່ວນ.
          ໂຄງການພັດທະນາຢູ່ແຂວງພາກເໜືອຂອງລາວ (NUDP) ໂດຍການຮ່ວມມືດ້ານທຶນຮອນຂອງ AFD, ສະຫະພາບເອີຣົບ, ອົງການຮ່ວມສະວິດ ແລະ ອົງການຮ່ວມມືເຢຍລະມັນ ໄດ້ສິ້ນສຸດລົງໃນເດືອນມີນາ ປີ 2016ນີ້, ເຊິ່ງສາມາດຖອດຖອນບົດຮຽນ ໃຫ້ແກ່ກະຊວງກະສິກຳ ແລະ ປ່າໄມ້ ກັບອົງການ AFD ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນສອງໜ້າວຽກ ຄື: ກະສິກຳແບບອານຸລັກ ແລະ ການພັດ ທະນາພື້ນຖານໂຄງລ່າງຊົນນະບົດ ທີ່ຈະສືບຕໍ່ດຳເນີນຮອດ ປີ 2018. ນອກນີ້, ຍັງມີສອງໂຄງ ການໃໝ່ ທີ່ຢູ່ໃນ
ໄລຍະສຶກສາ ເຊັ່ນ: ໂຄງການພັດທະນາກະສິກຳ ໃນເຂດພູພຽງນາກາຍ ເຊິ່ງຢູ່ໃນຂັ້ນຕອນກະກຽມເພື່ອຮ່ວມມືກັບ ແຂວງຄຳມ່ວນ ແລະ ບໍລິສັດ ຜູ້ສຳປະທານເຂື່ອນໄຟຟ້ານ້ຳເທີນ 2 ແລະ ໂຄງການໂພຊະນາການ ເພື່ອປະກອບສ່ວນເຂົ້າໃນນະໂຍບາຍແຫ່ງຊາດ, ທັງແນໃສ່ເພີ່ມທະວີບົດ ບາດຂອງກະຊວງກະສິກຳ ແລະ ປ່າໄມ້ ໃນບັນດາແຂວງເປົ້າໝາຍ ເຊິ່ງທັງສອງໂຄງການແມ່ນຈະຖືກສ້າງຂຶ້ນຮ່ວມກັບສະຫະພາບເອີຣົບ.
          ອົງການ AFD ຍັງໄດ້ຢືນຢັນໃຫ້ການຊ່ວຍເຫລືອແກ່ລັດຖະບານລາວ ໃນຫລາຍຂະແໜງ ການເປັນຕົ້ນຂະແໜງກະສິກຳ ແລະ ພັດທະນາຊົນນະບົດ, ວຽກງານສົ່ງເສີມຄຸນຄ່າມໍລະດົກ, ການພັດທະນາຕົວເມືອງ, ວຽກງານແມ່ນ້ຳຂອງ, ຕິດຕາມພະຍາດທີ່ເກີດໃໝ່ ແລະ ອື່ນໆ. ໃນສ່ວນຂອງສະຖານ ທູດຝຣັ່ງ ກໍຈະສືບຕໍ່ໃຫ້ຄວາມຊ່ວຍເຫລືອໃນບາງຂະແໜງການ ໂດຍສະເພາະ ການສ້າງລັດແຫ່ງກົດ  ໝາຍ ແລະ ວຽກງານການຈັດຕັ້ງທາງສັງຄົມຂອງລາວ. ນອກນີ້, ຍັງສືບຕໍ່ຮ່ວມມືຢ່າງຕັ້ງໜ້າກັບອົງການ ສປຊ ເພື່ອການພັດທະນາ ໃນຂອບເຂດການປະຕິບັດແຜນແມ່ບົດວຽກງານຍຸຕິທຳຂອງລາວ. AFD ແລະ ສະຖານທູດຝຣັ່ງ ຢືນຢັນຕື່ມອີກ ໃຫ້ການຊ່ວຍເຫລືອການປົກປັກຮັກສາມໍລະ ດົກຂອງລາວ, ວຽກຂຸດຄົ້ນ, ປົກປັກຮັກສາ ແລະ ສົ່ງເສີມຄວາມອຸດົມຮັ່ງມີ, ສົ່ງເສີມທຶນແກ່ນັກສຶກສາລາວ ໄປສຶກສາຕໍ່ທີ່ມະຫາວິທະ ຍາໄລ ທີ່ປະເທດຝຣັ່ງ ຫລື ໃນຂົງເຂດອາຊຽນ ແນໃສ່ຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານລາວ, ລວມທັງວຽກງານພາສາຝຣັ່ງ ທັງນີ້ແນໃສ່ເພີ່ມທະວີບົດບາດຂອງລັດຖະບານລາວ ໃນອົງການຝຣັ່ງໂກໂຟນີສາກົນ.

          ໂດຍລວມມູນຄ່າການຊ່ວຍເຫລືອຂອງລັດຖະບານຝຣັ່ງ ເພື່ອການພັດທະນາໃນ ສປປ ລາວ ໃນໄລ ຍະຜ່ານມາ ປະມານ 15 ລ້ານເອີໂຣ/ປີ ແລະ ຍັງມີການຊ່ວຍເຫລືອໃນຂອບຫລາຍຝ່າຍປະ ມານ 25 ລ້ານເອີໂຣ/ປີ.

No comments:

Post a Comment