Ad

Ad

21 July 2016

ຮອງປະທານສະພາແຫ່ງຊາດເຄື່ອນໄຫວເຮັດວຽກຢູ່ແຂວງອັດຕະປື

          ໃນວັນທີ 17-18 ກໍລະກົດນີ້, ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໄດ້ສືບຕໍ່ລົງເຄື່ອນໄຫວເຮັດວຽກຢູ່ແຂວງອັດຕະປື ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະ ທຳມະນູນ, ກົດໝາຍ ແລະ ນິຕິກໍາຕ່າງໆໃນຂົງເຂດເສດຖະກິດ, ມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ເປັນຕົ້ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານທີ່ຕິດພັນກັບຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ທັງເປັນຂໍ້ມູນພື້ນຖານໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທຳອິດຂອງສະພາແຫ່ງຊາດຊຸດທີ VIII.
          ໃນການເຄື່ອນໄຫວດັ່ງກ່າວ, ທ່ານຮອງປະທານສະພາ ພ້ອມຄະນະ ໄດ້ລົງເບິ່ງສວນຢາງພາ ລາ ແລະ ໂຮງງານຜະລິດຢາງພາລາ, ໂຄງການລ້ຽງງົວເປັນຟາມ ຂອງບໍລິສັດຮວາງແອງຢາລາຍ, ເບິ່ງ
ສວນປູກໄມ້ວິກ ຂອງບໍລິສັດ ໂອຈິ, ຢ້ຽມຢາມໂຄງການຂຸດຄົ້ນຫີນປາໂກໄດ (ຫີນອ່ອນ) ພ້ອມພົບປະໂອ້ລົມນາຍ ແລະ ພົນທະຫານ-ຕຳຫລວດ ທີ່ປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບຢູ່ໂຄງການດັ່ງກ່າວ. ນອກນັ້ນ, ທ່ານຍັງໄດ້ເຂົ້າຮ່ວມກອງປະຊຸມກັບການນໍາຂອງແຂວງ, ສະພາປະຊາຊົນຂັ້ນແຂວງ ແລະ ບັນດາພະແນກການທີ່ກ່ຽວຂ້ອງໃນຂົງເຂດເສດຖະກິດ ເພື່ອຮັບຟັງລາຍງານການຈັດ ຕັ້ງປະຕິບັດໜ້າທີ່ວຽກງານຂອງແຕ່ລະຂະແໜງການ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ບັນລຸຕາມແຜນການທີ່ວາງໄວ້.

          ທ່ານ ບຸນປອນ ບຸດຕະນະວົງ ໄດ້ມີຄຳເຫັນແນະນຳໃຫ້ທ້ອງຖິ່ນເອົາໃຈໃສ່ຕື່ມກ່ຽວກັບບັນຫາການອະນຸລັກຮັກສາປ່າໄມ້ໃຫ້ມີເນື້ອທີ່ປ່າປົກຫຸ້ມກວມ 70%, ເອົາໃຈໃສ່ຄຸ້ມຄອງໂຄງການຄຸດຄົ້ນບໍ່ແຮ່ບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ, ສະເໜີພະແນກການລົງຊຸກຍູ້ຊີ້ນຳອົງການປົກ ຄອງທ້ອງຖິ່ນໃນການແກ້ໄຂບັນດາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ ແລະ ເອົາໃຈໃສ່ສຶກສາອົບ ຮົມພະນັກງານ ເຈົ້າໜ້າທີ່ໃຫ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີຈັນຍາບັນ, ປຸກລະດົມບັນ ດາຫົວໜ່ວຍທຸລະກິດໃຫ້ມີສະຕິເປັນເຈົ້າການໃນການເສຍພາສີອາກອນ ເພື່ອເກັບລາຍຮັບງົບປະມານບັນລຸໄດ້ຕາມຄາດໝາຍວາງໄວ້ ແລະ ເອົາໃຈໃສ່ຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ.

No comments:

Post a Comment