Ad

Ad

21 July 2016

ສະຫາຍເລຂາທິການໃຫຍ່ໃຫ້ທິດຊີ້ນໍາກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III

          ໃນໂອກາດ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະ ຊາຊົນປະຕິວັດລາວ ໄດ້ໃຫ້ກຽດເຂົ້າ ຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III ໃນວັນທີ 20 ກໍລະກົດນີ້ ທີ່ຫ້ອງປະຊຸມໃຫຍ່ສູນກາງພັກ ພາຍຫລັງທີ່ໄດ້ດໍາເນີນມາເປັນມື້ທີ 3 ໂດຍການເປັນປະທານຂອງສະຫາຍ ພັນຄໍາ ວິພາວັນ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍກົມການເມືອງສູນກາງພັກ, ກໍາມະການສູນກາງພັກ ແລະ ເລຂາຄະນະພັກກະຊວງ, ອົງການທຽບເທົ່າ, ນະຄອນຫລວງ ແລະ ແຂວງຕ່າງໆໃນທົ່ວປະເທດເຂົ້າຮ່ວມເປັນຈໍານວນຫລາຍ.               

             ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະກິດ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະ 5 ປີຜ່ານມາ ພ້ອມທັງໃຫ້ທິດຊີ້ນໍາຕໍ່ຄະນະນໍາ ແລະ ບັນດາສະຫາຍ ທີ່ເຮັດວຽກງານ
ກວດກາໃຫ້ສືບຕໍ່ເອົາໃຈໃສ່ບາງບັນຫາ ຄື:ຕ້ອງມີຄວາມເປັນເອກະພາບເລິກເຊິ່ງຕໍ່ວຽກງານກວດກາໃນໄລຍະໃໝ່, ຕັດສິນໃຈຫັນປ່ຽນແບບບຸກທະລຸໃນດ້ານຈິນຕະນາການ ແລະ ການກະທໍາ, ການກວດກາຕ້ອງຮັບປະກັນຄວາມຖືກຕ້ອງ, ຕ້ອງປະຕິບັດຢ່າງເປັນລະບົບໃນການຈັດຕັ້ງຂອງພັກ ກໍຄື ອົງການລັດ, ໃນນັ້ນຂັ້ນເທິງກວດກາຂັ້ນລຸ່ມ ແລະ ຂັ້ນລຸ່ມມີສ່ວນຮ່ວມໃນການຕິດຕາມ ແລະ ສະເໜີຄວາມຄິດເຫັນຕໍ່ຂັ້ນເທິງ, ອົງການກວດກາ ຕ້ອງດໍາເນີນການກວດກາ ຕໍ່ທຸກເປົ້າໝາຍຕາມພາລະບົດບາດທີ່ກໍານົດໄວ້, ບັນຫາເກີດຢູ່ບ່ອນໃດບ່ອນນັ້ນເປັນເຈົ້າການແກ້ໄຂນັ້ນແມ່ນທັດສະນະທີ່ຖືກຕ້ອງ, ຕ້ອງເປັນແບບຢ່າງໃນການເຮັດວຽກງານກວດກາ ແລະ ການປະຕິບັດຕາມຫລັກການກວດກາຂອງພັກ, ເປັນເຈົ້າການຕິດຕາມ, ກໍາແໜ້ນພະນັກງານຢູພາຍໃຕ້ການຄຸ້ມຄອງຂອງຕົນ ເພື່ອຊຸກຍູ້, ກໍ່ສ້າງ, ສຶກສາອົບຮົມນີ້ເປັນການປ້ອງກັນບໍ່ໃຫ້ພະນັກງານກະທໍາຜິດ, ເອົາໃຈໃສ່ປັບປຸງທາງດ້ານການຈັດຕັ້ງ, ບຸກຄະລາກອນ ແລະ ລະບອບແບບແຜນວິທີເຮັດວຽກກວດກາ ເຊິ່ງເປັນສິ່ງຕັດສິນໂດຍກົງ ເຖິງປະສິດທິຜົນຂອງວຽກງານກວດກາ, ຄະນະພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ຊີ້ນໍາ ເພື່ອເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ ແລະ ຂອງບັນດາອົງ ການຈັດຕັ້ງມະຫາຊົນໃນການກວດ ກາ, ຖືເປັນກົນໄກສໍາຄັນເພື່ອໃຫ້ສັງຄົມມີສ່ວນຮ່ວມໃນການກວດກາ ເຊິ່ງໃຫ້ແຕ່ລະອົງການເອົາໃຈ ໃສ່ສຶກສາອົບຮົມດ້ານລະບຽບກົດໝາຍ ນັບທັງກົດລະບຽບຂອງພັກ, ບັນດານິຕິກໍາໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ທີ່ຈໍາເປັນໃຫ້ແກ່ສະມາຊິກຂອງຕົນ, ອົງການຈັດຕັ້ງກ່ຽວຂ້ອງນັບທັງອົງການກວດກາແຕ່ລະຂັ້ນຊາບ ແລະ ເປັນຂໍ້ມູນຕົວຈິງທີ່ເປັນປະໂຫຍດ,ພ້ອມນັ້ນກໍເພີ່ມທະວີຄວາມຮັບຜິດ ຊອບຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນຕໍ່ກັບການຕົກລົງແກ້ໄຂຜົນຂອງການກວດກາ ໃຫ້ເຂັ້ມງວດ, ສັກສິດຕາມກົດລະບຽບຂອງພັກ ແລະ ກົດໝາຍ, ຖ້າກວດກາແລ້ວບໍ່ແກ້ໄຂ ຖືວ່າການກວດກາບໍ່ມີຄວາມໝາຍ, ຖືສໍາຄັນການຈັດຕັ້ງປະເມີນຜົນວຽກງານ ແລະ ຖອດຖອນບົດຮຽນພຶດຕິກໍາຕົວຈິງ ຢ່າງປົກ ກະຕິຕໍ່ເນື່ອງ ໃນການຈັດຕັ້ງປະຕິບັດບັນດາທິດທາງທີ່ວາງອອກໃນກອງປະຊຸມຄັ້ງນີ້ ຕ້ອງມີການປະເມີນຜົນເປັນແຕ່ລະໄລຍະ, ຈັດຕັ້ງຖອດຖອນບົດຮຽນເປັນປົກກະຕິ ຈາກນັ້ນດໍາເນີນການປັບປຸງດັດປັບແຜນເຄື່ອນໄຫວໃຫ້ສອດຄ່ອງກັບແຕ່ລະສະຖານະການ, ການເຄື່ອນໄຫວກວດກາຕ້ອງເປັນການເຄື່ອນໄຫວທີ່ກ້າຫານ, ອົດທົນ ແລະ ປະດິດສ້າງຢ່າງແທ້ຈິງ ຈຶ່ງຈະສາມາດຍົກສູງຄວາມສັກສິດຂອງວຽກງານ ທັງສ້າງຄວາມສະຫງົບ, ຄວາມເປັນລະບຽບ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຢູ່ພາຍໃນບົນພື້ນຖານຫລັກການຈັດຕັ້ງນໍາພາຂອງພັກ ແລະ ກົດໝາຍຂອງລັດ.

No comments:

Post a Comment