Ad

Ad

23 August 2016

ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ 10

            ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ເຂົ້າສູ່ການຈັດຕັ້ງປະຕິ ບັດຕົວຈິງໃນແຕ່ລະຂະແໜງການ ແລະ ທ້ອງຖິ່ນ ເວົ້າລວມ, ເວົ້າສະເພາະການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ການກໍ່ສ້າງພັກ-ພະນັກງານໃນເງື່ອນໄຂໃໝ່ ກອງປະຊຸມວຽກງານທົ່ວປະເທດຄັ້ງທີ 10 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ສິງຫານີ້ ຢູ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະຫາຍ ພັນຄໍາ ວິພາວັນ ກໍາມະການສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດມີບັນດາສະຫາຍກົມການເມືອງສູນກາງພັກ, ຄະນະເລຂາທິ ການສູນກາງພັກ, ມີບັນດາຫົວໜ້າຄະນະຈັດຕັ້ງຈາກບັນດາແຂວງ ແລະ ກະຊວງ ເຂົ້າຮ່ວມ.

          ສະຫາຍ ຈັນສີ ໂພສີຄໍາ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບົດລາຍງານການເມືອງໃນໄລຍະ 5 ປີ ແລະ ທິດທາງແຜນການໃນຕໍ່ໜ້າເຊິ່ງຕະຫລອດໄລຍະ 5 ປີຜ່ານມາ ວຽກງານຈັດຕັ້ງໄດ້ຮັບການປັບປຸງແກ້ໄຂ, ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄດ້ມີຜົນສໍາເລັດໃນແຕ່ລະດ້ານເຮັດໃຫ້ຈໍານວນສະ ມາຊິກພັກເພີ່ມຂຶ້ນ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະ ບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງຍົກລະດັບດີຂຶ້ນເປັນກ້າວໆ.

          ຈາກນັ້ນ, ບັນດາກະຊວງ-ອົງການໄດ້ປະກອບຄໍາຄິດຄໍາເຫັນຕໍ່ທິດທາງ, ໜ້າທີ່ວຽກງານໃນການປັບປຸງແນວທາງການຈັດຕັ້ງຂອງພັກ 5 ປີຕໍ່ໜ້າໃນດ້ານຕ່າງໆ ເປັນຕົ້ນແມ່ນວຽກງານກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ແຜນຍຸດທະສາດວຽກງານພັກ-ພະນັກງານແຕ່ນີ້ຮອດປີ 2020, ຄົ້ນຄ້ວາ ແລະ ປັບປຸງໃໝ່ບັນດານິຕິກໍາ ກ່ຽວກັບວຽກງານຈັດຕັ້ງ.

1 comment: