#
ຄຳວິສັນ ແກ້ວສຸວັນ
20
ກວ່າປີທີ່ເຮັດວຽກບັນນາທິການສື່ສິ່ງພິມ… ຜູ້ຂຽນໄດ້ຮຽນຮູ້ຫລາຍຢ່າງຈາກໜ້າວຽກອັນນີ້ ເຊິ່ງເປັນໜ້າວຽກທີ່ບໍ່ມີມື້ສິ້ນສຸດ.
ບັນນາທິການໝາຍເຖິງ ຜູ້ເຮັດໜ້າທີ່ຫຍັງ ?
ມາດຕາ 3
ວ່າດ້ວຍການອະທິບາຍສັບຂອງກົດໝາຍວ່າດ້ວຍສື່ມວນຊົນທີ່ປະກາດໃຊ້ໃນປີ 2008 ນັ້ນ
ໄດ້ອະທິບາຍໄວ້ວ່າ: “ບັນນາທິການໝາຍເຖິງຜູ້ກວດແກ້, ກວດຜ່ານເນື້ອໃນ ແລະ ຮູບແບບຂອງບົດ, ຂ່າວ ແລະ ລາຍການຂອງສື່ມວນຊົນຕ່າງໆ…”.
ຜູ້ຂຽນເອງກໍເຄີຍຜ່ານວຽກບັນນາທິການຈຶ່ງເຫັນວ່າວຽກນີ້ສຳຄັນຫລາຍ
ເວົ້າໃຫ້ເລິກລົງໄປມີຄວາມໝາຍວ່າ: ການຮຽບຮຽງ, ດັດແປງ,
ປັບປຸງໃຫ້ລະອຽດ, ຈັດລຽງໃຫ້ເຂົ້າລະບົບ,
ໃນຄວາມໝາຍກວ້າງ ວຽກບັນນາທິການແມ່ນຂະບວນການນຳເອົາແນວຄິດ, ຈຸດປະສົງດ້ານການເມືອງ, ວັດທະ ນະທຳ,
ວິທະຍາສາດທີ່ມີລັກສະນະສ່ວນຕົວມາຮັບໃຊ້ລັກສະນະສ່ວນລວມ.
ໃນສັງຄົມຫລາຍຄົນບໍ່ໃຫ້ຄວາມສົນໃຈວຽກງານບັນນາທິການ
ຍ້ອນບໍ່ທັນເຂົ້າໃຈກ່ຽວກັບວຽກດັ່ງກ່າວ, ພວກເຂົາຄິດວ່າປຶ້ມທີ່ມ່ວນຍ້ອນຜູ້ແຕ່ງ, ໜັງສືພິມມີບົດດີຍ້ອນຜູ້ຂຽນ, ແຕ່ໃນຕົວຈິງຜູ້ແຕ່ງ, ຜູ້ຂຽນທັງຫລາຍນັ້ນພຽງແຕ່ຂຽນຕົ້ນສະບັບ, ຂອດບັນນາທິການໄດ້ປະກອບສ່ວນຢ່າງຫລວງຫລາຍ ບາງຄັ້ງມີເຖິງ 80%
ໃນການຍົກສູງຄຸນນະພາບຂອງບົດທີ່ຜູ້ຂຽນຕົ້ນສະບັບຂຽນໄວ້. ສະນັ້ນ ການທີ່ປຶ້ມອ່ານດີ
ອ່ານມ່ວນ,
ບົດຂ່າວມີເນື້ອຫາສາລະດີແມ່ນຍ້ອນຂອດບັນນາທິການເປັນຜູ້ປະກອບສ່ວນ.
ມາກຊິມກອກກີ
ນັກປະພັນເອກຂອງໂຊວຽດ ແລະ ຂອງໂລກ ໄດ້ເວົ້າໄວ້ວ່າ: “ບັນນາທິການແມ່ນໝໍຕຳແຍທີ່ຊ່ວຍໃຫ້ຜະລິດຕະພັນເກີດອອກມາໃນລະດັບໜຶ່ງທີ່ແນ່ນອນ
ພວກເຂົາເຈົ້າແມ່ນອາຈານຂອງຜູ້ຂຽນ…”.
ຜູ້ເຮັດໜ້າທີ່ຫຍັງໃນສື່ມວນຊົນຈຶ່ງເອີ້ນວ່າ ບັນນາທິການ ?
