Ad

Ad

21 July 2016

ລັດຖະມົນຕີຕ່າງປະເທດຢ້ຽມຢາມສູນຂ່າວກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ

 
           ແລງວານນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ຄວາມສົນໃຈລົງຢ້ຽມຢາມສູນຂ່າວກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຢູ່ທີ່ສູນຮ່ວມມືຫລັກ 5 (ICC) ເພື່ອກວດກາຄວາມພ້ອມຂອງສູນດັ່ງກ່າວ ເຊິ່ງຈະເປັນຈຸດສຳຄັນໃນການສະໜອງຂໍ້ມູນຂ່າວສານຂອງຜົນກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມປິ່ນອ້ອມ ອື່ນໆໃຫ້ແກ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດຜູ້ມີເຈດຈຳນົງມາລາຍງານກອງປະຊຸມດັ່ງກ່າວທີ່ໄດ້ເຂົ້າມາລົງທະບຽນແລ້ວ 400 ກວ່າຄົນ ແລະ ໃນໂອກາດນີ້ ກໍໄດ້ຮັບການຕ້ອນຮັບ ແລະ ລາຍງານຄວາມພ້ອມຕ່າງໆຂອງທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນນາມຜູ້ຊີ້ນຳອະນຸກຳມະການໂຄສະນາໃຫ້ແກ່ກອງປະຊຸມສຳຄັນນີ້ວ່າ: ມາຮອດມື້ນີ້ ຖືວ່າການກະກຽມທັງໝົດຂອງສູນຂ່າວທັງພາຍໃນ ແລະ ຕ່າງປະເທດແມ່ນໄດ້ຮຽບຮ້ອຍດີ ໂດຍສະເພາະການສະໜອງເຄື່ອງມື ແລະ ອຸປະກອນຕ່າງໆສຳລັບການລາຍງານຂ່າວເຊັ່ນ: ລະບົບຄອມພິວເຕີ, ອິນເຕີເນັດ ແລະ ລະບົບສາຍສົ່ງຕ່າງໆກໍຢູ່ໃນຄວາມພ້ອມດີ ນັບທັງການຈັດຕັ້ງໜ່ວຍງານບໍລິການຕ່າງໆໃຫ້ແກ່ນັກຂ່າວກໍໄດ້ກະກຽມໄວ້ເປັນທີ່ຮຽບຮ້ອຍແລ້ວ ແລະ ພິເສດໃນສູນຂ່າວຍັງມີບູດບໍລິການຕ່າງໆ ຈະແມ່ນການທ່ອງທ່ຽວ, ດ້ານສື່ສານໂທລະຄົມ, ອາຫານການກິນອື່ນໆໄວ້ຄອຍບໍລິການໃຫ້ພຽງພໍ ແລະ ສາມາດຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພດີ.

No comments:

Post a Comment