ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ວັນທີ 8-9 ມີຖຸນານີ້, ບໍລິເວນຄວາມກົດດັນຕ່ຳຂອງອາກາດຮ້ອນຍັງຈະມີກຳລັງປານກາງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງປານກາງ, ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດຮ້ອນ, ໂດຍສະເພາະແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ຢູ່ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຄະນອງ ໃນລະດັບຄ່ອຍ ແລະ
ຕົກປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ ແລະ ຫົວພັນ.
ອຸນຫະພູມຕ່ຳສຸດ 20-22 ອົງສາ; ຢູ່ພາກເໜືອດ້ານຕາເວັນຕົກ:
ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ແລະ ຕົກ
ປານກາງບາງໂອກາດ
ຢູ່ບາງທ້ອງຖິ່ນແຂວງອຸດົມໄຊ,
ຫລວງພະບາງ ແລະ ໄຊຍະບູລີ. ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ
ສູງສຸດ 32-34 ອົງສາ,
ສຳລັບນະຄອນຫລວງວຽງຈັນ: ອາກາດຍັງຈະເຢັນໃນຕອນເຊົ້າ, ພ້ອມມີຝົນຕົກໃນລະດັບຄ່ອຍຫາປານກາງ ພ້ອມມີລົມເປັນບາງໂອກາດ.
ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 34-36 ອົງສາ. ສ່ວນພາກກາງ:
ຈະມີຝົນຕົກຟ້າຄະນອງ ໃນລະດັບຄ່ອຍຫາປານກາງ
ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ
ສູງສຸດ 34-36 ອົງສາ ແລະ ພາກໃຕ້: ອາກາດຈະຮ້ອນ ແລະ ມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ
ແຂວງສາລະວັນ ແລະ ຈຳປາສັກ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 33-35 ອົງສາ.
No comments:
Post a Comment