ໃນກົດໝາຍວ່າດ້ວຍສື່ມວນຊົນ ໃນໝວດທີ V ການຈັດຕັ້ງ ແລະ ບຸກຄະລາກອນຂອງສື່ມວນຊົນ ມາດຕາ 33 ຫົວໜ້າ ແລະ
ຮອງຫົວໜ້າຂອງອົງການສື່ມວນຊົນກຳນົດວ່າ: ປະເພດສື່ສິ່ງພິມເອີ້ນວ່າ:
ຫົວໜ້າຄະນະບັນນາທິການ ແລະ ຮອງຫົວໜ້າຄະນະບັນນາທິການ, ປະເພດສື່ເອເລັກໂຕຣນິກເອີ້ນວ່າ: ຜູ້ອຳນວຍການ ແລະ ຮອງຜູ້ອຳນວຍການ…
ເມື່ອເປັນເຊັ່ນນີ້ ຜູ້ຂຽນເລີຍຄິດວ່າ:
ລະດັບບັນນາທິການຕ້ອງແມ່ນການນຳໃນການຈັດຕັ້ງສຳນັກງານ ຫລື ໜ່ວຍງານສື່ມວນຊົນນັ້ນ… ໃນມາດຕາ 34 ໄດ້ກຳນົດມາດຕະຖານຂອງຫົວໜ້າ ແລະ
ຮອງຫົວໜ້າອົງການສື່ມວນຊົນມີມາດຖານຕົ້ນຕໍດັ່ງນີ້: 1. ມີພູມລຳເນົາຢູ່ ສປປ ລາວ, 2. ມີສັນຊາດລາວ ແລະ ມີອາຍຸ 23 ປີຂຶ້ນໄປ, 3. ມີປະກາສະນີຍະບັດຊັ້ນສູງຂຶ້ນໄປ, ມີປະສົບການດ້ານສື່ມວນຊົນ, ມີຄວາມສາມາດບໍລິຫານອົງການສື່ມວນຊົນ, 4. ມີຄຸນສົມບັດສິນທຳປະຕິວັດ, ຄຸນທາດການເມືອງໜັກແໜ້ນ, 5. ຮູ້ພາສາຕ່າງປະເທດໃດໜຶ່ງ, 6. ມີສຸຂະພາບແຂງແຮງ.
ໃນຖານະທີ່ເຄີຍເຮັດວຽກນີ້ມາຫລາຍປີໃນສາຍລັດ ຜູ້ຂຽນສັງເກດເຫັນວ່າ:
ຜູ້ເປັນບັນນາທິການນັ້ນແມ່ນຜູ້ຮັບຜິດຊອບການກວດບົດ-ຂ່າວ
ນັບແຕ່ບົດ-ຂ່າວນັ້ນເຂົ້າມາກອງບັນນາທິການແຕ່ຫົວທີໂລດ. ສະນັ້ນ
ຫາກແມ່ນສື່ມວນຊົນຂັ້ນສູນກາງຜູ້ທີ່ເປັນບັນນາທິການຕ້ອງມີຕຳແໜ່ງຫົວໜ້າພະແນກ ຫລື
ຮອງພະແນກ. ບັນນາທິການໃດໜຶ່ງຂອງສື່ສິ່ງພິມ ຫລື ສື່ເອເລັກໂຕຣນິກ
ເຊິ່ງຕຳແໜ່ງນີ້ຕ້ອງແມ່ນລັດຖະມົນຕີວ່າການ ຫລື ທຽບເທົ່າເປັນຜູ້ເຊັນແຕ່ງຕັ້ງ
ຫາກຕຳແໜ່ງງານຫຍັບຂຶ້ນມາກໍແມ່ນຮອງຫົວໜ້າບັນນາທິການ
ເຊິ່ງເປັນຕຳແໜ່ງທຽບເທົ່າຮອງຫົວໜ້າກົມ, ສ່ວນຫົວໜ້າບັນນາທິການ ເຊິ່ງເປັນຕຳແໜ່ງທຽບເທົ່າຫົວໜ້າກົມ
ໂດຍແມ່ນນາຍົກລັດຖະມົນຕີ ເປັນຜູ້ເຊັນແຕ່ງຕັ້ງສຳລັບສາຍລັດ, ສ່ວນສາຍພັກແມ່ນກົມການເມືອງສູນກາງພັກເປັນຜູ້ເຊັນແຕ່ງຕັ້ງ.
