ໂດຍ:
ມຶກບໍ່ແຫ້ງ
ການແຂ່ງຂັນກິລານັ້ນ
ເປົ້າໝາຍອັນດຽວຂອງນັກກິລາສ່ວນຫລວງຫລາຍກໍແມ່ນ ເພື່ອໄຊຊະ ນະ
ໂດຍມີຫລຽນລາງວັນເປັນເຄື່ອງບອກໝາຍ ໂດຍມີທັງຫລຽນຄຳ, ເງິນ
ແລະທອງແດງ ທີ່ພວກ ເຮົາເຫັນວ່າ ເປັນວັດຖຸລາຄາແພງ ແລະຊົງກຽດ
ແຕ່ສິ່ງທີ່ໜ້າຍົກຍ້ອງກວ່າໄຊຊະນະ ໃນເກມກິລາ ກໍ ຄືນໍ້າໃຈໄມຕີລະຫວ່າງນັກກິລາດ້ວຍກັນ
ຕົວຢ່າງເຫດການທີ່ນັກກິລາແລ່ນມາຣາທອນ ສະແດງນໍ້າໃຈ ນັກກິລາຕົວຈິງ
ຢູ່ລາຍການແຂ່ງຂັນກິລາໂອລິມປິກ ທີ່ປະເທດເບຣຊິນ ນັ້ນ ໄດ້ເຮັດໃຫ້ຄົນທົ່ວໂລກ
ຕ່າງກໍຍົກຍ້ອງນັບຖື ເພາະເຂົາມີຫົວໃຈສີຄຳທີ່ບໍ່ໄດ້ຫວັງແຕ່ຫລຽນຄຳ.
ລາຍການແຂ່ງຂັນກິລາໂອລິມປິກ
ປີ 2016 ທີ່ເມືອງຣີໂອ ເດີຈາເນໂຣ (Rio de Janeiro) ປະເທດເບຣຊິນ
ໃນລະຫວ່າງວັນທີ 5-21 ສິງຫາ ເຊິ່ງຫາກໍຜ່ານໄປໝາດໆ ເຊິ່ງລາຍການແຂ່ງຂັນນີ້
ຖືວ່າເປັນໜຶ່ງຂອງການແຂ່ງຂັນກິລາທີ່ໃຫຍ່ທີ່ສຸດໃນໂລກ
ໂດຍປີນີ້ມີນັກກິລາເຂົ້າແຂ່ງຂັນທັງໝົດ ກວ່າ 11.000 ພັນຄົນ ມາຈາກ 207 ປະເທດ ຮວມທັງ
ສປປລາວ ເຮົາ ກໍໄດ້ເຂົ້າຮ່ວມການແຂ່ງດັ່ງກ່າວ.
ການແຂ່ງຂັນກິລາໂອລິມປິກໃນປີນີ້
ເຖິງວ່າຈະມີເຫດການອັນສ້າງຄວາມເປັນຫ່ວງວິຕົກກັງ ວົນຕໍ່ບັນດານັກກິລາ
ກໍຄືຜູ້ຮັບຜິດຊອບໃນການແຂ່ງຂັນ ເນື່ອງຈາກສະພາບຄວາມສະຫງົບ ແລະການ
ກະກຽມສິ່ງອຳນວຍຄວາມສະດວກຕ່າງໆຂອງປະເທດເຈົ້າພາບ, ຮວມທັງນັກກິລາຫລາຍຄົນກໍຜິດຫວັງ
ແລະຍິ່ງກວ່ານັ້ນ ບາງຄົນກໍມີອາການບາດເຈັບສາຫັດ ເຖິງຂັ້ນຂາຫັກກໍມີ, ນັກກິລາຫລາຍຄົນຖືກ ປ້ອຍດ່າ ແລະເຫດການຫລາຍເລື່ອງຂີ້ຮ້າຍເກີດຂຶ້ນ
ແຕ່ສີສັນອັນໜ້າປະທັບໃຈຂອງກິລາໂອລິມປິກໃນປີນີ້ ກໍບໍ່ໄດ້ຈືດຈາງຫ່າງຫາຍ ຄວາມສົນໃຈ
ເມື່ອ ລາຍການແຂ່ງຂັນແລ່ນມາຣາທອນ 5.000 ແມັດ ເພດ ຍິງໄດ້ສ້າງຄວາມປະທັບໃຈແກ່ຜູ້ຊົມ
ດ້ວຍນໍ້າໃຈຂອງນັກກິລາອັນແທ້ຈິງ.
ນາງ ນິກກີ ແຮມລິນ (Nikki
Hamblin) ຈາກປະເທດນິວຊີແລນ ແລະ ນາງ ອາບີ ດີອາ ໂກສຕີໂນ (Abbey
D’Agostino) ຈາກປະເທດສະຫະລັດ ອາເມລິກາ ເຊິ່ງທັງສອງແມ່ນນັກກິລາ
ແລ່ນ ແລະລານ ໃນລາຍການແຂ່ງຂັນ ແລ່ນມາຣາທອນ ຍິງ 5.000 ແມັດ ໃນຮອບຄັດເລືອກ ແຕ່ ໃນລະຫວ່າງການແຂ່ງຂັນກຳລັງດຳເນີນມາໄດ້ປະມານ
3.000 ແມັດນັກກິລາ ຈາກສະຫະລັດ ກໍລົ້ມລົງ ກາງທາງແລ່ນ ຍ້ອນຫົວເຂົ່າຂອງນາງພິກກະທັນຫັນ
ໂດຍໃນລະຫວ່າງການລົ້ມລົງ ນາງໄດ້ເອົາມື ຈ່ອງບ່ານັກກິລາຈາກນິວຊີແລນ
ແລ້ວທັງສອງລົ້ມລົງພ້ອມກັນ ແຕ່ນັກກິລາຈາກນິວຊີແລນລຸກຂຶ້ນໄດ້ ໄວ
ແຕ່ເມື່ອນາງແລເຫັນອີກຝ່າຍ ຄືນັກກິລາຈາກສະຫະລັດນັ້ນ ບໍ່ສາມາດລຸກຂຶ້ນໄດ້ ນັກກິລາຈາກ
ນິວຊີແລນຜູ້ນີ້ ຈຶ່ງຢຸດແລ່ນທັນທີ ບໍ່ຫ່ວງເລື່ອງຜົນການແຂ່ງຂັນ, ບໍ່ຫ່ວງໄຊຊະນະ ຫລືຫລຽນຫຍັງ ເລີຍ
ນອກຈາກຈະຊ່ວຍໝູ່ທີ່ເຂົ້າຮ່ວມແຂ່ງຂັນລຸກຂຶ້ນກ່ອນ.
ພາຍຫລັງມາ
ນັກກິລາຈາກສະຫະລັດ ກ່າວວ່າ: “ນາງ ແຮມລິນ ນັ້ນ
ລາວຄືຜູ້ທີ່ມີນໍ້າໃຈນັກກິ ລາຢ່າງແທ້ຈິງ, ຂ້ອຍບໍ່ເຄີຍພົບນາງມາກ່ອນດອກ
ແຕ່ຂ້ອຍບອກໄດ້ຄຳດຽວວ່າ ນາງຊ່າງເປັນຄົນທີ່ວິ ເສດອີຫລີ”, ນາງກ່າວຕໍ່ວ່າ:
“ຂ້ອຍຈະບໍ່ລືມເຫດການນັ້ນເດັດຂາດເລີຍ, ຖ້າມີໃຜຜູ້ໜຶ່ງຖາມຂ້ອຍກ່ຽວ
ກັບປະສົບການທີ່ຂ້ອຍໄດ້ຮັບຈາກການແຂ່ງຂັນກິລາຄັ້ງນີ້ ໃນອີກ 20 ປີຂ້າງໜ້າ
ກໍມີແຕ່ເລື່ອງນີ້ ແຫລະ ທີ່ຂ້ອຍຕ້ອງການເວົ້າສູ່ຜູ້ອື່ນຟັງ, ນາງ ແຮມລິນ ຈັບບ່າຂ້ອຍ ພ້ອມທັງເວົ້າວ່າ ລຸກຂຶ້ນ ແລ້ວ
ພວກເຮົາກ້າວສູ່ເສັ້ນໄຊພ້ອມກັນເລີຍ, ນີ້ມັນແມ່ນກິລາໂອລິມປິກໄດ໋”.
ຈາກເຫດການຄັ້ງນີ້
ຜູ້ຂຽນຈຶ່ງຄິດອອກເຖິງຄຳເວົ້າຂອງນັກຂຽນທີ່ໂດ່ງດັງ ທ່ານໜຶ່ງ ມີຊື່ວ່າ: ມາຢາ ເອງເຈລູ
(Maya Angelou) ເວົ້າໄວ້ວ່າ:
ຜູ້ຄົນຈະລືມໃນສິ່ງທີ່ທ່ານເວົ້າ ແລະທ່ານເຮັດ
ແຕ່ເຂົາເຈົ້າຈະບໍ່ເຄີຍລືມໃນສິ່ງທີ່ທ່ານເຮັດໃຫ້ເຂົາເຈົ້າຮູ້ສຶກເລີຍ.
ເພາະສະນັ້ນ, ບໍ່ສະເພາະແຕ່ການແຂ່ງຂັນກິລາຊະນິດໃດດອກ ແມ່ນແຕ່ການເຮັດວຽກ, ການ ຢູ່ຮ່ວມກັນໃນສັງຄົມກໍເຊັ່ນດຽວກັນ ເມື່ອການແຂ່ງຂັນ ເພື່ອປະໂຫຍດນັ້ນ
ມັກຈະບີບຄັ້ນໃຫ້ຫລາຍ ຄົນຕ້ອງເອົາຕົວລອດ, ເຫັນແກ່ຕົນເອງຫລາຍຂຶ້ນ
ຈົນລືມແບ່ງປັນຄວາມຮູ້ສຶກດີໆ ໃຫ້ກັບຄົນທີ່ຢູ່ອ້ອມຂ້າງ, ຄົນທີ່ເຮົາພານພົບ,
ພວກເຮົາຈື່ໄວ້ສະເໝີວ່າວັດຖຸສິ່ງຂອງ, ຕຳແໜ່ງ,
ຊື່ສຽງຈະສູນຫາຍໄປຕາມການເວລາ ແຕ່ຄວາມຮູ້ສຶກທີ່ເຮົາມອບໃຫ້ຄົນອື່ນນັ້ນ
ຈະຢູ່ນຳເຂົາເຈົ້າຕະຫລອດ ນີ້ແມ່ນບົດ ຮຽນໜຶ່ງທີ່ເຮົາໄດ້ຈາກຄົນທີ່ມີຫົວໃຈສີຄຳທີ່ສຳຄັນກວ່າຫລຽນຄຳຂອງກິລາໂອລິມປິກ
2016 ນີ້.
No comments:
Post a Comment