Ad

Ad

7 June 2016

ພະນັກງານຫລັກແຫລ່ງທົ່ວກະຊວງການເງິນເຊື່ອມຊຶມມະຕິ X ຂອງພັກ

          ວັນທີ 6 ມີຖຸນານີ້, ຢູ່ກະຊວງການເງິນ, ພະນັກງານຫລັກແຫລ່ງທົ່ວກະຊວງດັ່ງກ່າວ ເຂົ້າຮ່ວມຮັບຟັງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກເປັນຕົ້ນ: ເອກະສານຜົນສໍາເລັດການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ບັນດາຄາດໝາຍກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກແຕ່ລະໄລຍະຮອດປີ 2030, 2025, 2020 ແລະ ເຜີຍແຜ່ເອກະສານວຽກງານຈຸດສຸມໃນແຕ່ລະຂົງເຂດເພື່ອຈັດຕັ້ງປະ ຕິບັດໃນ 5 ປີຕໍ່ໜ້າແຕ່ 2016-2020, ໂດຍການເປັນກຽດເຜີຍແຜ່ຂອງສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການເງີນ, ເຊິ່ງສະຫາຍຕີລາຄາຄືນ ແລະ ໄດ້ຍົກໃຫ້ເຫັນຜົນສໍາເລັດແຫ່ງການຈັດຕັ້ງ
ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກຕະຫລອດໄລຍະ 5 ປີຜ່ານມາໃນແຕ່ລະຂົງເຂດວຽກງານມີຄວາມເຂັ້ມແຂງແຕ່ຮາກຖານຂຶ້ນມາ, ເສດຖະກິດແຫ່ງຊາດໄດ້ຮັບການຂະຫຍາຍຕົວດ້ວຍຈັງຫວະ ໄວ, ຕໍ່ເນື່ອງ ແລະ ດໍາເນີນໄປຢ່າງຖືກ ທິດ, ໂດຍສະເລ່ຍ 5 ປີ ບັນລຸໃນລະດັບ 7,9%, ລາຍໄດ້ສະເລ່ຍຕໍ່ຫົວຄົນ 15 ລ້ານກວ່າກີບ. ໃນນີ້ສິ່ງສໍາຄັນພວກເຮົາສາມາດບຸກທະລຸການແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການລົບລ້າງຄອບຄົວທຸກຍາກໃຫ້ຍັງເຫລືອພຽງ 6,7% ແລະ ໄວກວ່າເປົ້າໝາຍວາງໄວ້, ການຜະລິດກະສິກໍາ ແລະ ອຸດສາຫະກໍາຂະຫຍາຍຕົວຂຶ້ນຕາມລໍາດັບ ແລະ ອື່ນໆ; ຄຽງຄູ່ກັນນີ້ ຂົງເຂດວັດທະນະທໍາ-ສັງຄົມ ແລະ ສາທາລະນະສຸກ ໄດ້ຮັບການຂະຫຍາຍ ຕົວທັງດ້ານປະລິມານ ແລະ ຄຸນນະພາບ ອັນພົ້ນເດັ່ນແມ່ນມີການຫັນປ່ຽນຢ່າງຈະ ແຈ້ງໃນການປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ.

          ສະຫາຍ ສົມດີ ດວງດີ ກ່າວວ່າ: ບັນດາຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນທຸກຂົງເຂດວຽກງານໄດ້ສ້າງພື້ນຖານ ແລະ ທ່ວງທ່າໃໝ່ໃຫ້ແກ່ການສືບຕໍ່ຂະຫຍາຍຕົວຂອງປະເທດຊາດຕາມທິດທາງ ແລະ ຈຸດໝາຍວາງໄວ້. ໃນນັ້ນມະຕິກອງປະຊຸມໃຫຍ່ຄັ້ງທີ X ກໍໄດ້ວາງທິດທາງກ່ຽວກັບວິໄສທັດຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງ ຄົມໃນໄລຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ເຊິ່ງວິໄສທັດ ແລະ ຍຸດທະສາດຂອງການພັດທະນາແມ່ນ: ສູ້ຊົນພັດທະນາປະເທດເຮົາໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020, ກ້າວໄປສູ່ປະເທດກຳລັງພັດທະນາມີລາຍຮັບປານກາງສູງຕາມທິດການພັດທະນາສີຂຽວ ແລະ ຍືນຍົງເມື່ອເຖິງປີ 2030. 

No comments:

Post a Comment