ໃນປຶ້ມ “ຊອກຮູ້ວິຊາຊີບບັນນາທິການ” ພິມປີ 2013 ຂຽນໂດຍ ງອກເຈິນ ເຊິ່ງເປັນນັກຂ່າວອາວຸໂສຂອງ ສສ ຫວຽດນາມ
ທັງເປັນອາຈານສອນຮັບເຊີນຄະນະວິຊາໜັງສືພິມ-ສື່ມວນຊົນ ຂອງມະຫາວິທະຍາໄລຄວາຮອກສາໂຮ້ຍ-ເຢິນວັນ
ນະຄອນໂຮ່ຈີມິງ ໄດ້ຂຽນກ່ຽວກັບຄຸນທາດຂອງນັກບັນນາທິການໄວ້ວ່າ: “ນັກບັນນາທິການທີ່ດີທີ່ເກັ່ງຕ້ອງມີຄຸນທາດດັ່ງລຸ່ມນີ້: 1.
ຕ້ອງມີຄວາມເຊື່ອໝັ້ນ: ນັກບັນນາທິການຕ້ອງເຊື່ອໝັ້ນຕໍ່ຄວາມຮູ້, ຄວາມສາມາດຂອງຕົນ, ຕ້ອງມີລະດັບຄວາມຮູ້ທາງດ້ານການເມືອງທີ່ແນ່ນອນ, ຕ້ອງມີຄວາມຮູ້ຫລາຍຢ່າງລື່ນກາຍຜູ້ອື່ນ, ມີຄວາມສາມາດໃນການຂຽນ,
ມີຄວາມເຂົ້າໃຈຕໍ່ໜ້າທີ່ການເມືອງຂອງສື່ມວນຊົນ
ກໍຄືແນວທາງຂອງພັກ-ລັດຕໍ່ວຽກສື່ມວນຊົນ, ຮູ້ນຳໃຊ້ເຕັກໂນໂລຊີດ້ານຂໍ້ມູນ-ຂ່າວສານຢ່າງແມ້ນຢຳ ເພື່ອຮັບໃຊ້ໜ້າວຽກຂອງຕົນ, 2. ຕ້ອງເປັນຄົນພາວະວິໄສ: ນັກບັນນາທິການບໍ່ແມ່ນຄົນອັດຕະວິໄສ
(ໃນຕົວ),
ບໍ່ເຂົ້າຂ້າງອອກຂາຄົນຂຽນຜູ້ໃດໜຶ່ງ, ໃຈກວ້າງບໍ່ຄັບແຄບ… ເປັນຜູ້ໃຫ້,
3. ລະມັດລະວັງ: ນັກບັນນາທິການຄວນເອົາໃຈໃສ່ຕໍ່ເພື່ອນຜູ້ອ່ານ
ແລະ ຈຸດພິເສດຂອງແຕ່ລະສື່,
ການຈັດໜ້າອອກແບບ, ເລືອກເຟັ້ນຮູບພາບ ແລະ ຫົວຂໍ້ບົດ-ຂ່າວຕ້ອງປະສົມກົມກືນກັນ
ເພື່ອເຮັດໃຫ້ສື່ນັ້ນພົ້ນເດັ່ນຂຶ້ນ, 4. ຕ້ອງເປັນຄົນສະຫລາດ-ຫລັກແຫລມ:
ນັກບັນນາທິການຕ້ອງເປັນຄົນທີ່ມີຄວາມຮູ້ກວ້າງຂວາງ
ເພື່ອຈະຮູ້ວ່າບົດ-ຂ່າວທີ່ເຂົາຂຽນມານັ້ນຖືກ ຫລື ຜິດຕໍ່ແນວທາງ, ຕໍ່ໜ້າກົດໝາຍ, 5. ຕ້ອງຕັ້ງຄຳຖາມຢູ່ສະເໝີ: ນັກບັນນາທິການຕ້ອງເປັນຄົນມັກສໍ້ຖາມໃນທຸກສະຖານະການ, ຕ້ອງຮັບຮູ້ວ່າ ຫາກນັກບັນນາທິການສົງໄສບັນຫາໃດໜຶ່ງ
ເພື່ອນຜູ້ອ່ານເດ ເຂົາຈະສົງໄສຫຍັງ ?, 6. ຕ້ອງມີມະນຸດສຳພັນທີ່ດີ: ອາຊີບນັກບັນນາທິການເປັນອາຊີບທີ່ແຕະພຸ້ນຊູນພີ້… ມັກມີຂໍ້ຂັດແຍ່ງກັບນັກຂຽນ. ສະນັ້ນ
ຕ້ອງມີມະນຸດສຳພັນທີ່ດີຕໍ່ນັກຂຽນ, 7.
ຕ້ອງຂຽນເກັ່ງ: ນັກບັນນາທິການຕ້ອງເປັນນັກຂ່າວທີ່ວ່ອງໄວ ແລະ ເກັ່ງ ກ້າວໄປເຖິງຂັ້ນຊ່ຽວຊານ, ອັນນີ້ບໍ່ມີສອນໃນໂຮງຮຽນມັນຂຶ້ນກັບປະສົບການໃນພຶດຕິກຳຕົວຈິງ, 8. ຮູ້ປ່ອຍວາງ: ນັກບັນນາທິການຕ້ອງຮູ້ປ່ອຍວາງ ແລະ
ຍິ້ມສູ້ໃນສິ່ງທີ່ຂາດເຫດຜົນໃນວິຊາຊີບເຊັ່ນວ່າ:
ບົດຂຽນຂີ້ຮ້າຍແຕ່ຕ້ອງກວດແກ້ໃຫ້ໄດ້ລົງພິມ.
ຢາກເນັ້ນວ່າ:
ບັນນາທິການແມ່ນຜູ້ທີ່ມີຄວາມຮັບຜິດຊອບຕໍ່ຄວາມຜິດພາດທີ່ເກີດຂຶ້ນໃນສື່ທີ່ຕົນຮັບ
ຜິດຊອບ ໂດຍສະເພາະແມ່ນຜູ້ເປັນຫົວໜ້າຮັບເຕັມຮ້ອຍເປີເຊັນ. ສະນັ້ນ
ໃນການບໍລິຫານງານຂອງສຳນັກສື່ ບໍ່ວ່າພາກລັດ ຫລື ເອກະຊົນ
ຜູ້ເປັນຫົວໜ້າຈະບັນຊາວຽກແບບຜູ້ບັນຊາການຢ່າງເຂັ້ມງວດ.
ເຖິງຈະມີການແບ່ງງານໃນໝູ່ຄະນະກໍຕາມ, ແຕ່ກ່ອນຈະເຂົ້າໂຮງພິມ,
ກ່ອນຈະກະຈາຍສຽງ ຫລື ກະ ຈາຍພາບ
ຫົວໜ້າບັນນາທິການຕ້ອງເປັນຜູ້ລົງລາຍເຊັນສາກ່ອນ. ອັນນີ້ກໍແມ່ນການບໍລິຫານແບບອາດຍາສິດ
ເພາະແມ່ນຄວາມຮັບຜິດຊອບຕໍ່ໜ້າກົດໝາຍ, ຕໍ່ໜ້າການແຕ່ງຕັ້ງຈາກຜູ້ຄຸ້ມຄອງວຽກງານສື່ມວນຊົນ. ດັ່ງນັ້ນ
ຜູ້ທີ່ມາຢືນຢູ່ໃນຕຳແໜ່ງບັນນາທິການຈຶ່ງບໍ່ແມ່ນຜູ້ໃດກໍໄດ້, ຕ້ອງແມ່ນຜູ້ມີພອນສະຫວັນ, ມີຄວາມສາມາດລະດັບຄວາມຮູ້ກວ້າງຂວາງ, ມີປະສົບການໃນວຽກງານຂີດຂຽນຫລາຍປີ, ມີຊື່ສຽງ ແລະ ບົດບາດໃນວົງການສື່ມວນຊົນ, ຖືກສັງຄົມ ແລະ ການຈັດຕັ້ງຍອມຮັບ, ຫາກບໍ່ແມ່ນຮຽນຈົບຂະແໜງກ່ຽວຂ້ອງສື່ກໍສາມາດເປັນບັນນາທິການໄດ້ໂລດ, ຢ່າງຕໍ່າສຸດບັນນາທິ ການກໍຕ້ອງໄດ້ຜ່ານການຮຽນທິດສະດີການເມືອງ-ການປົກຄອງຊັ້ນກາງຂຶ້ນໄປ, ມີທັດສະນະການ ເມືອງຈະແຈ້ງຮູ້ຈຳແນກມິດ-ສັດຕູ, ມີຄວາມເຊື່ອໝັ້ນສູງຕໍ່ການນຳພາຂອງພັກ-ລັດ ແລະ
ສຸດທ້າຍແມ່ນຜູ້ທີ່ມີຄວາມຮັກໃນອາຊີບ.
No comments:
Post a Comment