Ad

Ad

7 June 2016

ເພີ່ມທັກສະການນຳສະເໜີຂ່າວໃຫ້ສື່ມວນຊົນລາວ


        ສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຂອງລາວ ຮ່ວມກັບ ກົມສື່ມວນຊົນ ກະຊວງຖະແຫລງຂ່າວ ແລະ ສື່ສານ ສສ ຫວຽດນາມ ໄດ້ຈັດຊຸດອົບ ຮົມຍົກລະດັບຄວາມຮູ້ ໃຫ້ແກ່ສື່ມວນຊົນລາວ ຂະແໜ່ງຕ່າງໆຫລາຍກວ່າ 40 ຄົນ, ໃນຫົວຂໍ້ ທັກສະ ການໂຄສະນາ ແນວທາງການເມືອງ, ເສດຖະ ກິດ, ວັດທະນະທຳ-ສັງຄົມ ໃນລະຫວ່າງວັນທີ 6-10 ມິຖຸນານີ້, ທີ່ສະຖາບັນດັ່ງກ່າວ, ໂດຍການເປັນປະ ທານຂອງທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ ກະຊວງ ຖວທ, ທ່ານ ລຶວ ດິງຝຸກ ຫົວ ໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ ແລະ ສື່ສານ ສສ ຫວຽດນາມ.

          ທ່ານ ວິໄລທອງ ສີຊານົນ ກ່າວວ່າ: ຊຸດອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ບົດຮຽນຕ່າງໆ ຈາກວິ ທະຍາກອນຜູ້ຊ່ຽວຊຽນ ທີ່ມີປະສົບການທາງດ້ານການຂຽນຂ່າວ ຈາກຫວຽດນາມທັງນີ້ກໍເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ໃນການຂຽນຂ່າວໃຫ້ແຫລມຄົມ, ມີເນື້ອໃນຄົບຖ້ວນ ໂດຍສະເພາະ ແມ່ນການໂຄສະນາແນວທາງການເມືອງ, ເສດຖະກິດ ແລະ ວັດທະ ນະທຳ-ສັງຄົມ ທັງເປັນກະບອກສຽງສຳຄັນຂອງພັກ-ລັດຖະບານ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບການສ້າງສາພັດທະນາ ເສດຖະກິດ-ສັງຄົມ. ນອກຈາກນີ້, ຍັງເປັນການແລກປ່ຽນບົດຮຽນລະຫວ່າງສື່ມວນຊົນລາວ ແລະ ສື່ມວນຊົນຫວຽດນາມອີກດ້ວຍ.

No comments:

Post a Comment